ຄົນເກັ່ງຢູ່ໃສກະເດັ່ນ! ເມສຊີ ລົງສະໜາມ 25 ນາທີທໍາອິດໃຫ້ກັບ ປາຣີສ ສົ່ງບານສໍາເລັດເຖິງ 95%

438

ຢ່າງເປັນທາງການສໍາເລັດ ລິໂອເນລ ເມສຊີ ກອງໜ້າຄົນໃໝ່ຂອງ ປາຣີສ ແຊງແຊກແມງ ໄດ້ລົງສະໜາມນັດທໍາອິດໃນຖານະຕົວສໍາຮອງນາທີໆ 66 ໃນນັດທີ່ ປາຣີສ ບຸກໄປເອົາຊະນະ ແຣັງສ໌ 2-0 ເມື່ອວັນທີ 29 ສິງຫາ 2021.

ນັດດັ່ງກ່າວ ຄີລີຢັນ ເອັມບັບເປ ກອງໜ້າຂອງ ປາຣີສ ຍິງຄົນດຽວ 2 ປະຕູນາທີໆ 16 ແລະ 63 ຊ່ວຍໃຫ້ທີມຂຶ້ນນໍາ 2-0 ກ່ອນທີ່ນາທີໆ 66 ເມສຊີ ລົງແທນ ເນມາ ນາທີໆ 66 ເຖິງວ່ານັດນີ້ ເມສຊີ ຈະບໍ່ສາມາດຍິງປະຕູ ຫຼື ສົ່ງບານໃຫ້ໝູ່ຍິງ, ແຕ່ສະຖິຕິໃນສະໜາມພຽງ 25 ນາທີໂດດເດັ່ນທີ່ສຸດສາມາດສົ່ງບານສໍາເລັດເຖິງ 95%, ເອົາຊະນະຄູ່ແຂ່ງໃນການດວນຕົວຕໍ່ຕົວ 80%, ເອີ້ນລູກໄໝໄດ້ 3 ຄັ້ງ ແລະ ເສຍບານພຽງ 2 ຄັ້ງເທົ່ານັ້ນ.

.

ສໍາລັບ ນັດນີ້ເປັນການລົງແຂ່ງຂັນໃຫ້ກັບສະໂມສອນອາຊີບທີ 2 ໃນຊີວິດຂອງ ເມສຊີ ຫຼັງຢູ່ກັບ ບາເຊໂລນາ ຊຸດໃຫຍ່ມາແຕ່ປີ 2003 ລົງແຂ່ງຂັນ 778 ນັດຍິງໄປ 672 ປະຕູ.

PSG’s Lionel Messi reacts during the France League One soccer match between Reims and Paris Saint-Germain, at the Stade Auguste-Delaune in Reims, France, Sunday, Aug. 29, 2021. (AP Photo/Francois Mori)

ຮູບຈາກ: AP