ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຢ້ຽມຢາມໂຮງງານ ກາເຟດາວ

609

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຮງງານກາເຟສຳເລັດຮູບ Dao Coffee ຢູ່ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍການນຳພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ ໃນວັນທີ 26 ສິງຫາ 2021 ໂດຍການຕ້ອນຮັບຂອງທ່ານ ນາງ ບຸນເຮືອງ ແຄລໍ ລິດດັງ ຮອງປະທານ ກຸ່ມບໍລິສັດດາວເຮືອງ.


ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານເຈົ້າ ແຂວງຈຳປາສັກ ພ້ອມຄະນະ ໄດ້ຮັບຟັງການລາຍງານ ຈາກຜູ້ອຳນວຍການ ກຸ່ມບໍລິສັດ ດາວເຮືອງ ສາຂາປາກເຊ ໃຫ້ຮູ້ວ່າ: ໂຮງງານກາເຟສຳເລັດຮູບ ກາເຟດາວ Dao Coffee ຕັ້ງຢູ່ບ້ານ ຫລັກ 21 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ມີເນື້ອທີ່ລວມທັງໝົດ 13 ເຮັກຕາ, ມີຄວາມສູງຈາກລະດັບໜ້ານ້ຳທະເລ 400-500 ແມັດ, ອຸນຫະພູມສະເລ່ຍ 30-32 ອົງສາ ຕະຫລອດປີ. ເນື້ອທີ່ສວນປູກກາເຟ ຂອງກຸ່ມບໍລິສັດດາວເຮືອງ ມີ 250 ເຮັກຕາ, ປູກພັນອາລາບຣິກາ ຢູ່ ເຂດພູພຽງບໍລະເວນ ເມືອງປາກຊ່ອງ, ໃນລະດັບຄວາມສູງຈາກນໍ້າທະເລ ປະມານ 1.200 ແມັດ, ເປັນດິນພູໄຟເກົ່າ, ພ້ອມດຽວກັນນັ້ນ ທາງບໍລິສັດ ກໍ່ໄດ້ເຮັດການສົ່ງເສີມການປູກກາເຟ ຮ່ວມກັບຊາວສວນ ໃນຮູບແບບ 2+3 ຕາມແນວທາງນະໂຍບາຍຂອງພັກ-ລັດ.

.
ໂຮງງານສ້າງຕັ້ງຂຶ້ນ ໃນປີ 2012 ມີກຳລັງການຜະລິດສູງ ເຖິງ 3.500 ໂຕນຕໍ່ປີ ແລະ ໄດ້ນຳໃຊ້ລະບົບອຸດສະຫະກຳເຄື່ອງຈັກ ທີ່ມີຄວາມທັນສະໄໝ ຈາກທະວີບເອີຮົບ, ເຊິ່ງເຄື່ອງຈັກທັງໝົດທີ່ ຢູ່ໃນໂຮງງານ ແມ່ນນຳເຂົ້າຈາກແບນເຄື່ອງຈັກທີ່ມີຊື່ສຽງ ເຊັ່ນ: ເຄື່ອງຂົ້ວກາເຟ ຂອງ PROBAT ຈາກປະເທດເຢຍລະມັນ, ເຄື່ອງຈັກລະບົບຜະລິດກາເຟສຳເລັດຮູບຂອງ NIRO ຈາກປະເທດເດັນມາກ ແລະ ເຄື່ອງຈັກບັນຈຸພັນຂອງ SANKO ຈາກປະເທດຍີ່ປຸ່ນ ເພື່ອຜະລິດອາຫານໃຫ້ມີຄຸນນະ ພາບສູງ ແລະ ໃຫ້ໄດ້ມາດຕະຖານ.


ໂຮງງານແຫ່ງນີ້, ມີພະນັກງານທັງໝົດ 500 ກວ່າຄົນ, ເຊິ່ງວ່າທາງບໍລິສັດ ໄດ້ມີນະໂຍບາຍ ໃນການດູແລພະນັກງານຄືຄອບຄົວດຽວກັນ ເປັນຄອບຄົວກາເຟດາວ. ໃນນັ້ນ, ຈະມີບ້ານພັກພະນັກ ງານ, ໂຮງອາຫານ, ສຸກສາລາປະຈຳໂຮງງານ. ພ້ອມນັ້ນ, ຍັງມີນະໂຍບາຍໃນການກວດເຊັກ ສຸຂະ ພາບປະຈຳປີ, ມີລົດຮັບສົ່ງພະນັກງານ ທີ່ເປັນສະຫວັດດີການ ຂອງ ກຸ່ມບໍລິສັດດາວເຮືອງ ໄດ້ຈັດຕັ້ງຂຶ້ນ. ຈາກນັ້ນ, ທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ລົງເບິ່ງຂະບວນການຜະລິດ.
ໂຮງງານດັ່ງກ່າວ, ມີພະແນກ QA ຫລື ພະແນກຄວບຄຸມຄຸນນະພາບ ມີໜ້າທີ່ກວດສອບ ຄຸນນະພາບ ແລະ ຄວາມສະອາດປອດໄພຂອງຜະລິດຕະພັນອາຫານ ທີ່ຢູ່ໃນໂຮງງານ ຈຸດປະສົງ ກໍເພື່ອຜະລິດຕະພັນທີ່ມີຄຸນນະພາບປອດໄພ ແລະ ສືບຕໍ່ພັດທະນາຄຸນນະພາບ ໃຫ້ໄດ້ມາດຕະຖານ.


ປັດຈຸບັນໂຮງງານກາເຟດາວ ໄດ້ນໍາໃຊ້ລະບົບຄວາມສະອາດປອດໄພ ຂອງຜະລິດຕະພັນອາ ຫານ ກໍຄື ISO 22000. HACCP. GMP ທີ່ຜ່ານການກວດສອບ, ໂດຍສະຖາບັນ SGS ປະເທດໄທ. ຜະລິດຕະພັນຂອງກາເຟດາວ ມີ ກາເຟຂົ້ວເມັດ, ກາເຟສຳເລັດຮູບ ແລະ ຮູບແບບຂອງການຜະ ລິດ ເລີ່ມຕົ້ນຈາກສວນປູກ ຈົນຮອດຂະບວນການສຸດທ້າຍຂອງການແປຮູບ ເປັນຜະລິດຕະພັນກາເຟດາວ ໄດ້ມີການກວດສອບຂັ້ນຕອນຜະລິດຕະພັນ ຕັ້ງແຕ່ວັດຖຸດິບ ຈົນຮອດຜະລິດຕະພັນສຳເລັດຮູບ.

ຂ່າວ-ຮູບ: ທັດຊະນະ