ບໍລິສັດ ເອໄອດີຊີ ການຄ້າ ຈະລົງທຶນສ້າງຕັ້ງໂຮງງານແປ້ງ ມັນຕົ້ນ ຢູ່ຈໍາປາສັກ

1152

ບໍລິສັດ ເອໄອດີຊີ ການຄ້າ ຈໍາກັດຜູ້ດຽວ ກຽມລົງທຶນ ສ້າງໂຮງງານແປ້ງມັນຕົ້ນຂະໜາດໃຫຍ່ມູນຄ່າກວ່າ 70 ລ້ານໂດລາສະຫະລັດຢູ່ ແຂວງ ຈຳປາສັກ ເພື່ອເປັນການສົ່ງເສີມການປູກເປັນສິນຄ້າ ຂອງປະຊາຊົນ.


ກອງປະຊຸມສະຫຼຸບຜົນໂຄງການ ກະສິກໍາຂອງບໍລິສັດ ເອໄອດີຊີ ການຄ້າ ຈໍາກັດຜູ້ດຽວ ຈັດຂຶ້ນ ວັນທີ 26 ສິງຫາ 2021 ທີ່ແຂວງຈຳປາສັກ ເຂົ້າຮ່ວມມີທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ), ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ (ຮ່ວມການປະຊຸມຜ່ານOnline). ມີທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດເອໄອດີຊີ ການຄ້າ ຈໍາກັດຜູ້ດຽວ,ມີບັນດາທ່ານ ຫົວໜ້າພະແນກ, ເຈົ້າເມືອງ ຂະແໜງການທີກ່ຽວຂ້ອງຂັ້ນກະຊວງ,ຂັ້ນແຂວງເຂົ້າຮ່ວມຢ່າງພ້ອມພຽງ.


ການສ້າງໂຮງງານແປງມັນຕົ້ນ ມູນຄ່າ 70 ລ້ານໂດລາສະຫະລັດໃນເນື້ອທີ່ 250 ເຮັກຕາ ໃຫຍ່ທີ່ສຸດໃນ ສປປ ລາວ ຕັ້ງຢູ່ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ. ນອກນັ້ນຍັງມີ ໂຄງການສ້າງຕະຫຼາດ ກະສິກຳຂາຍສົ່ງ ຢູ່ເມືອງປາກຊ່ອງ ແລະ ໂຄງການສົ່ງອອກມັນຕົ້ນແຫ້ງ ທົດແທນມັນຕົ້ນດິບ ແລະ ການນຳໃຊ້ໂຮງງານດາວເຮືອງ ເພື່ອຕາກສິນຄ້າກະສິກຳ ເພີ່ມຕື່ມ.


ທ່ານ ຄໍາແພງ ໄຊສົມແພງ ກ່າວວ່າ: ໃນນາມຕາງໜ້າ ກະຊວງ ອຄ, ພ້ອມດ້ວຍຄະນະກົມຈາກກະຊວງ, ຂະແຫນງການ ອຄ ຂັ້ນແຂວງ, ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບກຽດໃຫ້ຄຳເຫັນໃນພິທີເຊັນສັນຍາ ການຮ່ວມມື ການລິເລີ່ມໂຄງການ ສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ ຢູ່ເມືອງບາຈຽງ ຈະເລີນສຸກ ແລະ ລານສິນຄ້າກະສິກຳພາຍໃນແຂວງຈຳປາສັກ ລະຫວ່າງ ບໍລິສັດ ເອໄອດີຊີ ການຄ້າຈຳກັດຜູ້ດຽວ ແລະ ພະແນກ ອຄ ແຂວງຈຳປາສັກ.


ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດຂອງທີມງານທຸກຂັ້ນ ແລະ ທຸກພາກສ່ວນ ທີ່ປະກອບສ່ວນໃນການຄົ້ນຄວ້າ ແລະ ສ້າງແຜນງານສົ່ງເສີມການປຸງແຕ່ງແປ້ງມັນຕົ້ນ ໃຫ້ເປັນສິນຄ້າ ທີ່ມີເປົ້າໝາຍໃນການສົ່ງອອກ ແລະ ເພື່ອສ້າງໃຫ້ສິນຄ້າດັ່ງກ່າວກາຍເປັນສ່ວນຫນຶ່ງໃນການສະໜັບສະໜູນໃຫ້ ຍຸດທະສາດການພັດທະນາ ເສດຖະກິດສັງຄົມຂອງແຂວງ.


ທ່ານກ່າວຕື່ມວ່າ: ການເຊັນສັນຍາໃນມື້ນີ້ ແມ່ນເພື່ອເປັນບ່ອນອີງຂອງພາກລັດ ແລະ ພາກເອກະຊົນຂອງພວກເຮົາ ຈະໄດ້ພ້ອມພຽງກັນ ແລະ ສືບຕໍ່ຮ່ວມມືກັນຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ເພື່ອສ້າງມູນຄ່າເພີ່ມ ໂດຍມີເປົ້າໝາຍທີ່ຊັດເຈນ ກໍຄືການສ້າງໂຮງງານປຸງແຕ່ງແປ້ງມັນຕົ້ນ ແລະ ລານສິນຄ້າກະສິກຳ ພາຍໃນແຂວງຈຳປາສັກ ແລະ ກວມໄປເຖິງ ແຂວງພາກໃຕ້.
ຂໍຮຽກຮ້ອງມາຍັງບັນດາກົມຂັ້ນສູນກາງ ແລະ ທ້ອງຖິ່ນ ຊ່ວຍກັນຄົ້ນຄວ້າ ແລະ ສຶກສາບັນດານະໂຍບາຍໃນການສົ່ງເສີມໂຮງງານທີ່ສ້າງຕັ້ງໃໝ່ນີ້, ໃຫ້ພ້ອມກັນປະສານສົມທົບ ແລະ ຮ່ວມມືກັນ, ສົ່ງເສີມການປູກ ແລະ ເຕັກນິກ ເພື່ອເຮັດໃຫ້ຖານການຜະລິດຂອງຂັ້ນແຂວງ ກາຍເປັນຕົວແບບ ແລະ ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ ກໍຄືກ້າວໄປເຖິງສັງຄົມການຜະລິດ ຢ່າງເຕັມສ່ວນ.