ແນະນຳໃຫ້ເຮັດຕາມວິທີນີ້ ການຕໍ່ກິ່ງໝາກມ່ວງໃຫ້ໄດ້ຜົນດີ

536

ການຂະຫຍາຍພັນພືດ ເພື່ອເພີ່ມປະລິມານຕົ້ນພັນໃຫ້ຫຼາຍຂຶ້ນ ສາມາດຂະຫຍາຍພັນໄດ້ຫຼາຍວິທີ ແຕ່ລະວິທີມີຄວາມຍາກງ່າຍ ແລະ ມີຂໍ້ດີ – ຂໍ້ເສຍແຕກຕ່າງກັນ ເຊັ່ນ: ການຕໍ່ກິ່ງ ເມື່ອບາດແຜທີ່ຈຸດເຮົານຳມາຕໍ່ໃສ່ກັນເຊື່ອມເຂົ້າກັນສົມບູນເປັນຕົ້ນດຽວກັນແລ້ວ ສ່ວນທີ່ຢູ່ເທິງຮອຍຕໍ່ເອີ້ນວ່າ ກິ່ງພັນດີ, ສ່ວນທີ່ຢູ່ດ້ານລຸ່ມຮອຍຕໍ່ເຮັດໜ້າທີ່ເປັນຮາກເອີ້ນວ່າ: ຕົ້ນຕໍ.

ไม่มีคำอธิบายรูปภาพ

ໃນຄໍລຳນີ້ຂໍນຳສະເໜີເຕັກນິກການຕໍ່ກິ່ງໝາກມ່ວງ ຄືການສອດສ່ວນຂອງພືດ ຫຼື ກິ່ງພືດອີກຕົ້ນໜຶ່ງລົງໃສ່ອີກພືດຕົ້ນໜຶ່ງ ແລະ ສ່ວນທັງສອງຂອງພືດຈະເຊື່ອມເຂົ້າກັນ ແລະ ຈະເລີນເຕີບໂຕໄປເປັນພືດຕົ້ນໃໝ່ ໂດຍສ່ວນທີ່ຢູ່ລຸ່ມຮອຍຕໍ່ຈະເຮັດໜ້າທີ່ດູດນ້ຳ ແລະ ແຮ່ທາດອາຫານ, ສ່ວນດ້ານເທິງ ຫຼື ເອີ້ນວ່າກິ່ງເຮັດໜ້າທີ່ເປັນສ່ວນຜະລິດອອກໝາກຜົນ.

อาจเป็นรูปภาพของ ดอกไม้ และกลางแจ้ง

ການຕໍ່ກິ່ງແບບສຽບເປັນແບບທີ່ນິຍົມກັນຫຼາຍໃນປັດຈຸບັນ ເຊິ່ງສ່ວນຫຼາຍມັກຈະໃຊ້ກິ່ງທີ່ມີຂະໜາດໃຫຍ່ ຫຼື ນ້ອຍຕາມຄວາມເໝາະສົມ.

ວິທີການຄື: ຜ່າເຄິ່ງຕົ້ນຕໍ ຄວາມຍາວ ປະມານ 2,5 – 5,0 ຊັງຕີແມັດ ( 1 – 2 ນິ້ວ ) ຂຶ້ນກັບຊະນິດຂອງພືດ ແລະ ອາຍຸຂອງລຳຕົ້ນຕໍນັ້ນ ໂດຍການວາງໃບມີດໃຫ້ອ່ຽງດ້ານໃດດ້ານໜຶ່ງ ເພື່ອເຮັດໃຫ້ຮອຍບາດນັ້ນລຽບ ຫາກໃຊ້ມີດຜ່າໂດຍກົງຈະເຮັດໃຫ້ຮອຍບາດທີ່ປາດລົງໄປນັ້ນແຕກ ແລະ ເຮັດໃຫ້ຮອຍບາດບໍ່ລຽບ.

อาจเป็นรูปภาพของ กลางแจ้ง

ການກຽມຍອດພັນຄວນມີຕາ 3 – 4 ຕາ ປາດໃຫ້ພໍດີກັບຮອຍບາດທີ່ຕົ້ນຫຼັກຂອງພືດ ແລ້ວສຽບລົງໄປພໍດີພໍເໝາະ ບໍ່ຄວນທັ່ງລົງແຮງເກີນໄປ ແລ້ວນຳເອົາພລາສຕິກມາຫໍ່ມັດໄວ້ຢ່າງດີ ເປັນເວລາ 25 – 30 ວັນ ຈຶ່ງສາມາດເອົາພລາສຕິກນັ້ນອອກໄດ້ ເຊິ່ງເຮົາຈະສັງເກດເຫັນພືດພັນດີໃໝ່ເກີດຂຶ້ນຕາມກິ່ງໄດ້ຢ່າງຊັດເຈນ ແລະ ຈະເລີນເຕີບໂຕໄປຕາມການເວລາຂອງມັນໃນທີ່ສຸດ.

( ແຫຼ່ງທີ່ມາ: www.sentangsedtee.com )