ຕາມຄາດ! ຈໍຈິນໂຢ ຄວ້າລາງວັນນັກເຕະດີເດັ່ນຂອງເອີຣົບ

285
Chelsea's Jorginho of Italy delivers a video message after the announcement that he won the UEFA Men's Player of the Year award, during the soccer Champions League draw in Istanbul, Turkey, Thursday, Aug. 26, 2021. (AP Photo/Emrah Gurel)

ຈໍຈິນໂຢ ກອງກາງຕົວເກັ່ງຂອງສະໂມສອນ ເຊລຊີ ແລະ ທີມຊາດອິຕາລີ ຄວ້າລາງວັນນັກເຕດີເດັ່ນຂອງເອີຣົບ ຕາມການປະກາດຢ່າງເປັນທາງການຂອງ ສະຫະພັນບານເຕະເອີຣົບ ( ຢູຟາ ) ໃນຄືນຜ່ານມາ ຈາກຜົນງານທີ່ ຈໍຈິນໂຢ ສ້າງຜົນງານໂດດເດັ່ນໃນລະດູການຫຼ້າສຸດພາ ເຊລຊີ ຄວ້າແຊັມ ຢູຟາ ແຊັມປ້ຽນລີກ 2020-2021 ກັບ ຢູຟາ ຊູເປີ ຄັບ, ສ່ວນຜົນງານໃນທີມຊາດກໍໂດດເດັ່ນພາ ທີມຊາດອິຕາລີ ຄວ້າແຊັມ ຢູໂຣ 2020.

ສະຫຼຸບລາງວັນດີເດັ່ນຂອງ ຢູຟາ ມີດັ່ງນີ້:
ນັກເຕະດີເດັ່ນ: ຈໍຈິນໂຢ
ຜູ້ຮັກສາປະຕູດີເດັ່ນ: ເອດູອາ ເມນດີ ຈາກເຊລຊີ
ກອງຫຼັງດີເດັ່ນ: ຣູເບນ ດິອາສ ຈາກແມນເຊັສເຕີ ຊິຕີ້

ກອງກາງດີເດັ່ນ: ເອັນໂກໂລ ກອງເຕ ຈາກເຊລຊີ
ກອງໜ້າດີເດັ່ນ: ເອີລິງ ຮາແລນ ຈາກໂບຣຸສເຊຍ ດ໊ອດມູນ
ຜູ້ຈັດການທີມດີເດັ່ນ: ໂທມັສ ທູເຄິລ ຈາກເຊລຊີ