ເຊເຣນາ ເຈັບກ້າມຊີ້ນຂາ ປະກາດຖອນຕົວຈາກ ຢູເອັສ ໂອເພັນ 2021

309
FILE - Serena Williams of the US plays Aliaksandra Sasnovich of Belarus for the women's singles first round match on day two of the Wimbledon Tennis Championships in London, Tuesday June 29, 2021. Williams added herself to the list of big-name withdrawals from the U.S. Open on Wednesday, Aug. 25, 2021 pulling out of the year’s last Grand Slam tournament because of a torn hamstring. (AP Photo/Kirsty Wigglesworth, file)

ເຊເຣນາ ວິລລຽມສ໌ ນັກເທັນນິິສຊາວອາເມຣິກາ ຍັງຕ້ອງລຸ້ນແຊັມແກຣນສະແລມສະໄໝທີ 24 ຂອງຕົວເອງໃນປີຕໍ່ໄປ ຫຼັງຈາກທີ່ລາວຕັດສິນໃຈຖອນຕົວຈາກ ຢູເອັສ ໂອເພັນ 2021 ເຊິ່ງເປັນລາຍການລະດັບແກຣນສະແລມສຸດທ້າຍຂອງປີ 2021 ທີ່ຈະເລີ່ມຂຶ້ນໃນວັນທີ 30 ສິງຫາ 2021 ເພາະອາການບາດເຈັບທີ່ກ້າມຊີ້ນຕົ້ນຂາ.

ເຊເຣນາ ປັດຈຸບັນອາຍຸ 39 ປີເປີດເຜີຍຜ່ານ ອິນສະຕາແກຣມວ່າ: “ ຫຼັງຈາກພິຈາລະນາຢ່າງຖີ່ຖ້ວນ ແລະ ປະຕິບັດຕາມຄໍາແນະນໍາຂອງໝໍ, ຂ້ອຍຕັດສິນໃຈແລ້ວທີ່ຈະຖອນຕົວຈາກການແຂ່ງຂັນ ຢູເອັສ ໂອເພັນ ເພື່ອໃຫ້ຕົວເອງຫາຍຈາກອາການບາດເຈັບກ້າມຊີ້ນຕົ້ນຂາຢ່າງສົມບູນ ”.

ເຊເຣນາ ປັດຈຸບັນແມ່ນໄດ້ແຊັມລະດັບແກຣນສະແລມ 23 ສະໄໝ ເຊິ່ງຕ້ອງການໄດ້ແຊັມສະໄໝທີ 24 ເພື່ອສ້າງສະຖິຕິທຽບເທົ່າກັບ ມາກາເຣັດ ຄອດ ທີ່ໄດ້ແຊັມລະດັບແກຣນສະແລມຂອງຝ່າຍຍິງຫຼາຍທີ່ສຸດໃນປັດຈຸບັນ.
ຮູບຈາກ: AP