ເວນເກີ ມາເອງມອບລາງວັນ ຟີຟາ ໃຫ້ກັບຄູຝຶກ ແລະ ນັກເຕະສະໂມສອນ ລິເວີພູລ

335

ອາແຊນ ເວນເກີ ອະດີດຜູ້ຈັດການທີມຂອງ ອາເຊນອລ ເດີນທາງໄປມອບລາງວັນໃຫ້ກັບ ເຈີເກັນ ຄລ໊ອບ ຜູ້ຈັດການທີມ ແລະ ນັກເຕະອີກ 4 ຄົນຂອງ ລິເວີພູລ ເມື່ອວັນທີ 24 ສິງຫາ ທີ່ຜ່ານມາ.

ຄລ໊ອບ ຄວ້າລາງວັນຜູ້ຈັດການທີມຊາຍດີເດັ່ນປະຈໍາປີ 2020, ສ່ວນ ເທຣນ ອະເລັກຊານເດີ – ອາໂນລ, ເຟີຈິລ ຟານ ໄດ, ອະລິສຊອນ ເບັກເກີ ແລະ ຕິອາຟໂກ ອັລຄັນທາຣາ ໄດ້ຮັບລາງວັນຈາກການຕິດທີມດີເດັ່ນປະຈໍາປີ 2020 ຂອງ ຟີຟາ ຫຼື ຟີຟາ ຟິຟໂປຣ ເມນສ໌ ເວິລ 11.

ປັດຈຸບັນ ເວນເກີ ຮັບໜ້າທີ່ເປັນຫົວໜ້າຝ່າຍພັດທະນາວົງການບານເຕະທົ່ວໂລກຂອງ ສະຫະພັນບານເຕະນາໆຊາດ ( ຟີຟາ ) ເດີນທາງໄປເອັກຊາ ເທຣນນິງ ເຊັນເຕີ ສູນຝຶກຊ້ອມໃໝ່ທີ່ຕັ້ງຢູ່ເຄິກບີ້ ສະໜາມຊ້ອມຂອງ ລິເວີພູລ ເພື່ອມອບລາງວັນດັ່ງກ່າວໃຫ້ທຸກໆຄົນ.