ຢູຟາ ມອບລາງວັນເປັນກຽດໃຫ້ກັບ ເຄຍ-ທີມແພດ ທີ່ຊ່ວຍ ອີຣິກເຊັນ ໃຫ້ມີຊີວິດຕໍ່ຫຼັງໝົດສະຕິໃນສະໜາມ

396

ສະຫະພັນບານເຕະເອີຣົບ ( ຢູຟາ ) ມອບລາງວັນເພື່ອເປັນກຽດໃຫ້ກັບ ຊິມົງ ເຄຍ ກອງຫຼັງຫົວໜ້າທີມຊາດດານມາກ ແລະ ທີມແພດ ຫຼັງຈາກທີ່ສາມາດຊ່ວຍຊີວິດຂອງ ຄຣິສຕຽນ ອິຣິກເຊັນ ໃນການແຂ່ງຂັນບານເຕະ ຢູໂຣ 2020 ເມື່ອເດືອນມິຖຸນາ 2021 ທີ່ຜ່ານມາ.

ອິຣິເຊັນ ມີອາການຫົວໃຈຢຸດເຕັ້ນກະທັນຫັນ ຈົນລົ້ມລົງໃນໜາມ ໃນນັດທີ ທີມຊາດດານມາກ ພົບກັບ ແຟງລັງ ແຕ່ການຊ່ວຍເຫຼືອຂອງ ເຄຍ ແລະ ທີມແພດ ຄົນອື່ນໆດົນພໍສົມຄວນ ກ່ອນທີ່ຈະເຮັດໃຫ້ກັບມາມີສະຕິໄດ້ອີກຄັ້ງ.

ຫຼ້າສຸດ ຢູຟາ ໄດ້ມອບລາງວັນເພື່ອເປັນກຽດຕໍ່ຄຸນງາມຄວາມດີຄັ້ງນີ້ ໂດຍ ເຄຍ ໄດ້ຮັບລາງວັນການກະທໍາ ແລະ ຄວາມເປັນຜູ້ນໍາ ຫຼັງຈາກທີ່ ຈັດຮ່າງກາຍຂອງ ອິຣິກເຊັນ ໃຫ້ຢູ່ໃນທ່າທີ່ເໝາະສົມ ແລະ ເລີ່ມປໍ້າຫົວໃຈເປັນຄົນທໍາອິດ ພ້ອມນໍາຜູ້ຫຼິ້ນຄົນອື່ນໆ ມາຢືນບັນ ເພື່ອບໍ່ໃຫ້ພາບຂອງ ອິຣິກເຊັນ ທີ່ມີສະພາບບໍ່ຄ່ອຍດີຫຼຸດອອກໄປ.

ສ່ວນທີມແພດຂອງ ດານມາກ 2 ຄົນ ໄດ້ແກ່ ມໍເທນ ໂຊລດາເກີ ແລະ ມໍເທນ ໂບເຊັນ ລວມເຖິງທີມແພດປະຈໍາສະໜາມຢ່າງ ໂມເກນສຸ ຄຣອຍທ໌ເຟລດ, ເຟຣເດຣິກ ເຟລນສະເຕດ, ອັນເກີ ໂບເຊັນ, ເກດີ ເອີສະກາດ ແລະ ເຈົ້າໜ້າທີ່ຝ່າຍການແພດຂອງ ຢູຟາ ກໍໄດ້ຮັບລາງວັນເຊັ່ນກັນ.