ພາຣາແລມປິກ 2020 ເປີດສາກທາງການແລ້ວ, ແກ່ນ ເທບທິດາ ສະບັດທຸງຊາດລາວ ໃນພິທີເປີດ

434
Fireworks explode at the conclusion of the opening ceremony for the 2020 Paralympics at the National Stadium in Tokyo, Tuesday, Aug. 24, 2021. (AP Photo/Eugene Hoshiko)

ມະຫະກໍາກີລາ ພາຣາແລມປິກ ຄັ້ງທີ 16 ມີພິທີເປີດການແຂ່ງຂັນຢ່າງເປັນທາງການ ໃນວັນທີ 24 ສິງຫາ 2021 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ພາຍໃຕ້ການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງໂຄວິດ ເຊິ່ງອະນຸຍາດໃຫ້ຜູ້ຊົມເຂົ້າສະໜາມໄດ້ພຽງ 75 ຄົນເທົ່ານັ້ນ.

ພິທີດັ່ງກ່າວມີສົມເດັດພະຈັກກະພັດ ນາຣຸຮິໂຕະ ໃຫ້ກຽດເປັນປະທານ ກ່າວເປີດງານການແຂ່ງຂັນຢ່າງເປັນທາງການ, ໂດຍມີ ທ່ານ ໂທມັສ ບາກ ປະທານຄະນະກໍາມະການໂອແລມປິກສາກົນ ( IOC ) ແລະ ທ່ານ ແອນດຣູວ ພາສັນ ປະທານຄະນະກໍາມະການພາຣາແລມປິກສາກົນ ( IPC ) ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມເປັນສັກຂີພີຍານ.

ການສະແດງໃນພິທີເປີດຄັ້ງນີ້ເຈົ້າພາບນໍາສະເໜີຮູບແບບການສະແດງເຖິງ “ ການກ້າວໄປຂ້າງໜ້າດ້ວຍກັນດ້ວຍປີກຂອງພວກເຮົາ ” ເປັນການສ້າງໃຫ້ນັກກີລາຄົນພິການ ພະຍາຍາມຈະກາງປີກບໍ່ວ່າມີລົມພັດໄປທາງໃດ ຕໍ່ດ້ວຍການສະແດງຂອງເຈົ້າພາບທີ່ເນັ້ນສື່ຄວາມໝາຍເຖິງການຈັບມືກັນຂອງຊາດ ສະມາຊິກພາຣາແລມປິກ ເກມ, ການໃຫ້ກຽດ ແລະ ຄວາມກ້າຫານຂອງນັກກີລາ ລວມເຖິງຄວາມສາມັກຄີກັນ ໂດຍໃຊ້ດົນຕີເປັນສື່ເຖິງສຽງຂອງຄວາມປອງກອງກັນເປັນຕົ້ນ.

ຈາກນັ້ນກໍເຂົ້າສູ່ຂະບວນການສວນສະໜາມຂອງທັບນັກກີລາຈາກ 183 ປະເທດລົງສູ່ສະໜາມ ໂດຍທັບນັກກກີລາລາວ ຍ່າງເຂົ້າສູ່ສະໜາມເປັນລຳດັບທີ 152 ຕາມຕົວອັກສອນພາສາຢີ່ປຸ່ນ ຈາກ 162 ປະເທດ ເຊິ່ງແນ່ນອນ ທັບນັກກີລາລາວ ແມ່ນມອບໜ້າທີ່ຖືທຸງຊາດໃນພິທີດັ່ງກ່າວໃຫ້ກັບ ທ້າວ ແກ່ນ ເທບທິດາ ນັກກີລາແລ່ນ-ລານຄົນພິການລາວ ໜຶ່ງດຽວທີ່ໄດ້ເຂົ້າຮ່ວມ.

ສໍາລັບ ແກ່ນ ເທບທິດາ ເກີດວັນທີ 29 ພະຈິກ 1999 ທີ່ບ້ານລາດບວກ ເມືອງແປກ ແຂວງຊຽງຂວາງ ສູງ 170 ຊັງຕີແມັດ ແລະ ນໍ້າໜັກ 64 ກິໂລແມັດ ມີສະຖິິຕິການແລ່ນທີ່ດີທີ່ສຸດແມ່ນ 11,34 ວິນາທີ ເຊິ່ງຜົນງານທີ່ຜ່ານມາແມ່ນເຂົ້າຮ່ວມການແຂ່ງຂັນລະດັບອາຊີ ຄວ້າອັນດັບ 5 ທັງປະເພດ 100 ແມັດ ແລະ 200 ແມັດ. ນອກນັ້ນ, ຍັງເຄີຍເຂົ້າຮ່ວມຊີງແຊັມໂລກຢູ່ທີ່ນະຄອນດູໄບ ແມ່ນໄດ້ອັນດັບທີ 13 ແລະ ກ່ອນໜ້ານີ້ແມ່ນເກັບຕົວຝຶກຊ້ອມຢູ່ທີ່ປະເທດຍີ່ປຸ່ນ ນັບແຕ່ວັນທີ 12 ສິງຫາ 2021, ຈະລົງແຂ່ງຂັນໃນວັນທີ 29 ສິງຫາ 2021.

ແນ່ນອນວ່າຄັ້ງນີ້ເປັນຄັ້ງທໍາອິດຂອງ ແກ່ນ ທີ່ໄດ້ລົງແຂ່ງຂັນໃນພາຣາແລມປິກ ເຊິ່ງລາວກໍຕັ້ງເປົ້າຫວັງຍາດໄດ້ຫຼຽນໃດຫຼຽນໜຶ່ງ ລວມທັງຍັງກາຍເປັນນັກກີລາຄົນພິການລາວ ຄັ້ງທີ 5 ທີ່ໄດ້ເຂົ້າຮ່ວມ ພາຣາແລມປິກ ຕໍ່ຈາກປີ 2000, 2008, 2012 ແລະ 2016 ເຄີຍໄດ້ 1 ຫຼຽນທອງຈາກ ທ້າວ ເອື້ອຍ ສີມາຍ ນັກກີຍົກນໍ້າໜັກ ລຸ້ນ 48 ກິໂລ ໃນປີ 2008 ທີ່ປັກກິ່ງ ສປ ຈີນ.

ນອກນັ້ນ, ໃນພິທີເປີດເຈົ້າພາບຍີ່ປຸ່ນ ສ້າງຄວາມຮືຮາດ້ວຍການເຊີນ ອາຄິຮິໂຕະ ໂຮຊິເດະ ນັກບິນອາວະກາດຊາວຍີ່ປຸ່ນ ຮ່ວມແລ່ນທວນໄຟເປີດການແຂ່ງຂັນ ຜ່ານລະບົບວີດີໂອຄອນເຟີເຣນຊ໌ ຈາກສະຖານີອະວະກາດນາໆຊາດຍີ່ປຸ່ນ ໂດຍອາໄສເທັກໂນໂລຢີ່ຕ່າງໆ ທັງກ້ອງຄວາມຄົມຊັດສູງ ແລະ ລະບົບສົ່ງສັນຍານຄວາມລະອຽດສູງລະຫວ່າງສະຖານີອາວະກາດກັບໂລກ ເພື່ອໃຫ້ ໂຮຊິເດະ ສາມາດມາຮ່ວມແລ່ນທວນໄຟທ໌ໄດ້.

ການແຂ່ງຂັນຄັ້ງນີ້ ມີນັກກີລາເຂົ້າຮ່ວມປະມານ 4.403 ຄົນ, ຍິງ 1.853 ຄົນ ຈາກ 162 ປະເທດ, ມີການຊີງໄຊ 539 ຫຼຽນຄຳ ຈາກ 22 ປະເພດກີລາ ເຊິ່ງເປັນການຊິງຫຼຽນຄຳຫຼາຍສຸດໃນປະຫວັດສາດ ພິເສດໃນການແຂ່ງຂັນຄັ້ງນີ້ມີ 2 ກີລາໃໝ່ບັນຈຸເຂົ້າແຂ່ງຂັນເຊັ່ນ: ດອກປີກໄກ່ ແລະ ເທຄວັນໂດ້.

ຮູບຈາກ: AP