ທະນາຄານ ລາວ – ຝຣັ່ງ ຈໍາກັດ ( ທລຝ ) ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ຈະແຈ້ງໃຫ້ທຸກທ່ານຊາບວ່າ ທ່ານ ສະເຕຟານ ອຽກແບັງ ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ອຳນວຍການຄົນໃໝ່ຂອງ ທະນາຄານ ລາວ – ຝຣັ່ງ ຈໍາກັດ ເລີ່ມແຕ່ວັນທີ 1 ສິງຫາ 2021 ທີ່ຜ່ານມາ

1045

ທ່ານ ສະເຕຟານ ໄດ້ນໍາເອົາຄວາມຮູ້, ປະສົບການທີ່ຫຼາກຫຼາຍຂອງເພິ່ນ ເພື່ອມາຜັນຂະຫຍາຍນໍາໃຊ້ເຂົ້າໃນການດໍາລົງຕໍາແໜ່ງນີ້, ເຊິ່ງເພິ່ນເຄີຍດໍາລົງຕໍາແໜ່ງເປັນຜູ້ບໍລິຫານລະດັບສູງມາຫຼາຍກວ່າ 25 ປີ ແລະ ມີປະສົບການໃນການເຮັດວຽກກັບທະນາຄານ ເບຣດ ເປັນເວລາຫຼາຍກວ່າ 14 ປີ. ຈາກປະສົບການທີ່ຫຼາກຫຼາຍໃນການເຮັດວຽກຂອງເພິ່ນທີ່ ກຸ່ມ ເບຣດ, ທ່ານ ສະເຕຟານ ຍັງໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ບໍລິຫານບັນດາສາຂາຂອງ ເບຣດ ທີ່ຢູ່ຕ່າງປະເທດອີກຫຼາຍແຫ່ງ. ໃນການດໍາລົງຕໍາແໜ່ງນີ້, ທ່ານ ສະເຕຟານ ຈະໄດ້ຮັບຜິດຊອບໃນການຂັບເຄື່ອນທິດທາງຍຸດທະສາດຂອງ ທລຝ ແລະ ຕິດຕາມກວດກາຄວາມສໍາເລັດຂອງທຸລະກິດ. ເຊິ່ງໃນຄັ້ງນີ້ເພິ່ນເອງກໍ່ຈະນໍາເອົາປະສົບການຂອງເພິ່ນນັ້ນມານໍາໃຊ້ກັບທາງ ທະນາຄານ ລາວ-ຝຣັ່ງ, ເຊິ່ງແມ່ນທະນາຄານຢູໂຣບແຫ່ງທຳອິດໃນ ສ ປປ ລາວ, ເພື່ອບັນລຸເປົ້າຫມາຍໃນການໃຫ້ບໍລິການທາງດ້ານການເງິນແບບຄົບວົງຈອນທີ່ດີເລີດ, ສ້າງສາຍສຳພັນທີ່ໝັ້ນຄົງ ແລະ ຍືນຍົງກັບລູກຄ້າທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງສຸມໃສ່ວຽກງານການພັດທະນາແບບຍືນຍົງຢູ່ໃນ ສປປ ລາວ ອີກດ້ວຍ.

อาจเป็นรูปภาพของ 1 คน, กำลังนั่ง, ชุดสูท และสถานที่ในร่ม

ທ່ານ ສະເຕຟານ ໄດ້ເຂົ້າມາຮັບຕຳແໜ່ງແທນ ທ່ານ ອາກໂນ ໂກລີເອ ຜູ້ອໍານວຍການຄົນເກົ່າຂອງ ທະນາຄານ ລາວ-ຝຣັ່ງ ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການຂອງ ທລຝ ຕັ້ງແຕ່ປີ 2017. ທ່ານ ສະເຕຟານກ່າວ: “ຕ່າງໜ້າໃຫ້ທີມງານຂອງ ທະນາຄານ ລາວ-ຝຣັ່ງ, ຂ້າພະເຈົ້າຂໍກ່າວຄໍາຂອບໃຈມາຍັງ ທ່ານ ອາກໂນ ສໍາລັບຄວາມພາກພຽນ ແລະ ການຊີ້ນໍານໍາພາຕະຫຼອດໄລຍະເວລາ 4 ປີ ທີ່ຜ່ານມາ. ຍ້ອນໄດ້ຮັບການນໍາພາ ແລະ ການສະໜັບສະໜູນທີ່ດີຈາກ ທ່ານ ອາກໂນ, ທະນາຄານ ລາວ-ຝຣັ່ງ ຈຶ່ງກາຍເປັນທະນາຄານໜຶ່ງທີ່ມີຄວາມເຂັ້ມແຂງທາງດ້ານການໃຫ້ບໍລິການທາງດ້ານການເງິນທີ່ດີຢູ່ໃນ ສປປ ລາວ”.

“ຂ້າພະເຈົ້າ ຮູ້ສຶກເປັນກຽດທີ່ໄດ້ຮັບຕໍາແໜ່ງເປັນຜູ້ອຳນວຍການຂອງ ທະນາຄານ ລາວ-ຝຣັ່ງ ໃນຄັ້ງນີ້, ພວກເຮົາມຸ່ງໝັ້ນໃນການຂະຫຍາຍ ແລະ ສ້າງຄວາມສໍາເລັດໃນໄລຍະຍາວ, ເຊິ່ງພວກເຮົາຈະສືບຕໍ່ເອົາໃຈໃສ່ໃນການພັດທະນາທາງດ້ານການບໍລິການທາງທະນາຄານທີ່ທັນສະໄໝ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ຄູ່ຮ່ວມທຸລະກິດຂອງພວກເຮົາ. ນອກຈາກນີ້, ພວກເຮົາຍັງໄດ້ສຸມໃສ່ວຽກງານການສ້າງຂີດຄວາມສາມາດໃນການສະໜອງຜະລິດຕະພັນດີຈີຕອນຮູບແບບໃຫມ”. ທ່ານ ສະເຕຟານ ຍັງໄດ້ກ່າວຕື່ມອີກວ່າ: “ພວກເຮົາຖືວ່າໂຊກດີທີ່ໄດ້ເປັນສ່ວນໜຶ່ງຂອງກຸ່ມ ເບຣດ, ທີ່ເປັນອົງກອນທີ່ມີິວິໄສທັດອັນກວ້າງໄກ ແລະ ພວກເຮົາຖືວ່າເປັນອົງກອນທີ່ມີຄວາມເຂັ້ມແຂງທາງດ້ານການເງິນ ເຖິງວ່າຈະຢູ່ໃນສະຖານະການທີ່ວິກິດທາງດ້ານເສດຖະກິດແບບນີ້ກໍ່ຕາມ. ນອກຈາກນີ້, ພວກເຮົາຍັງມີຄວາມເຊື່ອໝັ້ນໃນທ່າແຮງຂອງຄົນລາວ, ພວກເຮົາຈຶ່ງຕ້ອງການທີ່ສຸມໃສ່ໃນການລົງທຶນໃສ່ບຸກຄະລາກອນ, ເຄື່ອງມືທີ່ທັນສະໄໝ ແລະ ການພັດທະນາເຄືືືືອຂ່າຍສາຂາຂອງພວກເຮົາໃຫ້ເຕີບໂຕຍິ່ງຂຶ້ນໄປ.”

ກ່ຽວກັບທ່ານ ສະເຕຟານ ອຽກແບັງ

ປະຫວັດການເຮັດວຽກ

ທ່ານ ສະເຕຟານ ອຽກແບັງ ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ອຳນວຍການຂອງ ທະນາຄານລາວ-ຝຣັ່ງ ໃນວັນທີ 1 ສິງຫາ 2021. ຕະຫຼອດໄລຍະເວລາການເຮັດວຽກຂອງເພິ່ນ, ແມ່ນເຮັດວຽກໃນລະດັບຜູ້ບໍລິຫານມາຕະຫຼອດ. ກ່ອນທີ່ຈະມາດຳລົງຕໍາແໜ່ງເປັນຜູ້ອຳນວຍການທີ່ ທຝລ, ເພິ່ນໄດ້ເປັນຜູ້ຈັດການລະດັບພູມິພາກຂອງກຸ່ມ ເບຣດ. ທ່ານ ສະເຕຟານ ໄດ້ຊີ້ນໍາວຽກງານທາງດ້ານການພັດທະນາທາງດ້ານທະນາຄານຢູ່ທີ່ LA REUNION ແລະ MAYOTTE (ອານານິຄົມທາງທະເລຂອງປະເທດຝຣັ່ງ ທີ່ຢູ່ໃນເຂດມະຫາສະໝຸດອິນເດຍ), ເຊິ່ງມີພະນັກງານຫຼາຍກວ່າ 300 ຄົນ ສໍາລັບທົ່ວ 30 ໜ່ວຍບໍລິການ. ທ່ານ ສະເຕຟານ ມີປະສົບການເຮັດວຽກມາຫຼາຍກວ່າ 25 ປີ ແລະ ເຮັດວຽກກັບກຸ່ມ ເບຣດ ເປັນເວລາຫຼາຍກວ່າ 14 ປີ.

ປະຫວັດການສຶກສາ

ທ່ານ ສະເຕຟານ ຈົບການສຶກສາມາຈາກ ໂຮງຮຽນທຸລະກິດ Compiegne, ທີ່ ປະເທດຝຣັ່ງ

ກ່ຽວກັບທະນາຄານລາວ – ຝຣັ່ງ ຈໍາກັດ

ທະນາຄານ ລາວ-ຝຣັ່ງ ຈຳກັດ ແມ່ນທະນາຄານຮ່ວມທຶນລະຫວ່າງ ທະນາຄານ BRED (ກຸ່ມບໍລິສັດ BRED) ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ.

BRED ເປັນທະນາຄານ ຮ່ວມທຶນກັບທະນາຄານ Populaire ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1919 ເຊິ່ງປັດຈຸບັນ ມີສະມາຊິກຫຼາຍກວ່າ 200.000 ຫົວໜ່ວຍ ແລະ ມີຊັບສິນທັງໝົດຫຼາຍກວ່າ 4.4 ຕື້ ເອີໂຣ. ທະນາຄານດັ່ງກ່າວ ເປັນສ່ວນໜຶ່ງຂອງກຸ່ມບໍລິສັດ BPCE ທີ່ຈັດຢູ່ອັນດັບທີ 17 ຂອງບໍລິສັດທີ່ມີຊັບສິນຫຼາຍກວ່າໝູ່ທົ່ວໂລກ. BRED ມີສາຂາຢູ່ທົ່ວໂລກເຊັ່ນ: ຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ລາວ, ກຳປູເຈຍ ແລະ ມຽນມາ), ທະວີບອາຟຣິກາ (ຈີບູຕີ ແລະ ເອທິໂອເປຍ) ແລະ ພາກພື້ນປາຊີຟິກ (ນິວຄາເລໂດເນຍ, ຟິຈິ, ວານູອາຕູ ແລະ ໝູ່ເກາະ ໂຊໂລມອນ). ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ເປັນທະນາຄານທຸລະກິດທີ່ໃຫຍ່ທີ່ສຸດໃນ ສປປ ລາວ.

ກະລຸນາເຂົ້າໄປທີ່ www.bfl-bred.com ເພື່ອຮຽນຮູ້ຂໍ້ມູນເພີ່ມເຕີມກ່ຽວກັບ ທະນາຄານ ລາວ-ຝຣັ່ງ.