ກ່ອນຈະເປັນເຄື່ອງກີລາພິມລາຍ ແລະ ເຫດຜົນທີ່ຄວນເລືອກ BEGAN ຈາກນັກລິເລີ່ມຜູ້ໜຸ່ມນ້ອຍ

347

BEGAN SPORT ເປັນຜະລິດຕະພັນເຄື່ອງກີລາພິມລາຍ ທີ່ຢູ່ຄູ່ກັບຄົນລາວ ໂດຍສະເພາະແມ່ນຄົນທີ່ຮັກມັກໃນກີລາບານ ແລະ ນັກເຕະໃນລີກຂອງ ສປປ ລາວ ຄືກັບຜະລິດຕະພັນກີລາພິມລາຍອື່ນໆ. ແຕ່ BEGAN SPORT ມີຈຸດກໍາເນີດທີ່ໜ້າສົນໃຈ ເລີ່ມຈາກບຸກຄົນໜຸ່ມນ້ອຍທີ່ຮັກມັກໃນກີລາບານເຕະເປັນຜູ້ສ້າງ ແລະ ກາຍເປັນເຫດຜົນທີ່ຄວນເລືອກ.

ທ້າວ ໄອແມັກ ແສນທະວີ ໜຸ່ມນ້ອຍອາຍຸພຽງ 21 ປີ ເຈົ້າຂອງພະລິດຕະພັນເຄື່ອງກີລາພິມລາຍ BEGAN SPORT ໃຫ້ສໍາພາດວ່າ: ຈຸດເລີ່ມຈາກການຂາຍເຄື່ອງກີລາທາງອອນລາຍຕອນສະໄໝເປັນນັກຮຽນສາມັນ ຫຼ້າສຸດກ້າວມາເປັນເຈົ້າຂອງໂຮງງານຜະລິດເຄື່ອງກີລາພິມລາຍ BEGAN SPORT ສາມາດສ້າງອາຊີບໃຫ້ກັບຄອບຄົວ, ພີ່ນ້ອງ ແລະ ໝູ່ເພື່ອນ ລວມທັງຍັງເປັນສ່ວນໜຶ່ງໃນວົງການບານ ເຕະລາວອີກດ້ວຍ.

“ ຕອນສະໄໝເປັນນັກຮຽນແມ່ນຮັກມັກໃນການອອກແບບ (design) ແລະ ໃຊ້ເວລາວ່າງ ໃນການອອກແບບ , ຮຽນຮູ້ແລະພັດທະນາ ກ່ຽວກັບຂະບວນການຜະລິດເສື້ອກິລາ ຈຶ່ງມີຄວາມຄິດຢາກຂາຍເສື້ອກິລາ ຈົນໄດ້ພົບກັບ ອ້າຍຮັກສອງຄົນທີ່ປະເທດໄທ ພີ່ຄິ້ມແລະພີ່ຟິວ ໄດ້ຍິບຍື່ນໂອກາດໃຫ້ແລະຜັກດັນປຸກປັ້ນຈົນໄດ້ລິເລີ່ມສ້າງແບນເປັນຂອງໂຕເອງ ” ໄອແມັກ ກ່າວ.

ໄອແມັກ ບອກອີກວ່າ: ຈຸດເລີ່ມຕົ້ນແມ່ນການເຮັດຄົນດຽວກ່ອນ ໂດຍມີພໍ່-ແມ່ເປັນຜູ້ສະໜັບສະໜູນ ດ້ວຍການໄປຮັບເຄື່ອງຢູ່ໄທ ແລະ ມາຮັບອັດເບີເສື້ອ ກັບ ຊື່ ເຊິ່ງຕອນນັ້ນຍັງບໍ່ທັນມີການພິມລາຍເທື່ອ ແລະ ນ້ອງເອງຫາກໍຮຽນຢູ່ຊັ້ນມັດທະຍົມຕອນປາຍປີທີ 6 (ມ.6) ເຊິ່ງເຮັດການຄ້າຂາຍຢູ່ໜ້າຮ້ານ ແລະ ທັງຂາຍທາງອອນລາຍ ຈົນມາຮອດປີ 2019 ໄດ້ສ້າງໂຮງງານຂຶ້ນມາ ແລະ ກໍເລີ່ມຕົ້ນເຮັດເຄື່ອງກີລາພິມລາຍ ເຊິ່ງແນ່ນອນມາຮອດປັດຈຸບັນແມ່ນມີຫຼາຍຜະລິດຕະພັນກີລາເກີດຂຶ້ນ ແລະ ມີຄວາມທ້າທາຍຫຼາຍຢ່າງ. ແຕ່ພວກເຮົາເນັ້ນ 3 ຫຼັກການເປັນສໍາຄັນຄື: ຄວາມໄວ, ລາຄາຖືກ ແລະ ຄຸນນະພາບ ເພາະພວກເຮົາມີໂຮງງານ, ເຄື່ອງຈັກໃຫຍ່ທີ່ມີ 2 ຫົວພິມສາ ມາດພິມໄວໄດ້ ແລະ ມີທີມງານທີ່ມີປະສົບການ ຄືຈຸດເດັ່ນຂອງພວກເຮົາ.

ສໍາລັບ ເຫດຜົນທີ່ຄວນເລືອກ BEGAN SPORT ອັນດັບໜຶ່ງເລີຍຄື: ຄວາມໄວ, ລາຄາຖືກ, ມີລາຍທີ່ສວຍງາມໃຫ້ເລືອກຫຼາກຫຼາຍ ແລະ ມີຄຸນນະພາບ ໂດຍສະເພາະແມ່ນມີໂຮງງານ ລວມມີຫ້ອງອອກແບບ, ຕັດຫຍິບ, ພິມ ແລະ ອື່ນໆ ຕັ້ງຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງງຈັນ ຮັບບໍລິການອອກແບບ, ຜະລິດເສື້ອທີມ, ເສື້ອເຕະບານ, ເສື້ອກິດຈະກຳ, ເສື້ອແລ່ນ ແລະ ເສື້ອໃສ່ກຸ່ມຕ່າງໆ ທີ່ຄຸນນະພາບດີ ສາມາດຜະລິດໄດ້ ຕັ້ງແຕ່ໄຊສ໌ JS – 5XL ສົນໃຈສົ່ງຂໍ້ຄວາມຫາ BEGAN SPORT ຫຼື Whatapp/ ໂທ : 020 7698 4289

ສໍາລັບ ໄອແມັກ ປັດຈຸບັນອາຍຸ 21 ປີ ເກີດທີ່ບ້ານທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ຍ້າຍມາຮຽນຢູ່ນະຄອນຫຼວງວຽງຈັນ ຕັ້ງແຕ່ຍັງນ້ອຍໆ ແລະ ປັດຈຸບັນແມ່ນຮຽນຢູ່ ມະຫາວິທະຍາໄລແຫ່ງຊາດລາວ ຄະນະວິສະວະກໍາສາດ ປີທີ 3 ເຄີຍເປັນທັງນັກເຕະ ແລະ ຜູ້ສົ່ງທີມ BEGAN UNITED ເຂົ້າຮ່ວມການແຂ່ງຂັນບານເຕະຄອມມານໂດ ລາວລີກ 2 ປະຈໍາປີ 2020.

BEGAN SPORT ອີກໜຶ່ງຍີ່ຫໍ້ທາງເລືອກສໍາລັບທ່ານ ບໍ່ຈະເຮັດເສື້ອກີລາເປັນທີມ ຫຼື ນຸ່ງເປັນຂະບວນຫຼາຍໆຄົນໃນສໍານັກງານຫ້ອງການ, ຈັດກິດຈະກໍາພົບປະຕ່າງໆ ແມ່ນສາມາດສັ່ງໄດ້ ຫຼື ຕ້ອງ ການແບບທີ່ແຕກຕ່າງກໍສາມາດລົມກັບເພິ່ນໄດ້ ທີ່ສໍາຄັນ ຢ່າລື່ມສົ່ງເສີມນັກທຸລະກິດໜຸ່ມນ້ອຍບ້ານເຮົາໃຫ້ມີຊື່ສຽງ ແລະ ກ້າວໄກຄຽງຄູ່ການພັດທະນາຂອງສັງຄົມຍຸກໃໝ່.
ຂ່າວ-ຮູບ: ຫຼ້າ MKP ແລະ BEGAN SPORT