ປາກຽວ ກັບ ອູກັສ ຊັ່ງນໍ້າໜັກຜ່ານແລ້ວ ເຫຼືອພຽງຊົກວັດຄວາມເປັນໜຶ່ງ ໃນວັນອາທິດນີ້

781
Manny Pacquiao, left, of the Philippines, and Yordenis Ugas, of Cuba, pose for photographers during a weigh-in Friday, Aug. 20, 2021, in Las Vegas. The two are scheduled to fight in a welterweight championship bout Saturday in Las Vegas. (AP Photo/John Locher)

ແມນນີ ປາກຽວ ນັກມວຍຊາວຟິລິບປິນ ກຽມຂຶ້ນຊົກຊີງສາຍແອວແຊັມໂລກ ຮຸ່ນເວລເຕີເວດຂອງ ສະມາຄົມມວຍໂລກ ( WBA ) ກັບຄືນ ໃນໄຟທ໌ທີ່ຈະພົບກັບ ຢໍເດນິສ ອູກາສ ນັກມວຍຊາວກຸຍບາ ທີ່ສະໜາມທີ ໂມບາຍ ອາຣີນາ ສະຫະລັດອາເມຣິກາ ໃນວັນທີ 22 ສິງຫາ 2021 ຕາມເວລາໃນບ້ານເຮົາ ເວລາ 10:00 ໂມງ

ສໍານັກຂ່າວ AP ລາຍການມື້ນີ້ວັນທີ 21 ສິງຫາ 2021 ໄດ້ມີພິທີຊັ່ງນໍ້າໜັກໄຟທ໌ມວຍໂລກລະຫວ່າງ ແມນນີ ປາກຽວ ອະດີດແຊັມໂລກ 8 ສະຖາບັນ ພົບກັບ ອູກັສ ນັກມວຍຊາວກຸຍບາ ທີ່ລັສເວກັສ ສະຫະລັດອາເມຣິກາ ປາກົດວ່າ: ທັງສອງຜ່ານພິກັດແບບບໍ່ມີບັນຫາ ໂດຍ ອູກັສ ຊັ່ງໄດ້ 147 ປອນ, ສ່ວນ ປາກຽວ ຊັ່ງໄດ້ 146 ປອນຕໍ່າກວ່າພິກັດ 1 ປອນ ຖືວ່າຜ່ານໄດ້ແບບບໍ່ມີບັນຫາ

ສໍາລັບ ປາກຽວ: ອາຍຸ 42 ປີ ຂຶ້ນຊົກທັງໝົດມາແລ້ວ ຊະນະ 62 ໄຟທ໌ ( ຊະນະນ໊ອກ 39 ) ເສຍ 7 ແລະ ສະເໝີ 2 ໄຟທ໌, ສ່ວນ ອູກາສ ອາຍຸ 35 ປີ ຊົກທັງໝົດ 30 ໄຟທ໌ ຊະນະ 26 ( ຊະນະນ໊ອກ 12 ) ໄຟທ໌ ແລະ ເສຍ 4 ໄຟທ໌
ຮູບຈາກ: AP