7 ຂໍ້ທີ່ຄວນຮູ້ ກ່ອນຈະລາອອກວຽກປະຈຳແລ້ວຫັນມາລົງມືເຮັດກະສິກຳ

667

ກ່ອນຈະໄປເຖິງຂັ້ນຕອນຂອງການກຽມຕົວຕ້ອງທຳ ຄວາມເຂົ້າໃຈກ່ອນວ່າ: ການເຮັດວຽກປະຈຳກັບການຫັນຕົວເອງມາເຮັດກະສິກຳ ລ້ວນແຕ່ມີຂໍ້ດີ ແລະ ຂໍ້ເສຍຢ່າງແນ່ນອນ ຫຼື ເວົ້າອີກຢ່າງໜຶ່ງວ່າໄດ້ຢ່າງເສຍຢ່າງເປັນເລື່ອງທຳມະດາ ແຕ່ເຖິງຢ່າງໃດກໍຕາມຈາກການຄົ້ນຄວ້າຫາຂໍ້ມູນຈາກຫຼາຍແຫຼ່ງ ເພື່ອມາເປັນຂໍ້ມູນທີ່ສຳຄັນ ແລະ ເໝາະສຳລັບນັກກະສິກຳມືໃໝ່ ຫຼື ຈະຕັດສິນໃຈລົງມືເຮັດວ່າຄວນຮູ້ຫຍັງແດ່:

1. ການເຮັດກະສິກຳເປັນອາຊີບທີ່ເມື່ອຍ: ຈາກຫຼາຍແຫຼ່ງຂໍ້ມູນຈັດເປັນຂໍ້ທຳອິດ ເພື່ອຈະບອກກັບຄົນທີ່ຕັດສິນໃຈລົງມືເຮັດ ວ່າຖ້າຍັງມີຝັນ ລອງຖາມຕົວເອງວ່າພໍໃຈກັບການເຮັດວຽກກາງແດດ, ເຫື່ອໄຫຼອາບຮ່າງກາຍ ຍິ່ງເປັນການລົງມືໃໝ່ຍິ່ງເອີ້ນວ່າ: ເລີ່ມຈາກສູນ.

2. ຢ່າໄປເຊື່ອຄົນອື່ນໄວເກີນໄປ: ຖ້າເຮົາຕັດສິນໃຈຈະລົງມືເຮັດ ກໍຈົ່ງທຳຕາມຫົວໃຈຂອງເຈົ້າຂອງ ຢ່າໄປອີງຕາມຄົນອື່ນຈົນເກີນໄປ ເພາະທຸກຢ່າງຖ້າຄິດທີ່ຈະເລີ່ມເຮັດມັນຕ້ອງເລີ່ມຈາກຕົວເຮົາເອງ, ເຮັດດ້ວຍໃຈຢ່າງມີຄວາມຫວັງ.

อาจเป็นรูปภาพของ กลางแจ้ง

3. ຕ້ອງມີຄວາມຮູ້: ກ່ອນຈະປູກ ຫຼື ລ້ຽງສັດປະເພດໃດ ກ່ຽວກັບການເຮັດກະສິກຳນັ້ນໆຕ້ອງມີການສຶກສາຫາຄວາມຮູ້ໃນສິ່ງນັ້ນ, ຢ່າທົດລອງແບບສຸ່ມສີ່ສຸ່ມຫ້າ ໂດຍບໍ່ມີຄວາມຮູ້ຫຍັງເລີຍ ຄວນມີການກຽມການຢ່າງຮອບຄອບ ຈຶ່ງປະອີກວຽກທີ່ນຳລາຍໄດ້ມາໃຫ້ປະຈຳ.

4. ຄວນມີພື້ນທີ່ເປັນຂອງຕົນເອງ: ການທີ່ຈະໄປເຊົ່າພື້ນທີ່ຄົນອື່ນມາເຮັດກະສິກຳເປັນສິ່ງທີ່ບໍ່ຄວນເຮັດຢ່າງຍິ່ງ ເພາະລາຍຮັບອາດຈະບໍ່ຄົງທີ່ສະເໝີໄປ ໃນແຕ່ລະປີມັນຂຶ້ນກັບຜົນຜະລິດ ແລະ ການຕະຫຼາດ.

5. ມີເວລາ: ຕ້ອງມີເວລາໃຫ້ກັບສິ່ງທີ່ເຮົາກຳລັງເຮັດຢູ່ສະເໝີ ເອົາໃຈໃສ່ໃນທຸກດ້ານແລ້ວທຸກຢ່າງຈະອອກມາດີ.

อาจเป็นรูปภาพของ เด็ก, กำลังยืน และธรรมชาติ

6. ມີຄວາມໃສ່ໃຈ: ທ່ອງໃຫ້ຂຶ້ນໃຈເລີຍວ່າຮອຍຕີນຮອຍມືຂອງເຈົ້າຂອງ ແມ່ນປຸ໋ຍຊັ້ນດີຂອງພືດ.

7. ມີຄວາມອົດທົນ: ອາຊີບກະສິກຳເປັນອາຊີບແຫ່ງການລໍຄອຍ ໄປເລັ່ງເວລາ ຫຼື ກົດດັນຕົວເອງເກີນໄປບໍ່ເປັນການດີ ຕ້ອງຄ່ອຍເປັນຄ່ອຍໄປຕາມທຳມະຊາດຂອງພືດແຕ່ລະຊະນິດ.

( ແຫຼ່ງຂໍ້ມູນ: https://www.sentangsedtee.com/exclusive/article_8638 )