ສະມາຄົມມັງກອນທອງ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ໃຫ້ໂຮງໝໍພາກສະໜາມ ລ້ານຊ້າງ

325

ເພື່ອເປັນການປະກອບສ່ວນຊ່ວຍເຫຼືອທາງພາກລັດ, ເຈົ້າໜ້າທີ່ໜ່ວຍງານສະເພາະກິດທີ່ກຳລັງເຮັດໜ້າທີ່ປ້ອງກັນ, ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19. ໃນວັນທີ 17 ສິງຫາ 2021 ທີ່ໂຮງໝາກພາກສະໜາມ ລ້ານຊ້າງ, ບ້ານດອຍກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ໄດ້ມີສະມາຄົມກອນທອງ ມອບເຄື່ອງຊ່ວຍເຫຼືອໃຫ້ໂຮງໝໍດັ່ງກ່າວ ເຊິ່ງປະກອບມີ: ນ້ຳດື່ມ 300 ແພັກ, ເຈວລ້າງມື 3 ແກັດ, ໝີ 10 ແກັດໃຫຍ່, ເຂົ້າສານ 30 ເປົ່າໆລະ 50 ກິໂລ (ລວມປະມານ 1,5 ໂຕນ), ປາກະປອງ 10 ແກັດ, ຜ້າປິດປາກ 3 ແກັດ ແລະ ສະບູ 30 ແພັກ ລວມມູນຄ່າ 24.803.000 ກີບ.

ຕ່າງໜ້າສະມາຄົມມັງກອນທອງ ມອບໂດຍ ທ່ານ ວັດທະນາໄຊ ລາດຊະວົງສິນ ປະທານສະມາຄົມ ແລະ ຮັບໂດຍ ທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ, ທັງເປັນຫົວໜ້າຄະນະຮັບຜິດຊອບໂຮງໝໍພາກສະໜາມ ລ້ານຊ້າງ ພ້ອມດ້ວຍພະນັກງານ, ແພດໝໍປະຈຳພາກສະໜາມດັ່ງກ່າວເຂົ້າຮ່ວມເປັນສັກຂີພິຍານ.

ທັງນີ້, ໂຮງໝໍພາກສະໜາມ ລ້ານຊ້າງ ແມ່ນເປັນບ່ອນປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຂັ້ນເບົ່າບາງ ປັດຈຸບັນເປີດຮັບປິ່ນປົວຜູ້ຕິດເຊື້ອ ຄັ້ງທີ 2 ເລີ່ມມາແຕ່ວັນທີ 30 ກໍລະກົດ 2021 ໂດຍມີຄົນເຈັບປິ່ນປົວຢູ່ທັງໝົດ 354 ຄົນ ແລະ ຜ່ານມາ 2 ອາທິດກວ່າ ໄດ້ປິ່ນປົວຜູ້ຕິດເຊື້ອຫາຍດີແລ້ວ 12 ແລະ ປັດຈຸບັນຍັງ 342 ຄົນ.

ຂ່າວ: ສັນຕິ, ພາບ: ສອນໄຊ