ຢາງພາລາລາວ ກັບໂອກາດ ຈາກການເປີດນໍາໃຊ້ເສັ້ນທາງລົດໄຟລາວ – ຈີນ

1904

ປະທານສະມາຄົມຢາງພາລາວເຜີຍ ການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຈະສ້າງໂອກາດໃຫ້ສິນຄ້າລາວມີການຜະລິດເພີ່ມຂຶ້ນ ເພາະວົງຈອນການຂາຍຢາງໄວຂຶ້ນສ້າງລາຍຮັບໃຫ້ປະຊາຊົນຊົນເພີ່ມຂຶ້ນ.

ທ່ານ ວິໄລວັນ ພົມເຂ ປະທານສະມາຄົມຢາງພາລາລາວ ກ່າວວ່າ: ຕາມການສັງລວມຂອງສະມາຄົມຢາງພາລາເຫັນວ່າ ຢາງພາລາລາວມີການຂະຫຍາຍໂຕ ປະຊາຊົນມີຄວາມເຂົ້າໃຈ ເຮັດໃຫ້ຢາງພາລາ ກາຍເປັນສິນຄ້າທີ່ແນ່ນອນ ແລະ ມີການປຸງແຕ່ງເປັນອຸດສາຫະກຳ ຕາມນະໂຍບາຍຂອງລັດຖະບານ ນັບແຕ່ການຜະລິດ ຮອດປຸງແຕ່ງ ແລະ ສາມາດສົ່ງອອກ.

ປັດຈຸບັນເນື້ອທີ່ປູກຢາງພາລາວໃນທົ່ວປະເທດມີ 3 ແສນເຮັກຕາ, ສ່ວນລາຄາຂາຍປັດຈຸບັນ 9.400 ກີບຕໍ່ກິໂລລາຄາສະເລ່ຍຕໍ່າສຸດບໍ່ຫຼຸດ 8 ພັນກີບຕໍ່ກິໂລ. ໂຕເລກການສົ່ງອອກຢາງພາລາໃນເດືອນກໍລະກົດ 2021 ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ(ຂໍ້ມູນຈາກສູນຂ່າວສານທາງການຄ້າ). ສໍາລັບການລະບາດຂອງພະຍາດໂຄວິດ -19 ເຫັນວ່າບໍ່ສົ່ງຜົນກະທົບຮ້າຍແຮງຕໍ່ ການຜະລິດຢາງພາລາລາວ ເນື່ອງຈາກຜູ້ກີດຢາງແມ່ນຢູ່ໃນເຂດທີ່ບໍ່ມີຄວາມສ່ຽງລະບາດ ອີກທັງຍັງມີຄວາມຕ້ອງການຈາກຕະຫຼາດສາກົນສູງ ເຊິ່ງໃນປີ 2020 ລາຄາສະເລ່ຍຢູ່ທີ່ 5 ພັນກີບຕໍ່ກີໂລ ສ່ວນທິດທາງລາຄາ ຢາງພາລາໃນຕໍ່ໜ້າ ຄາດວ່າອາດຈະປັບຂຶ້ນຮອດ 10 ພັນກີບຕໍ່ກີໂລ ເພາະຕະຫຼາດສາກົນ ມີຄວາມຕ້ອງການຢາງສູງເຖິງ 14 ລ້ານໂຕນຕໍ່ປີ.

ປັດຈຸບັນ ສະເລ່ຍຊາວສວນຢາງຢູ່ຈຸດເກັບຊື້ຫຼັກ 52 ແຂວງວຽງຈັນ ທຸກໆ 15 ມື້ແມ່ນຈະມີລົດ ບັນທຸກ 3 ຄັນ ໂດຍມີເງິນເກັບຊື້ໝູນວຽນ 3 ຕື້ກວ່າກີບໃນການຊື້ແຕ່ລະຄັ້ງ, ສະນັ້ນໝາຍຄວາມວ່າ 1 ເດືອນມີເງິນສະພັດໃຫ້ຊາວສວນປະມານ 6 ຕື້ກີບ ເຮັດໃຫ້ເສດຖະກິດຄອບຄົວຂອງຊາວສວນຜູ້ປູກມັນຕົ້ນ ແລະ ແຮງງານທີ່ກີດຢາງມີລາຍຮັບປະຈໍາ, ທ່ານ ວິໄລວັນ ພົມເຂ ກ່າວ.

ສໍາລັບ ການເປີດນໍາໃຊ້ເສັ້ນທາງລົດໄຟລາວ – ຈີນໃນທ້າຍປີນີ້ ຈະເປັນໂອກາດທີ່ສໍາຄັນທີ່ສຸດເຮັດໃຫ້ອຸດສາຫະກຳຢາງພາລາວເຕີບໃຫຍ່ເຂັ້ມແຂງຂຶ້ນ ໂດຍສະເພາະເຮົາມີວັດຖຸດິບແລ້ວ ການປຸງແຕ່ງພາຍໃນ ຈະມີຫຼາຍຂຶ້ນ ໂດຍສະເພາະຈະມີຜູ້ລົງທຶນຈາກ ຕ່າງປະເທດມາລົງທຶນສ້າງສາງສິນຄ້າ ຫຼື ໂຮງງານປຸງແຕ່ງຢາງພາລາມີລະບົບຄົບຊຸດ ໃນລະດັບທີ່ແນ່ນອນ ເພື່ອເກັບຊື້ຈາກພາຍໃນ ປຸງແຕ່ງແລ້ວສົ່ງອອກ ຈະເຮັດໃຫ້ວົງຈອນຂອງການຜະລິດຢາງໄວຂຶ້ນ, ຊາວສວນສາມາດຂາຍຢາງພາລາໄດ້ໄວຂຶ້ນ.

ພ້ອມດຽວກັນນັ້ນ ທາງລົດໄຟ ແມ່ນມີຕົ້ນທຶນການຂົນສົ່ງຖືກກວ່າການຂົນສົ່ງດ້ານອື່ນໆ ກໍ່ຈະເຮັດໃຫ້ຫຼຸດໄລຍະເວລາຂົນສົ່ງລົງ ຕົ້ນທຶນການຂົນສົ່ງຖືກລົງ ແລະ ເຮັດໃຫ້ເພີ່ມຜົນໄດ້ຮັບມາໃຫ້ຊາວສ່ວນຫຼາຍຂຶ້ນ

ຂ່າວພຸດຕີ້ – ພາບ ສອນໄຊ