ປະກາດແຕ່ງຕັ້ງ ທ່ານ ແດງ ປະທຸມທອງ ເປັນປະທານສະພາປະຊາຊົນ ແຂວງໄຊສົມບູນ

907

ສະພາປະຊາຊົນ ແຂວງໄຊສົມບູນ ໄດ້ຈັດພິທີ ປະກາດສ້າງຕັ້ງກົງຈັກ ແລະ ແຕ່ງຕັ້ງປະທານ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນຂຶ້ນ ໃນຕອນບ່າຍຂອງວັນທີ 16 ສິງຫາ 2021 ທີ່ສະໂມສອນເມືອງອະນຸວົງ ພາຍໃຕ້ການເປັນປະທານຂອງທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານຄະນະປະຈຳສະພາແຫ່ງຊາດ; ມີທ່ານ ຮອງເຈົ້າແຂວງໄຊສົມບູນ.


ໃນພິທີ ທ່ານ ວຽງແກ້ວ ວັນນະຈັກ ຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການສ້າງຕັ້ງກົງຈັກ ແລະ ແຕ່ງຕັ້ງບຸກຄະລາກອນ ຈຳນວນ 2 ທ່ານຄື: ທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງ ເປັນປະທານສະພາປະຊາຊົນ ແລະ ທ່ານ ວິໄຊທໍ່ ເພຍຫລວງຈົ່ງເສີ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ.


ໃນໂອກາດທີ່ມີີຄວາມໝາຍ-ຄວາມສຳຄັນນີ້ ທ່ານ ຄຳໃບ ດຳລັດ ຮອງປະທານຄະນະປະຈຳສະພາແຫ່ງຊາດ ໄດ້ມີຄຳເຫັນໂອ້ລົມ ຕໍ່ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິ່ງມອບໝາຍໃຫ້ມີຜົນສຳເລັດ, ພ້ອມທັງເຄື່ອນໄຫວໃຫ້ຖືກຕ້ອງຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ, ປະຕິບັດແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ລັດຖະທຳມະນູນ.

ຍົກສູງສິດ ແລະ ພາລະບົດບາດໃຫ້ບັນດາອົງການຈັດຕັ້ງອ້ອມຂ້າງແຂວງ ໄດ້ຮັບຮູ້, ເຂົ້າໃຈ ເຊິ່ງເປັນສີ່ງທີ່ອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດໃຫ້ກ້າວເຂົ້າສູ່ລ່ວງເລິກ, ແທດເຖິງຮາກຖານ, ສາມາດປະຕິບັດໜ້າທີ່ຮັບໃຊ້ພໍ່ແມ່ປະຊາຊົນ, ພາຍໃຕ້ລະບຽບກົດໝາຍ, ແນ່ໃສ່ດັດປັບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ເປັນລັດແຫ່ງກົດໝາຍ ເທື່ອລະກ້າວ, ມີແບບແຜນການນຳພາທີ່ມີລັກສະນະວິທະຍາສາດ ແລະ ທັນສະໄໝ ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

ຂ່າວ: ສີລິພອນ ສົງຄຳ