8 ຂັ້ນຕອນ ຂອງການເລີ່ມຕົ້ນ ໃນການກ້າ ( ປູກ ) ເບ້ຍໄມ້

711

ວິທີການກ້າເບ້ຍໄມ້ ແມ່ນສາມາດເຮັດໄດ້ຫຼາຍວິທີ ເຊິ່ງບາງຄັ້ງກໍສາມາດຫວ່ານເມັດຂອງເບ້ຍໄມ້ຊະນິດທີ່ຕ້ອງການລົງໃນດິນໄດ້ເລີຍ ແຕ່ວິທີດັ່ງກ່າວແມ່ນອາດຈະບໍ່ເກີດງອກງາມເທົ່າທີ່ຄວນ ແລະ ເມື່ອເກີດຕົ້ນອອກມາແລ້ວ ອາດພົບກັບສະພາບຕ່າງໆທີ່ເຮັດໃຫ້ພົບຂໍ້ຫຍຸ້ງຍາກ ເຊັ່ນ: ອາກາດຮ້ອນຈັດ, ຝົນຕົກ ຫຼື ອາກາດໜາວ ຈະເຮັດໃຫ້ເບ້ຍທີ່ອອກນັ້ນອາດຕາຍໄດ້ງ່າຍໆ.

ສຳລັບຂັ້ນຕອນເລີ່ມຕົ້ນແມ່ນຂໍແນະນຳໃຫ້ກ້າໃນຖາດກ່ອນ ພໍເບ້ຍອອກມາໄດ້ໃນລະດັບພໍສົມຄວນ ເຮົາຄ່ອຍຍ້າຍລົງທີ່ຈະປູກ ນັ້ນໝາຍຄວາມວ່າເຮົາສາມາດຄັດເລືອກເອົາແຕ່ເບ້ຍທີ່ສົມບູນ ແລະ ຈະເປັນວິທີທີ່ງ່າຍສຳລັບການເບິ່ງແຍງ ເນື່ອງຈາກໄດ້ຜ່ານການຄັດມາແລ້ວກ່ອນທີ່ຈະນຳລົງມາປູກ ເຊິ່ງວິທີນີ້ສາມາດນຳໃຊ້ກັບເບ້ຍໄມ້ທຸກຊະນິດ ແລະ ຂັ້ນຕອນທີ່ລະອຽດ ມີດັ່ງນີ້:

1. ເລືອກສະຖານທີ່ໃນການປູກ: ອາດຈະເປັນໂຮງເຮືອນທີ່ສ້າງມາໂດຍສະເພາະ ທີ່ແສງແດດສາມາດສ່ອງໃນຍາມເຊົ້າ, ເລືອກສະຖານທີ່ຫ່າງໄກຈາກສັດລ້ຽງ ເຊັ່ນ: ເປັດ ແລະ ໄກ່ ເປັນຕົ້ນ.

อาจเป็นรูปภาพของ ต้นพืช และกลางแจ้ง

2. ກຽມແກ່ນພັນໄມ້, ດິນ ແລະ ຖາດຮອງຮັບ: ອາດຈະເປັນຖາດທີ່ມີຂຸມ ( ແຕະໄຂ່ ) ຫຼື ຊາມຂະໜາດໃຫຍ່ ແຕ່ຕ້ອງມີການກວດສອບວ່າສາມາດລະບາຍນ້ຳໄດ້ດີ ຫຼື ບໍ່ ເຊິ່ງສ່ວນປະສົມແມ່ນ ດິນ 1 ສ່ວນ, ແກບດຳ 1 ສ່ວນ ແລະ ຝຸ່ນ ( ອາດຈະເອົາເສດເປືອກໝາກພ້າວແຕ່ຕ້ອງລະອຽດເສຍກ່ອນ ).

3. ວາງໄວ້ໃນທີ່ຮົ່ມແຕ່ມີແສງແດດສ່ອງເຖິງ: ຫົດນ້ຳ ເຊົ້າ – ແລງ ປະມານ 20 – 24 ຊົ່ວໂມງ ກໍຈະເຫັນໜໍ່ແຕກອອກ ບາງຊະນິດອາດໃຊ້ເວລາ 24 – 48 ຊົ່ວໂມງ.

4. ປະໃຫ້ຖືກແສງແດດໃນຕອນເຊົ້າໄລຍະ 6:00 – 10:00 ໂມງ ເພາະແສງແດດໃນຕອນເຊົ້າເໝາະຕໍ່ການຈະເລີນເຕີບໂຕຂອງພືດ.

อาจเป็นรูปภาพของ ต้นไม้ และกลางแจ้ง

5. ຕົ້ນທີ່ກ້າໄວ້ຈະງອກອອກ ຫຼັງຈາກວັນທີ 4 – 5 ແລະ ວັນທີ 6 – 7 ແມ່ນສາມາດຍ້າຍຕົ້ນ ຄືຄັດເອົາຕົ້ນທີ່ອ່ອນແອອອກ ຈົ່ງໄວ້ແຕ່ຕົ້ນທີ່ຕ້ອງການ ແຕ່ຈັດລະບຽບຂອງຕົ້ນພາຍໃນຖາດ ຄືນຳເອົາຕົ້ນລົງໃນຂຸມຖາດໃຫ້ເປັນລະບຽບ ແລະ ໃຫ້ນ້ຳ – ໃຫ້ຝຸ່ນຕາມຄວາມເໝາະສົມ.

6. ນຳອອກຮັບແສງ: ອາທິດທີ 3 ຕົ້ນໄມ້ຈະມີໃບອອກມາ ແລະ ສາມາດນຳເອົາອອກມາຮັບແສງໄດ້ໝົດມື້ ແຕ່ຕ້ອງມີຜ້າຄຸມຢູ່ດ້ານເທິງ ເພື່ອຮັບກັບອຸນຫະພູມທີ່ບໍ່ສູງເກີນໄປ.

7. ຍ້າຍລົງທີ່ປູກໄດ້ເລີຍ: ທ້າຍອາທິດທີ 3 ແມ່ນສາມາດຍ້າຍ ( ຫຼົກ ) ໄປປູກໃນບ່ອນທີ່ກຽມໄວ້ ເຊິ່ງໄລຍະຫ່າງແມ່ນຕາມຄວາມເໝາະສົມ ຂຶ້ນກັບປະເພດຂອງພືດໃນແຕ່ລະຊະນິດ ແລະ ຕ້ອງຫົດນ້ຳໃຫ້ຝຸ່ນຢູ່ສະເໝີ.

8. ເບິ່ງແຍງຢ່າງໃກ້ຊິດ ແລະ ລໍຖ້າວັນເກັບກ່ຽວ: ໂດຍໃຫ້ປຸ໋ຍ 1 – 2 ຄັ້ງ/ອາທິດ ເບິ່ງສັດຕູພືດທີ່ຈະມາທຳລາຍ ເພື່ອທີ່ຈະໄດ້ຮັບຜົນຜະລິດຕາມທີ່ຕັ້ງໄວ້ຢ່າງສົມບູນ.