ປະທານສະພາແຫ່ງຊາດລາວ ສະເໜີຕໍ່ປະທານສະພາຜູ້ແທນລາຊະດອນໄທ ອຳນວຍຄວາມສະດວກແກ່ແຮງງານລາວ ທີ່ຍັງສືບຕໍ່ເຮັດວຽກຢູ່ໄທ ໄດ້ຮັບວັກແຊັງ ລວມທັງການເຂົ້າເຖິງລະບົບສາທາລະນະສຸກເວລາເຈັບເປັນ

1090

ຕອນເຊົ້າຂອງວັນທີ 17 ສິງຫາ 2021, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະທາງໄກ ຜ່ານວີດີໂອຄອນເຟີເຣັນ ກັບ ທ່ານ ຊວນ ຫຼີກໄພ ປະທານສະພາຜູ້ແທນລາຊະດອນ ແຫ່ງ ຣາຊະອານາຈັກໄທ.

ການພົບປະທາງໄກໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ ທີ່ມີຄວາມໝາຍຄວາມສຳຄັນໃນການການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ລາວ-ໄທ ໃນຖານະເປັນບ້ານໃກ້ເຮືອນຄຽງ ໃຫ້ຈະເລີນງອກງາມຍິ່ງຂຶ້ນ ເວົ້າລວມ, ເວົ້າສະເພາະແມ່ນ ສືບຕໍ່ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາຜູ້ແທນລາຊະດອນ ແຫ່ງ ຣາຊະອານາຈັກໄທ ໃຫ້ມີບາດກ້າວໃໝ່ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ.


ສອງຝ່າຍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ເຊິ່ງກັນ ແລະກັນ ໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນປະທານສະພາຜູ້ແທນລາຊະດອນໄທ ແລະ ເປັນປະທານສະພາແຫ່ງຊາດລາວ ໃນໄລຍະທີ່ຜ່ານມາ. ພ້ອມທັງແຈ້ງໃຫ້ກັນຊາບສະພາບການພົ້ນເດັ່ນ ຂອງແຕ່ລະປະເທດ ເປັນຕົ້ນແມ່ນ ສະພາບການຕ້ານ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ຣາຊະອານາຈັກໄທ ໃນປັດຈຸບັນ.

ຮ່ວມກັນຕີລາຄາການພົວພັນ ແລະການຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ເຫັນວ່າ ໄດ້ຮັບການເສີມຂະຫຍາຍດີຂຶ້ນ ຊຶ່ງສະແດງອອກມີການແລກປ່ຽນຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ຂອງລັດຖະບານ, ບັນດາຂະແໜງການໃນລະດັບສູນກາງ ແລະ ທ້ອງຖິ່ນ, ການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ ແລະ ຂະແໜງການອື່ນໆ. ພ້ອມກັນນີ້, ສອງລັດຖະບານ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສົນຍາ, ຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈຳ ໂດຍຜ່ານຫຼາຍກົນໄກການຮ່ວມມື ທີ່ມີໝາກຜົນ ຊຶ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ສອງປະເທດ ກໍ່ຄືປະຊາຊົນສອງຊາດລາວ-ໄທ.


ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໃນນາມຕາງໜ້າໃຫ້ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ມາຍັງລັດຖະບານ, ສະພາຜູ້ແທນລາຊະດອນໄທ ແລະ ປະຊາຊົນໄທ ທີ່ອໍານວຍຄວາມສະດວກ ແລະ ຊ່ວຍເຫລືອແຮງງານລາວ ໃຫ້ໄດ້ເດີນທາງກັບປະເທດ ແລະ ໃຫ້ການຊ່ວຍເຫຼືອອຸປະກອນການແພດທີ່ຈໍາເປັນ ເປັນຕົ້ນ: ຜ້າອັດປາກອະນາໄມ, ຊຸດ PPE, ຕຽງສະໜາມ ແລະ ອຸປະກອນ ອື່ນໆ ຈໍານວນໜຶ່ງ ໃຫ້ແກ່ ສປປ ລາວ.


ນອກຈາກນີ້, ກໍໄດ້ທົບທວນຄືນການພົວພັນຮ່ວມມື ຂອງສອງອົງການນິຕິບັນຍັດນຳກັນ ໃນໄລຍະຜ່ານມາ ເຊິ່ງສະແດງອອກ ໄດ້ມີການແລກປ່ຽນຄະນະຜູ້ແທນນຳກັນ ໃນລະດັບປະທານສະພາ, ກຳມາທິການ, ຄະນະມິດຕະພາບລັດຖະສະພາ, ຄະນະເລຂາທິການ ຈົນຮອດຄະນະວິຊາການ, ໄດ້ຮ່ວມກັນຈັດສຳມະນາ ເພື່ອແລກປ່ຽນບົດຮຽນກ່ຽວກັບການປະຕິບັດບົດບາດດ້ານນິຕິບັນຍັດ, ມີການແລກປ່ຽນຂໍ້ມູນຂ່າວສານ, ການສະຫນັບສະຫນູນ ແລະຮ່ວມມືກັນໃນເວທີລັດຖະສະພາພາກພື້ນ ແລະສາກົນ ເປັນຕົ້ນແມ່ນ ໃນຂອບການເຄື່ອນໄຫວ ຂອງອົງການລັດຖະສະພາລະຫວ່າງຊາດ ອາຊຽນ, IPU, APA, ASEP ແລະ ອື່ນໆ.
ທັງສອງຝ່າຍ ໄດ້ເຫັນດີນຳກັນ ຈະສືບຕໍ່ພົວພັນຮ່ວມມືກັນແລກປ່ຽນຄະນະຜູ້ແທນ ໃນລະດັບປະທານສະພາ, ກຳມາທິການ, ຄະນະເລຂາທິການ, ຄະນະມິດຕະພາບລັດຖະສະພາລາວ-ໄທ ໄປພ້ອມກັບການຈັດການແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດ ແລະ ຈັດສໍາມະນາໃນຫົວຂໍ້ຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈ; ສືບຕໍ່ຊຸກຍູ້ໃຫ້ລັດຖະບານ ຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ, ຂໍ້ຕົກລົງ, ບົດບັນທຶກຄວາມເຂົ້າໃຈ ທີ່ພົວພັນເຖິງການຮ່ວມມືສອງຝ່າຍ ທີ່ໄດ້ຕົກລົງຮ່ວມກັນ ໃຫ້ເປັນຮູບປະທຳ ແລະ ມີປະສິດຜົນດີກວ່າເກົ່າ; ສະໜັບສະໜູນ ແລະ ຮ່ວມມືກັນ ໃນການເຄື່ອນໄຫວ ໃນເວທີລັດຖະສະພາ ພາກພື້ນ ແລະສາກົນ.

ພ້ອມນີ້ ທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວໄດ້ສະເໜີ ຕໍ່ປະທານສະພາຜູ້ແທນລາຊະດອນໄທ ສືບຕໍ່ຊ່ວຍເຫຼືອແຮງງານລາວຢູ່ໄທໃຫ້ມີຄຸນນະພາບທີ່ດີ ໂດຍສະເພາະແມ່ນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ນີ້ ມີແຮງງານລາວທີ່ເຮັດວຽກຢູ່ໄທໄດ້ເດີນທາງກັບປະເທດເປັນຈຳນວນຫຼາຍ. ດັ່ງນັ້ນຈະເຮັດໃຫ້ມີຜູ້ຕິດເຊື້ອໂຄວິດຫຼາຍຢູ່, ສະນັ້ນຂໍສະເໜີມາຍັງສະພາລາຊະດອນ ກໍ່ຄືເຈົ້າໜ້າທີ່ໄທ ຈົ່ງອຳນວຍຄວາມສະດວກແກ່ແຮງງານລາວ ທີ່ຍັງສືບຕໍ່ເຮັດວຽກຢູ່ໄທ ໄດ້ຮັບວັກແຊັງ, ລວມທັງການເຂົ້າເຖິງລະບົບສາທາລະນະສຸກເວລາເຈັບເປັນ ແລະ ແຮງງານທີ່ກຳລັງເດີນທາງກັບຄືນລາວໃຫ້ຮັບຄວາມປອດໄພ ພ້ອມພິຈາລະນາຍົກເວັ້ນການປັບໄໝ ຫຼື ຄ່າທຳນຽນຕ່າງໆ ທີ່ສາມາດຜ່ອນຜັນໄດ້ໃນໄລຍະທີ່ມີຄວາມຫຍຸ້ງຍາກດັ່ງປັດຈຸບັນນີ້; ຕໍ່ກັບວຽກງານຊາຍແດນໃນນາມອົງການນິຕິ ຂໍສະເໜີສະພາລາຊະດອນໄທ ຊຸກຍູ້ລັດຖະບານໄທ ສືບຕໍ່ແກ້ໄຂບັນຫາການປັກຫຼັກໝາຍຊາຍແດນທາງບົກ ແລະ ທາງ ນໍ້າໃຫ້ສຳເລັດຕາມການຕົກລົງຂອງ 2 ລັດຖະບານ ເພື່ອປ້ອງກັນການບຸກລຸກເຂດຊາຍແດນ ຂອງປະຊາຊົນລວມເຖິງໃຫ້ມີການຊຸກຍູ້ນັກທຸລະກິດໄທເຂົ້າມາລົງທຶນຢູ່ໃນລາວນັບມື້ເພີ່ມຂຶ້ນ ແລະ ວຽກງານອື່ນອີກ.


ໃນຕອນທ້າຍ, ທັງສອງປະທານອົງການນິຕິບັນຍັດ ກໍ່ໄດ້ອວຍພອນ ເຊິ່ງກັນແລະກັນ ແລະເຊື້ອເຊີນເຊິ່ງ ກັນ ແລະກັນ ມາຢ້ຽມຢາມປະເທດ ຂອງກັນ ແລະກັນ ໃນເວລາທີ່ພະຍາດໂຄວິດ-19 ຫາກຜ່ອນຄາຍລົງ ແລະ ມີຄວາມສະດວກທັງສອງຝ່າຍ.