ປາກຽວ ສົ່ງສັນຍານຂຶ້ນຊົກກັບ ອູກາສ ເປັນໄຟທ໌ສຸດທ້າຍໃນອາຊີບ

785

ແມນນີ ປາກຽວ ນັກມວຍຊາວຟິລິບປິນ ສົ່ງຂໍ້ຄວາມເຖິງແຟນມວຍທົ່ວໂລກໃຫ້ຕັ້ງຕາຊົມໄຟທ໌ການຊົກກັບ ຢໍເດນິສ ອູກາສ ແຊັມໂລກຮຸ່ນເວລເຕີເວລ ໃນວັນທີ 22 ສິງຫາ 2021 ເວລາ 9:00 ໂມງເປັນຕົ້ນໄປຕາມເວລາໃນບ້ານເຮົາ ແລະ ຖ່າຍທອດສົດຜ່ານຊ່ອງ PPTV HD36 ກ່ອນຈະຕັດສິນໃຈປະກາດອໍາລາວົງການຢ່າງເປັນທາງການ.

ປາກຽວ ປັດຈຸບັນອາຍຸ 42 ປີນັບຖອຍຫຼົງຂຶ້ນຊົກໄຟທ໌ທີ 72 ໃນອາຊີບກັບ ອູກາສ ຈາກກຸຍບາ ແຊັມຈາກສະມາຄົມມວຍໂລກ ( WBA ) ທີ່ສະໜາມໂມບາຍ ອາຣີນາ ສະຫະລັດອາເມຣິກາ.

ຫຼ້າສຸດ ປາກຽວ ເປີດເຜີຍວ່າ: “ ຂ້ອຍພ້ອມແລ້ວສໍາລັບການຊົກໃນໄຟທ໌ນີ້, ຂອບໃຈແຟນມວຍທຸກຄົນທົ່ວໂລກ, ຂ້ອຍຫວັງວ່າເຈົ້າຈະໄດ້ເບິ່ງໄຟທ໌ນີ້, ມັນໜ້າຈະເປັນໄຟທ໌ທີ່ດີ ແລະ ມັນອາດເປັນໄຟທ໌ສຸດທ້າຍຂອງຂ້ອຍແລ້ວ ເຊິ່ງຂ້ອຍຈະໄດ້ຂຶ້ນຊົກອີກ ຫຼື ບໍ ? ຂ້ອຍຍັງບໍ່ຮູ້ຄືກັນ ”.

ຈາກປາກຂອງ ປາກຽວ ຄັ້ງນີ້ເຮັດໃຫ້ມີການຄາດການວ່າ ໄຟທ໌ນີ້ຈະເປັນໄຟທ໌ສຸດທ້າຍຂອງ ປາກຽວ ເພາະລາວຈະເອົາເວລາໄປລຸຍວຽກດ້ານການເມືອງທີ່ ຟິລິບປິນ ຢ່າງເຕັມທີ່ ລວມເຖິງການລົງສະໝັກຊິງຕໍາແໜ່ງປະທານາທິບໍດີຂອງປະເທດ ໃນປີ 2022.
ຮູບຈາກ: AP