ປະທານສະຫະພັນແລ່ນ-ລານຄົນພິການລາວ ນໍາສະມາຄົມມັງກອນທອງ ມອບເຄື່ອງຊ່ວຍເຫຼືອຕ້ານໄພໂຄວິດ

448

ປະທານສະຫະພັນແລ່ນ-ລານຄົນພິການແຫ່ງຊາດລາວ ນໍາໜ້າພາທາງສະມາຄົມມັງກອນທອງ ແບ່ງປັ່ນນໍ້າໃຈຕ້ານໄພ ໂຄວິດ-19 ເພື່ອປະກອບສ່ວນຊ່ວຍເຫຼືອທາງພາກລັດ, ເຈົ້າໜ້າທິີ່ສະເພາະກິດ, ໂຮງໝໍ ແລະ ອື່ນໆ ດ້ວຍການມອບນໍ້າດື່ມ, ເຂົ້າສານ, ອາຫານແຫ້ງ ແລະ ອື່ນໆໃຫ້ກັບຫຼາຍພາກສ່ວນເຖິງ 14 ຈຸດມູນຄ່າ 80 ລ້ານກວ່າກີບ.

ພິທີມມອບເຄື່ອງຂອງ ສະມາຄົມມັງກອນທອງ ຈັດຂຶ້ນຕອນເຊົ້າຂອງວັນທີ 17 ສິງຫາ 2021 ທີ່ຮ້ານອາຫານ ຟິນິກ ( ໃກ້ໆກັບໂຮງແຮມແລນມາກ ) ນໍາໂດຍ ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນແລ່ນ-ລານຄົນພິການແຫ່ງຊາດລາວ ທັງເປັນປະທານສະມາຄົມມັງກອນທອງ ພ້ອມດ້ວຍອ້າຍນ້ອງພາຍໃນສະມາຊິກ ແລະ ບໍລິສັດຮ້າງຮ້ານຕ່າງໆບໍ່ວ່າຈະເປັນ ຮ້ານເບ ປີ້ງແບ້ ສະຫວັນມາລວຍ, ບໍລິສັດ SK ແລະ ອື່ນໆເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນແລ່ນ-ລານຄົນພິການແຫ່ງຊາດລາວ ທັງເປັນປະທານສະມາຄົມມັງກອນທອງ ໃຫ້ສໍາພາດວ່າ: ດັ່ງທີ່ຮູ້ໃນປັດຈຸບັນ ສປປ ລາວ ກໍເປັນອີກປະເທດທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ຮອບໃໝ່. ດັ່ງນັ້ນ, ສະມາຄົມມັງກອນທອງ ພວກເຮົາຈິ່ງໄດ້ລະດົມທຶນບໍ່ວ່າຈະເປັນ ນໍ້າດື່ມ 1.900 ແພັກ, ສະເປລ້າງມື 24 ແກັດ, ຜ້າປິດປາກ 21 ແກັດ, ກາເຟ 1 ແກັດ, ໝີ່ 10 ຫີບ, ໝີ່ກ໋ອງ 10 ກີບ, ເຂົ້າສານ 30 ເປົາ, ຖົງມື 2 ແກັດ, ປາກະປ໋ອງ 10 ແກັດ, ຢາຖູແຂ້ວ-ແປງ 60 ແພັກ ແລະ ສະບູ 60 ແພັກ ຈາກສະມາຊິກ ແລະ ອ້າຍເອື້ອຍນ້ອງພາຍໃນສະມາຄົມ ເພື່ອໄປຊ່ວຍພີ່ນ້ອງຊາວລາວກໍຄືຊ່ວຍເຫຼືອທາງພາກລັດ, ເຈົ້າໜ້າທິີ່ສະເພາະກິດ, ໂຮງໝໍ ແລະ ອື່ນໆ ທີ່ໄດ້ຮັບຜົນກະທົບ.

“ ສໍາລັບ ສະມາຄົມມັງກອນທອງ ກ່ອນໜ້ານີ້ແມ່ນເປັນສ່ວນໜຶ່ງໃນການຊຸກຍູ້ຄະນະນັກກີລາຄົນພິການລາວ ເຂົ້າຮ່ວມການແຂ່ງຂັນ ພາຣາແລມປິກ 2020 ທີ່ປະເທດຍີ່ປຸ່ນ ທີ່ຈະແຂ່ງຂັນໃນທ້າຍເດືອນນີ້, ເຊິ່ງຄັ້ງນີ້ເຄື່ອງທີ່ພວກເຮົາລະດົມມາພວກເຮົາຈະໄປແຈກຢາຍໃຫ້ກັບພາກສ່ວນຕ່າງລວມທັງໝົດ 14 ຈຸດເປັນຕົ້ນແມ່ນຈຸດທໍາອິດທີ່ພວກເຮົາໄປມອບແມ່ນ ໂຮງໝໍພາກສະໜາມ ລ້ານຊ້າງ ອິນດໍ, ໂຮງໝໍມິດຕະພາບ 150 ຕຽງ, ກົມໃຫຍ່ຕໍາຫຼວດ ແລະ ອື່ນໆ. ແນ່ນອນວ່າໄລຍະນີ້ທຸກຄົນໄດ້ຮັບຜົນກະທົບຫຼາຍ ເຊັ່ນດຽວກັບພວກເຮົາ, ແຕ່ພວກເຮົາກໍເຫັນໄດ້ເຖິງຄວາມສໍາຄັນ ແລະ ຈໍາເປັນ ຈິ່ງໄດ້ແບ່ງປັນນໍ້າໃຈຊ່ວຍພາກລັດ ແລະ ພໍ່ແມ່ປະຊາຊົນລາວນໍາກັນ. ຢ່າງໃດກໍຕາມ ສຸດທ້າຍກໍຂໍໃຫ້ທຸກຄົນສູ້ໆ ແລະ ຜ່ານຜ່າວິດກິດນີ້ໄປນໍາກັນ ” ປະທານສະຫະພັນແລ່ນ-ລານຄົນພິການແຫ່ງຊາດລາວ ກ່າວ.


ຂ່າວ-ຮູບ: ຫຼ້າ MKP