ສະໂມສອນ ລ້ານຊ້າງ ຄອງແຊັມການແຂ່ງຂັນເທຄວັນໂດອອນລາຍ ຊີງຂັນທ່ານທູດ ສ. ເກົາຫຼີ

428

ກາຍເປັນຄັ້ງທໍາອິດໃນປະຫວັດສາດທີ່ ສະຫະພັນເທຄວັນໂດແຫ່ງຊາດ ຈັດການແຂ່ງຂັນເທຄວັນໂດແບບອອນລາຍ ຊີງຂັນທ່ານ ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ລະຫວ່າງວັນທີ 14-15 ສິງຫາ 2021 ເຖິງວ່າຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ ໂຄວິດ-19 ແຕ່ການຈັດການແຂ່ງຂັນດັ່ງກ່າວກໍສໍາເລັດໄປຢ່າງຈົບງາມ ເຊິ່ງການແຂ່ງຂັນຄັ້ງນີ້ສະຖານເອກອັກຄະລັດຖະ ທູດ ສ. ເກົາຫຼີ ໄດ້ໃຫ້ການອຸປະຖໍາສະໜັບສະໜູນປະກອນມີເງິນມູນຄ່າ 61.860.000 ກີບ ແລະ ອຸປະກອນກີລາເທຄວັນໂດຈໍານວນໜຶ່ງ.

ພິທີເປີດການແຂ່ງຂັນໃນຕອນເຊົ້າວັນທີ 14 ສິງຫາ 2021 ທີ່ສະໂມສອນໂອແລມປິກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານສະຫະພັນເທຄວັນໂດແຫ່ງຊາດ, ທ່ານ ນາງ ຂັນທະລີ ສີລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ອິມ ມູ ຮົງ ເອກອັກຄະລັດຖະທູດ ສ. ເກົາຫຼີ ແລະ ນັກກີລາຈໍານວນໜຶ່ງ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ທ່ານ ຈັນທະວົງ ປັນຍາສິລິ ເລຂາທິການສະຫະພັນເທຄວັນໂດແຫ່ງຊາດລາວ ໃຫ້ສໍາພາດວ່າ: ການແຂ່ງຂັນເທຄວັນໂດອອນລາຍ ຊີງຂັນທ່ານເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ປີນີ້ແມ່ນແຂ່ງຂັນໃນຮູບແບບອອນລາຍ ໂດຍໃຫ້ນັກກີລາຖ່າຍວິດີໂອຢູ່ເຮືອນ ຫຼື ສະຖານທີ່ຕ່າງໆຫຼັງຈາກນັ້ນ ສົ່ງເຂົ້າມາໃຫ້ກໍາມະການພິຈາລະນາໃນລະຫວ່າງວັນທີ 14-15 ສິງຫາ 2021, ເຊິ່ງການຈັດການແຂ່ງຂັນຈັດຂຶ້ນເພື່ອໃຫ້ນັກກີລາໄດ້ອອກກໍາລັງກາຍ ແລະ ມີການແຂ່ງຂັນຕໍ່ເນື່ອງ ແຕ່ການຈັດໃນຮູບແບບນີ້ກໍເພື່ອປ້ອງກັນ ໂຄວິດ-19 ໂດຍມີຄະນະກໍາມະການທີ່ຄັດເລືອກມາຈາກພາຍໃນນະຄອນຫຼວງວຽງຈັນ ຮ່ວມກັນຕັດສິນ, ຮັບປະກັນໄດ້ຄວາມໂປ່ງໃສ ແລະ ຍຸຕິທໍາທຸກຢ່າງ.

ສໍາລັບ ການແຂ່ງຂັນຄັ້ງນີ້ມີນັກກີລາເຂົ້າຮ່ວມທັງໝົດ 15 ສະໂມສອນທົ່ວປະເທດ ເຊິ່ງມີນັກກີລາ ທັງໝົດ 167 ຄົນ, ຍິງ 72 ຄົນ ມີແຂ່ງຂັນທັງໝົດ 120 ລາຍການມີ 2 ປະເພດຄື: ຕໍ່ສູ້ ແລະ ຟ້ອນປຸ່ມເຊ້ ແບ່ງອອກ ເປັນຮຸ່ນນອາຍຸຄື: ລຸ່ນອາຍຸບໍ່ເກີນ 8 ປີ, 10 ປີ, 12 ປີ, 15 ປີ, 17 ປີ ແລະ ທົ່ວໄປ ແບບອອນລາຍ, ສ່ວນລາງວັນການແຂ່ງຂັນມີຫຼຽນລາງວັນ, ໃບຢັ້ງຢືນ ແລະ ຂັນຄະແນນລວມລາງວັນອັນດັບ 1, 2, 3 ແລະ ຂັນອື່ນໆ ;ຜ່ານການແຂ່ງຂັນປາກົດວ່າ:

1.ສະໂມສອນ ລ້າງຊ້າງ ຍາດໄດ້ 17 ຫຼຽນຄໍາ, 6 ຫຼຽນເງິນ ແລະ 4 ຫຼຽນທອງ ຄວ້າຂັນແຊັມຄະແນນລວມໄປຄອງ
2.ສະໂມສອນ ຫຼວງພະບາງ ຍາດໄດ້ 12 ຫຼຽນຄໍາ, 7 ຫຼຽນເງິນ ແລະ 8 ຫຼຽນທອງ ຄວ້າຂັນຮອງຊະນະເລີດ
3.ສະໂມສອນ ນັນດາ ຍາດໄດ້ 11 ຫຼຽນຄໍາ, 1 ຫຼຽນເງິນ ແລະ 13 ຫຼຽນທອງ ຄວ້າຂັນອັນດັບ 3
4.ສະໂມສອນ ຕາວັນ ຍາດໄດ້ 6 ຫຼຽນຄໍາ, 5 ຫຼຽນເງິນ ແລະ 5 ຫຼຽນທອງ
5.ສະໂມສອນ ມະຫາວິທະຍາໄລແຫ່ງຊາດ ຍາດໄດ້ 5 ຫຼຽນຄໍາ, 6 ຫຼຽນເງິນ ແລະ 5 ຫຼຽນທອງ

6.ສະໂມສອນ ຈໍາປາສັກ ຍາດໄດ້ 5 ຫຼຽນຄໍາ, 3 ຫຼຽນເງິນ ແລະ 1 ຫຼຽນທອງ
7.ສະໂມສອນ PMS ຍາດໄດ້ 4 ຫຼຽນຄໍາ, 6 ຫຼຽນເງິນ ແລະ 2 ຫຼຽນທອງ
8.ສະໂມສອນ ເສືອນ້ອຍ ຍາດໄດ້ 4 ຫຼຽນຄໍາ, 4 ຫຼຽນເງິນ ແລະ 3 ຫຼຽນທອງ
9.ສະໂມສອນ ຕຸລິໄຊ ຍາດໄດ້ 4 ຫຼຽນຄໍາ, 3 ຫຼຽນເງິນ ແລະ 3 ຫຼຽນທອງ
10.ສະໂມສອນ ໂຊກໂຊ ຍາດໄດ້ 2 ຫຼຽນຄໍາ, 4 ຫຼຽນເງິນ ແລະ 1 ຫຼຽນທອງ

11.ສະໂມສອນ ຄໍາມ່ວນ ຍາດໄດ້ 2 ຫຼຽນຄໍາ, 3 ຫຼຽນເງິນ ແລະ 6 ຫຼຽນທອງ
12.ສະໂມສອອນ ສະຖາບັນກິລາ-ກາຍຍະກໍາ ຍາດໄດ້ 1 ຫຼຽນຄໍາ, 3 ຫຼຽນເງິນ ແລະ 2 ຫຼຽນທອງ
13.ສະໂມສອນ ພາລະສຶກສາ ຍາດໄດ້ 1 ຫຼຽນຄໍາ
14.ສະໂມສອນ ອ໊ອດສະກ້າ ຍາດໄດ້ 1 ຫຼຽນທອງ
15.ສະໂມສອນ ສະຫວັນນະເຂດ ບໍ່ໄດ້ຈັກຫຼຽນ