ທີມງານຈາກກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ພ້ອມຄະນະ ລົງຊ່ວຍເຫຼືອດ້ານວິຊາການ ກ່ຽວກັບວຽກງານ ການຄຸ້ມຄອງກໍລະນີ ພະຍາດໂຄວິດ-19 ທີ່ແຂວງ ສະຫວັນນະເຂດ

355

ໃນວັນທີ 14 ສິງຫາ 2021 ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ທ່ານ ດຣ ບັນດິດ ຊຸມພົນພັກດີ ຮອງອໍານວຍການໂຮງໝໍເດັກ ພ້ອມດ້ວຍທິມງານຈາກ ພະແນກຟື້ນຟູຊີບ ໂຮງໝໍມະໂຫສົດ, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ໂຮງໝໍເດັກ ລົງຊ່ວຍເຫຼືອດ້ານວິຊາການ ກ່ຽວກັບວຽກງານ ການຄຸ້ມຄອງກໍລະນີ ພະຍາດ COVID-19 ທີ່ແຂວງ ສະຫວັນນະເຂດ ໂດຍການເປັນປະທານ ຂອງທ່ານ ດຣ ແສງດາວ ສີດາໄລ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງຮອງປະທານສະເພາະກິດຄວບຄຸມພະຍາດ ໂຄວິດ-19 ຂັ້ນແຂວງ, ພ້ອມຄະນະຜູ້ອຳນວຍການໂຮງໝໍແຂວງ, ຜູ້ອຳນວຍການ ວິທະຍາໄລ ວິທະຍາດ ສຸຂະພາບ( ວສສ ), ບັນດາຫົວໜ້າຂະແໜງການອ້ອມຂ້າງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.


ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ການປ້ອງກັນ ແລະ ຄວບຄຸມສະກັດກັ້ນການຄຸ້ມຄອງກໍລະນີ ພະຍາດ COVID-19 ທີ່ແຂວງ ສະຫວັນນະເຂດ ວ່າ: ປະຈບຸັນ ກໍລະນີຕິດເຊື້ອສະສົມຂອງແຂວງສະຫວັນນະເຂດ ມີ  3.295 ຄົນ, ກໍາລັງປິ່ນປົວ 1.565 ຄົນ, ປິ່ນປົວດີ ກັບບ້ານ 1.728 ຄົນ ແລະ ເສຍຊີວິດສະສົມ 02 ຄົນ, ພ້ອມນີ້ເພິ່ນກໍ່ໄດ້ໃຫ້ຜູ້ອຳນວຍການໂຮງໝໍແຂວງ, ຜູ້ອຳນວຍການ ວິທະຍາໄລ ວິທະຍາດ ສຸຂະພາບ( ວສສ ), ບັນດາຫົວໜ້າຂະແໜງການອ້ອມຂ້າງພະແນກ ລາຍງານສະພາບການຈັດຕັ້ງປະຕິບັດ ຂອງແຕ່ລະຄະນະກໍາມະການທີ່ໄດ້ຮັບຜິດຊອບວຽກງານຜ່ານມາ ແລະ ວາງແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ.


ໂອກາດນີ້, ທ່ານ ດຣ ບັນດິດ ຊຸມພົນພັກດີ ຮອງ ອໍານວຍການໂຮງໝໍເດັກ ກໍ່ໄດ້ ແລກປ່ຽນປະສົບການໃນການຈັດຕັ້ງປະຕິບັດວຽກງານ ຂອງຂັ້ນສູນກາງ ຄື: 1. ໃຫ້ເພີ່ມທະວີ ມາດຕະການປ້ອງກັນຕົນເອງຂອງທິມແພດປະຈໍາສູນ ແລະ ໂຮງໝໍສະໜາມ, 2. ເອົາໃຈໃສ່ໃນການກໍາຈັດຂີ້ເຫຍື້ອ.

ໃນສູນກັກບໍລິເວນຕ້ອງໄດ້ມີລະບົບໂທລະໂຄ່ງແຕ່ລະສູນ ເພື່ອໂຄສະນາ ການສັກວັກຊີນກັນພະຍາດໂຄວິດ-19 ແມ່ນເລັ່ງໃສ່ສັກໃຫ້ໄດ້ 50 % ຂອງຈຳນວນປະຊາທັງໝົດຂອງແຂວງ ພາຍປີ 2021 ໂດຍເນັ້ນໃສ່ທຸກພາກສ່ວນເຊັ່ນ: ພະນັກງານທີ່ມີຄວາມສ່ຽງສູງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຄູອາຈານ, ນັກສຶກສາ ຕະຫຼອດເຖິງປະຊາຊົນທຸກຊັ້ນຄົນໃນສັງຄົມໃຫ້ໄດ້ຮັບການສັກວັກຊີນຢ່າງທົ່ວເຖິງ ສຳລັບແແຮງງານຢູ່ສູນກັກບໍລິເວນ ຫຼັງຈາກທີ່ກັກບໍລິເວນຄົບ 14 ມື້້ແລ້ວ ແມ່ນຕ້ອງໄດ້ສັກວັກຊີນກັນພະຍາດໂຄວິດ-19ໃຫ້ກັບເຂົາເຈົ້າໂດຍທັນທີ, 5. ປະເມີນການຈັດຕັ້ງປະຕິບັດວຽກງານ ປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ເປັນເເຕ່ລະໄລຍະ, ແກ້ໄຂບັນຫາບັນຫາສະເພາະໜ້າທີ່ເກີດຂື້ນໃຫ້ທັນກັບສະພາບການ ລວມເຖິງການຂື້ນແຜນການຕ່າງໆ ແມ່ນໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອຮັບປະກັນວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.