ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ226 ຄົນ ໃນນີ້ຕິດເຊື້ອໃນຊຸມຊົນ 8 ຄົນ

2240

ທ່ານດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວໃນວັນທີ 14 ສິງຫານີ້ ທີ່ກະຊວງສາທາລະນະສຸກວ່າ: ວັນທີ 13 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2.487 ຄົນກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 226 ຄົນ.

ໃນນີ້ຕິດເຊື້ອໃນຊຸມຊົນ 8 ຄົນ ຄື: ນະຄອນຫຼວງວຽງຈັນ 4 ຄົນ, ບໍ່ແກ້ວ 1 ຄົນ, ຈຳປາສັກ 3 ຄົນ; ສ່ວນ ການຕິດເຊື້ອຈາກແຮງງານນໍາເຂົ້າ 218 ຄົນຄື:ຈາກນະຄອນຫຼວງວຽງຈັນ 28 ຄົນ, ຈຳປສັກ 55 ຄົນ, ສະຫວັນນະເຂດ 94 ຄົນ, ຄຳມ່ວນ 34 ຄົນ ແລະ ສາລະວັນ 6 ຄົນ, ບໍລິຄຳໄຊ 1 ຄົນ, ຊຶ່ງກວດພົບເຊື້ອຈາກແຮງງານລາວທີ່ກັບຄືນມາແຕ່ປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍ.

ສໍາລັບການຕິດເຊື້ອ 4 ຄົນໃນຊຸມຊົນນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້: 2 ຄົນແມ່ນເປັນພໍ່ກັບລູກທີ່ຢູ່ໃນສະຖານທີ່ຈຳກັດບໍລິເວນມີການກວດຕົວຢ່າງຄັ້ງທີ 2 ໃຫ້ຜົນບວກຊຶ່ງຢູ່ໃນໄລຍະຈຳກັດບໍລິເວນບໍ່ໄດ້ໄປໃສ, ຜູ້ທີ 3 ເປັນເພດຊາຍອາຍຸ 28 ປີອາຊີບພະນັກງານບໍລິສັດເອກະຊົນຢູ່ບ້ານໃຜ່ລ້ອມເມືອງໄຊທານີຜູ້ກ່ຽວເຂົ້າມາກວດຍ້ອນມີອາການເຈັບຄໍ, ວິນຫົວມາກວດຢູ່ມາກວດຢູ່ຈຸດກວດ ມສ ສີໂຄດ, ຜູ້ທີ 4 ແມ່ນເພດຊາຍເປັນຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ຊຶ່ງຜູ້ທີ 3 ແລະ 4 ທີມງານກຳລັງເກັບກຳຂໍ້ມູນຢູ່ ແລະ ຈະມາລາຍງານໃຫ້ຮູ້ຕາມພາຍຫຼັງ.


ມາຮອດມື້ນີ້ໂຕເລກຜູ້ຕິດເຊື້ອສະສົມທັງໝົດ 9.894 ຄົນ, ເສຍຊີວິດສະສົມ 9 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວທັງໝົດ 4.168 ຄົນ.