ໂຄວິດເປັນເຫດ! ການແຂ່ງຂັນບານເຕະລາວລີກ 1 ປີ 2021 ຍົກເລີກຮຽບຮ້ອຍຫຼັງເລື່ອນມາຫຼາຍເດືອນ

480

ພາຍຫຼັງທີ່ການແຂ່ງຂັນບານເຕະລາວລີກ 1 ປະຈໍາປີ 2021 ເປີດສາກໃນວັນທີ 27 ມີນາ 2021 ແລະ ແຂ່ງຂັນໄດ້ພຽງ 3 ອາທິດ ( 6 ນັດ) ກໍຕ້ອງໄດ້ເລື່ອນການແຂ່ງຂັນແບບບໍ່ມີກໍານົດ ເນື່ອງຈາກການລະບາດຂອງໂຄວິດ-19 ຫຼ້າສຸດ ສະຫະພັນບານເຕະແຫ່ງຊາດລາວ ຕັດສິນໃຈຍົກເລີກການແຂ່ງຂັນ.

ສະຫະພັນບານເຕະແຫ່ງຊາດລາວ ປະກາດຢ່າງເປັນທາງການໃນວັນທີ 13 ສິງຫາ 2021 ວ່າ: ເນື່ອງຈາກສະພາບການລະບາດຂອງ ໂຄວິດ 19 ຍັງຢູ່ໃນສະຖານະເຝົ້າລະວັງ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ທີ່ເປັນສະຖານທີ່ຈັດການແຂ່ງຂັນກິລາບານເຕະ ລາວລີກ 1 ສົ່ງຜົນໃຫ້ ສຕລ ບໍ່ສາມາດຄາດຄະເນໄລຍະເວລາການກັບມາແຂ່ງຂັນຄືນໄດ້ຢ່າງແນ່ນອນ ເຊິ່ງທີ່ຜ່ານມາການແຂ່ງຂັນດັ່ງກ່າວໄດ້ເລີ່ມຂຶ້ນໃນວັນທີີ 27 ມີນາ 2021 ແລະ ແຂ່ງຂັນໄດ້ 3 ອາທິດ (6 ນັດ) ແລ້ວຕ້ອງໄດ້ເລື່ອນການແຂ່ງຂັນອອກໄປແບບບໍ່ມີກໍານົດ ເພາະມີການແຜ່ລະບາດຮອບໃໝ່ຕັ້ງແຕ່ເດືອນເມສາ 2021 ເປັນຕົ້ນມາ.

ສະນັ້ນ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ຈຶ່ງໄດ້ມີມະຕິຕົກລົງເຫັນດີ ແລະ ເປັນເອກະພາບກັບບັນດາສະໂມສອນ ໃນລາວລີກ 1 ໃຫ້ຍົກເລີກການແຂ່ງຂັນ ເປບຊີ ລາວລີກ 1 ປະຈໍາປີ 2021 ເພື່ອຫລຸດຜ່ອນຄວາມສ່ຽງໃນການແຜ່ລະບາດພະຍາດ ໂຄວິດ-19 ແລະ ຮັບປະກັນຄວາມປອດໄພຂອງທຸກພາກສ່ວນທີ່ກ່ຽວຂ້ອງ