ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມຊຸກຍູ້ວຽກງານປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ 19 ຢູ່ເມືອງອາດສະພອນ

473

ໃນຕອນບ່າຍວັນທີ 11 ສິງຫາ 2021 ທ່ານສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະທິມງານ, ປ້ອງກັນ, ຄວບຄຸມ ແລະສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ 19 ຂັ້ນແຂວງ, ລົງເຄື່ອນໄຫວຕິດຕາມ ແລະຊຸກຍູ້ວຽກງານປ້ອງກັນ, ຄວບຄຸມ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ເມືອງອາດສະພອນ ໂດຍການຕ້ອນຮັບຂອງທ່ານ ນາງບຸນທະລັງສີ ຄຳມະນີວົງ ເຈົ້າເມືອງອາດສະພອນພ້ອມຄະນະ.

ໃນໂອກາດດັ່ງກ່າວນີ້ທ່ານ ນາງບຸນທະລັງສີ ຄຳມະນີວົງ ພ້ອມດ້ວຍຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19ຂັ້ນເມືອງກໍ່ຍັງໄດ້ລາຍງານສະພາບການຈັດຕັ້ງປະຕບັດວຽກງານ, ປະຈຸບັນເມືອງອາດສະພອນໄດ້ຈັດຕັ້ງສູນກັກກັນຕົວຊົ່ວຄາວມີ 2 ຈຸດຄື: ຈຸດ ໂຮງຮຽນ ປະຖົມບ້ານນາກຸດ ແລະ ຈຸດໂຮງຮຽນ ມໍສໍ ອາດສະພອນ, ໄວ້ຮອງຮັບການລະບາຍຈຳນວນແຮງງານທີ່ກັບມາແຕ່ເຮັດວຽກຢູ່ປະເທດເພື່ອນບ້ານທີ່ຜ່ານສູນກັກກັນຈາກແຂວງມາແລ້ວມາກັກຕົວຕື່ມອີມຢູ່ເມືອງ, ເພື່ອຮັບປະກັນບໍ່ໃຫ້ພະຍາດໂຄວິດ 19 ແຜ່ລາມອອກເປັນວົງກວ້າງ.ປະຈຸບັນມີແຮງງານທີ່ພວມກັກກັນຕົວເອງຢູ່ 2 ສູນຂອງເມືອງ ຈຳນວນ 47 ຄົນ, ຍິງ 25 ຄົນ ຖືວ່າຍັງມີອາການປົກກະຕິດີ.

ໂອກາດທີ່ທ່ານເຈົ້າແຂວງລົງມາຕິດຕາມ, ຊຸກຍູ້ໃນຄັ້ງນີ້ທ່ານຍັງໄດ້ເນັ້ນໃຫ້ບັນດາພະນັກງານການນຳຂອງເມືອງອາດສະພອນໃນທຸກຂະແໜງການໃຫ້ເອົາໃຈໃສ່ຮ່ວມໄມ້ຮ່ວມມືກັນຈັດຕັ້ງວຽກງານປ້ອງກັນ, ຄວບຄຸມ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ປະສານສົມທົບກັນຢ່າງຕະຫຼອດໄລຍະ ລະຫວ່າງ ຄະນະຮັບຜິດຊອບຂັ້ນແຂວງ ແລະຂັ້ນເມືອງ ເພື່ອເຮັດໃຫ້ວຽກງານດັ່ງກ່າວນີ້ມີຜົນໄດ້ຮັບຢ່າງມີປະສິດທິພາບອັນສູງ. ທ່ານເຈົ້າແຂວງພ້ອມທີມງານຍັງໄດ້ມອບເງິນສົດ 5ລ້ານກີບໃຫ້ກັບເມືອງອາດສະພອນເພື່ອປະກອບສ່ວນ, ຊຸກຍູ້ເຂົ້າໃນວຽກງານດັ່ງກ່າວ, ເຊິ່ງຮັບໂດຍທ່ານເຈົ້າເມືອງພ້ອມຄະນະ.