ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 305 ຄົນ, ໃນນີ້ຕິດເຊື້ອໃນຊຸມຊົນ 20 ຄົນ ຄື:ນະຄອນຫຼວງ 7 ຄົນ, ບໍ່ແກ້ວ (ເມືອງຕົ້ນເຜິ້ງ) 6 ຄົນ, ຈຳປາສັກ 5 ຄົນ, ສະຫວັນນະເຂດ 1 ຄົນ, ເຊກອງ 1 ຄົນ.

1447

ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ13 ສິງຫາວ່າ: ມາຮອດວັນທີ 12 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2.918 ຄົນ  ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 305 ຄົນ.

ໃນນີ້ຕິດເຊື້ອໃນຊຸມຊົນ 20 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:ນະຄອນຫຼວງ 7 ຄົນ, ບໍ່ແກ້ວ (ເມືອງຕົ້ນເຜິ້ງ) 6 ຄົນ, ຈຳປາສັກ 5 ຄົນ, ສະຫວັນນະເຂດ 1 ຄົນ, ເຊກອງ 1 ຄົນ.


ສ່ວນ ກໍລະນີນໍາເຂົ້າ ມີ 285 ຄົນ ຈາກ ນະຄອນຫຼວງ 129 ຄົນ, ສະຫວັນນະເຂດ 66 ຄົນ, ຈຳປາສັກ 56 ຄົນ, ຄຳມ່ວນ 19 ຄົນ, ສາລະວັນ 13 ຄົນ, ບໍ່ແກ້ວ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 9.668 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4.108 ຄົນ.

ປັດຈຸບັນ ການລະບາດຂອງພະຍາດໂຄວິດ-19 ສາຍພັນອານຟ້າ ແຜ່ລະບາດໃນ 185 ປະເທດ, ສາຍພັນເບຕ້າ ພົບໃນ 136 ປະເທດ, ສາຍພັນແກມມ້າ 81 ປະເທດ ແລະ ສາຍພັນເດວຕ້າ 142 ປະເທດ ສົ່ງຜົນໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນທົ່ວໂລກ ສູງກວ່າ 2 ຮ້ອຍລ້ານກວ່າຄົນ ຈຳເປັນຕ້ອງໄດ້ເຝົ້າລະວັງ ແລະ ຕິດຕາມສະພາບການຢ່າງໃກ້ຊິດ.


ບັນຫາສຳຄັນ ການລະບາດຂອງບັນດາປະເທດອ້ອມຂ້າງ ສປປ ລາວ ເຮົາ ຍັງຄົງໜ້າເປັນຫ່ວງ ມີລາຍງານຜູ້ຕິດເຊື້ອໃໝ່ພາຍໃນມື້ດຽວ ສູງກວ່າ 2 ໝື່ນກວ່າຄົນ. ແຮງງານລາວເດີນທາງກັບຈາກປະເທດດັ່ງກ່າວ ໃນແຕ່ລະມື້ ກໍ່ຫຼາຍຮ້ອຍຄົນ ເຊິ່ງມີຄວາມສ່ຽງສູງ ທີ່ຈະນຳເອົາເຊື້ອດັ່ງກ່າວ ເຂົ້າມາແຜ່ລະບາດໃນບ້ານເຮົາ.

ສຳລັບແຮງງານລາວ ທີ່ເຂົ້າມາ ສປປ ລາວ ກໍ່ຂໍໃຫ້ເຂົ້າມາຖືກຕາມຈຸດຜ່ານແດນທີ່ຖືກຕ້ອງຕາມລະບຽບຫຼັກການ ແລະ ມາສະເໜີໂຕຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ເພື່ອຈະໄດ້ເກັບຕົວຢ່າງພວກກ່ຽວກວດຫາເຊື້ອ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນໃຫ້ຄົບກຳນົດຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ;