ມີກໍລະນີຕິດເຊື້ອໂຄວິດ-19ເພີ່ມ 202 ຄົນ ໃນນີ້ຈາກຊຸມຊົນພາຍໃນ 12 ຄົນ ແລະ ມີກໍລະນີເສຍຊີວິດ1ຄົນ ທີ່ແຂວງຈຳປາສັກ

1391

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ12 ສິງຫາ 2021ວ່າ: 11 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2.413 ຄົນ  ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 202 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 12 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:ນະຄອນຫຼວງ 1 ຄົນ, ແຂວງວຽງຈັນ 2 ຄົນ, ສະຫວັນນະເຂດ 6 ຄົນ, ຈຳປາສັກ 2 ຄົນ, ເຊກອງ 1 ຄົນ (ມີປະຫວັດສຳຜັດໃກ້ຊິດນຳຜູ້ທີ່ຕິດເຊື້ອ ໃນໄລຍະໄປຮ່ວມການອົບຮົມວຽກງານພະຍາດໄຂ້ມາລາເຣຍ ຢູ່ແຂວງສະຫວັນນະເຂດ).

ສ່ວນ ກໍລະນີນໍາເຂົ້າ ມີ 190 ຄົນ ຈາກ ຈຳປາສັກ 118 ຄົນ, ນະຄອນຫຼວງ 34 ຄົນ, ສະຫວັນນະເຂດ 27 ຄົນ, ບໍລິຄຳໄຊ 3 ຄົນ ແລະ ສາລະວັນ 8 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 9.363 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 1 ຈາກແຂວງຈຳປາສັກ) ແລະ ກໍາລັງປິ່ນປົວ ທັງໝົດ 4.087 ຄົນ.

ສຳລັບກໍລະນີຜູ້ເສຍຊີວິດ 1 ຄົນ ຢູ່ແຂວງຈຳປາສັກ ເປັນເພດຍິງ, ອາຍຸ 28 ປີ, ອາຊີບ ກຳມະກອນ, ບ້ານສົ້ມໂຮງ, ເມືອງໂຂງ, ແຂວງຈຳປາສັກ ເຊິ່ງເປັນແຮງງານທີ່ກັບມາຈາກປະເທດໄທ, ຜູ້ກ່ຽວຖືພາ ອາຍຸຄັນ 5 ເດືອນ.

ສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ຍັງຄົງໜ້າວິຕົກກັງວົນ ຈຳເປັນຕ້ອງໄດ້ເຝົ້າລະວັງ ແລະ ຕິດຕາມສະພາບການຢ່າງໃກ້ຊິດ; ສຳລັບ ບັນດາປະເທດອ້ອມຂ້າງ ສປປ ລາວ ສັງເກດເຫັນວ່າ ຫຼາຍພື້ນທີ່ຂອງບາງປະເທດ ມີການລະບາດຢ່າງໜັກ ເນື່ອງຈາກສາຍພັນເດວຕ້າ ສົ່ງຜົນໃຫ້ ມີລາຍງານຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດເພິ່ມຂຶ້ນສູງຢ່າງຕໍ່ເນື່ອງ ເຮັດໃຫ້ມີການປະກາດຂະຫຍາຍມາດຕະການລ໋ອກດາວອອກໄປຕື່ມອີກ.


ສະເພາະ ສປປລາວ ເຮົາ ເພື່ອຊ່ວຍຫຼຸດຜ່ອນອັດຕາຄວາມຮຸນແຮງຂອງພະຍາດ ແລະ ການເສຍຊີວິດຈາກພະຍາດດັ່ງກ່າວ ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ໄປຮັບການບໍລິການສັກວັກຊີນ ໃກ້ຈຸດບໍລິການໃກ້ບ້ານທ່ານ ເພື່ອຊ່ວຍກັນສ້າງພູມຄຸ້ມກັນໝູ່ ເພື່ອສະກັດກັ້ນການລະບາດໃນປະເທດຂອງພວກເຮົາບໍ່ໃຫ້ຂະຫຍາຍເປັນວົງກວ້າງ.