ຢູ່ໃສກໍເບີ 1! ເປີດຄ່າເມື່ອຍ ເມສຊີ ໄດ້ຮັບຈາກປາຣີສ ແຊງ ເນມາ, ຫຼາຍກວ່າ ເອັມບັບເປ 2 ເທົ່າ

790
Argentinian soccer star Lionel Messi waves to supporters from his hotel balcony while his wife Antonella Roccuzzo takes photographs in Paris, Tuesday, Aug. 10, 2021. Lionel Messi finalized agreement on his Paris Saint-Germain contract and arrived in the French capital on Tuesday to complete the move that confirms the end of a career-long association with Barcelona. (AP Photo/Adrienne Surprenant)

ໃນຄໍາຄືນທີ່ຜ່ານມາ ( 10 ສິງຫາ 2021 ) ແຟນບານ ປາຣີສ ແຊງແຊກແມງ ໄດ້ສະຫຼອງກັນຢ່າງສົມໃຈຫຼັງຈາກທີ່ສະໂມສອນດັ່ງກ່າວເປີດຕົວ ລິໂອເນລ ເມສຊີ ຢ່າງເປັນທາງການດ້ວຍການເຊັນສັນຍາ 2 ປີ ແລະ ໃສ່ເສື້ອເບີໃໝ່ທີ່ບໍ່ເຄີຍໃສ່ມາກ່ອນກໍຄືເບີ 30 ຫຼັງຈາກທີ່ ເມສຊີ ບໍ່ຕໍ່ສັນຍາກັບ ບາເຊໂລນາ ເນື່ອງຈາກບັນຫາເລື່ອງໂຄງສ້າງທາງການເງິນ.
ຫຼ້າສຸດ ອາສ ສື່ກີລາຊັ້ນນໍາຂອງປະເທດແອັດສະປາຍ ລາຍງານວ່າ : ເມສຊີ ຈະໄດ້ສັນຍາຈາກ ປາຣີສ ແຊງແຊກແມງ ເປັນໄລຍະເວລາ 2 ປີ ພ້ອມເງື່ອນໄຂສາມາດຂະຫຍາຍສັນຍາໄດ້ອີກ 1 ປີ ແລະ ໄດ້ຮັບຄ່າເມື່ອຍສູງສຸດໃນສະໂມສອນເຖິງ 650.000 ປອນຕໍ່ອາທິດແຊງ ເນມາ ເປັນທີ່ຮຽບຮ້ອຍ.

ອັນເດດຄ່າເມື່ອຍນັກເຕະຂອງ ປາຣີສ ແຊງແຊກແມງ 10 ອັນດັບທໍາອິດໃນປັດຈຸບັນ ( ໄລ່ເປັນຕໍ່ອາທິດ )
1.ລິໂອເນລ ເມສຊີ 650.000 ປອນ
2.ເນມາ 490.000 ປອນ
3.ຄິລິຢັນ ເອັມບັບເປ 310.000 ປອນ
4.ມາກິນຢອສ 250.000 ປອນ

5.ມາໂກ ແວຣັດຕິ 250.000 ປອນ
6.ອັງເຄລ ດິ ມາເຣຍ 235.000 ປອນ
7.ເກລໍ ນາວາສ 210.000 ປອນ
8.ເຊີຈິໂອ ຣາມອສ 200.000 ປອນ

9.ຈານລຸຍຈິ ດອນນາຣຸມມາ 200.000 ປອນ
10.ເພຣສເນລ ຄິມເພອມເບ 175.000 ປອນ

ຮູບຈາກ: AP ແລະ PSG