ເບິ່ງນໍາກັນ ດວງການເງິນ 5 ລາສີ ອາທິດນີ້ຢ່າຟຸ່ມເຟືອຍ

1144

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ກ້າວເຂົ້າສູ່ອາທິດທີ 2 ຂອງເດືອນສິງຫາແລ້ວ. ມື້ນີ້ຜູ້ຂຽນຂໍພາທຸກທ່ານມາກວດເບິ່ງດວງຂອງຕົນເອງນໍາກັນ ໂດຍສະເພາະເລື່ອງການເງິນ ຂໍເຕືອນ 5 ລາສີນີ້ ຢ່າຟຸ່ມເຟືອຍ ຕ້ອງລະມັດລະວັງເລື່ອງການໃຊ້ຈ່າຍ.

May be an image of text that says 'Capricorn'

ລາສີມັງກອນ ( ຜູ້ທີ່ເກີດລະຫວ່າງວັນທີ 14 ມັງກອນ ຫາ 12 ກຸມພາ )
ເປັນໄລຍະທີ່ບໍ່ຄວນປະໝາດເລື່ອງການເງິນ ໃຫ້ພິຈາລະນາຢ່າງຮອບຄອບໃຫ້ຫຼາຍຂຶ້ນ ຫາກຄິດຈະຫາລາຍໄດ້ພິເສດ ໂດຍສະເພາະຈາກການຮ່ວມຮຸ້ນລົງທຶນ ຫຼື ສ່ຽງໂຊກໃດໆ ເພາະມີເກນສູງວ່າຍິ່ງດີ້ນຍິ່ງເຈັບຕົວ ເຊິ່ງວັນທີ 9 – 11 ຄວນລະວັງເປັນພິເສດ.

May be an image of text

ລາສີເມກ ( ຜູ້ທີ່ເກີດລະຫວ່າງວັນທີ 13 ເມສາ ຫາ 13 ພຶດສະພາ )
ເລື່ອງເງິນ ຕົນຕ້ອງເປັນທີ່ເພິ່ງແຫ່ງຕົນ ເຖິງຈະຢູ່ໃນເກນດີ ທີ່ຫາລາຍໄດ້ຫຼາຍຂຶ້ນ ແຕ່ວັນທີ 9 – 11 ກໍຍັງຢູ່ໃນໄລຍະທີ່ຄວນໃຈເຢັນ ພິຈາລະນາໃຫ້ຮອບຄອບກ່ອນຈະໃຊ້ຈ່າຍເງິນ ໂດຍສະເພາະຈາກເລື່ອງຟຸ່ມເຟືອຍທັງຂອງຕົນເອງ ຫຼື ເພື່ອຄົນທີ່ຮັກ.

May be an image of ‎crustacean and ‎text that says '‎م Cancer‎'‎‎

ລາສີກໍລະກົດ ( ຜູ້ທີ່ເກີດລະຫວ່າງວັນທີ 15 ກໍລະກົດ ຫາ 16 ສິງຫາ )
ຫາເງິນໄດ້ຫຼາຍແຕ່ກໍໃຊ້ໝົດ, ໂອກາດຫາລາຍໄດ້ຍັງຢູ່ໃນເກນດີຢ່າງຕໍ່ເນື່ອງ ແຕ່ກໍຄວນລະວັງການໃຊ້ຈ່າຍຟຸ່ມເຟືອຍ ຫຼື ຈາກການຫຼົງເຊື່ອບຸກຄົນທີ່ເຂົ້າມາພົວພັນນໍາ ເຊິ່ງອາດເຮັດໃຫ້ສູນເສຍເງິນຈໍານວນຫຼາຍ.

May be an image of 1 person and text that says 'Virgo'

ລາສີກັນ ( ຜູ້ທີ່ເກີດລະຫວ່າງວັນທີ 17 ກັນຍາ ຫາ 16 ຕຸລາ )
ອາດໄດ້ໂຊກລາບມາແບບບໍ່ຄາດຝັນ ແລະ ຫຼັງຈາກວັນທີ 11 ໄປແລ້ວ ຫາກຈະຫາລາຍໄດ້ເສີມ ກໍມີໂອກາດຫຼາຍຂຶ້ນ ແຕ່ໃນໄລຍະວັນທີ 13 ຫາ 15 ຢ່າປະໝາດເຜີ ຫຼື ຫຼົງລືມໃຈລອຍ ເພາະອາດເຮັດໃຫ້ສູນເສຍເງິນຄໍາຂອງມີຄ່າ ຫຼື ໂອກາດທີ່ຄິດວ່າຈະໄດ້ ກໍອາດພາດສູນເສຍໄປຢ່າງງ່າຍດາຍໄດ້.

May be an image of text

ລາສີພິຈິກ ( ຜູ້ທີ່ເກີດລະຫວ່າງວັນທີ 16 ພະຈິກ ຫາ 15 ທັນວາ )
ຈາກວັນທີ 12 ໄປແລ້ວ ກໍຢູ່ໃນເກນທີ່ຈະຫາລາຍໄດ້ເພີ່ມຕື່ມ ທັງຈາກຄ້າຂາຍ ຫຼື ວຽກເສີມ ວຽກພິເສດອື່ນໆ ແຕ່ອາທິດນີ້ວັນທີ 13 ຫາ 15 ກໍຢ່າເຜີ ຢ່າປະໝາດ ຢ່າໃຈລອຍ ເພາະອາດເຮັດໃຫ້ເງິນທອງຂອງມີຄ່າສູນຫາຍໄດ້.

ທີ່ມາ: https://www.sanook.com/horoscope/myhoro/7days/