ກວດເບິ່ງດວງປະຈໍາອາທິດນີ້ ລາສີໃດຕ້ອງລະວັງເລື່ອງຫຍັງແດ່ ?

2377

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ກ້າວເຂົ້າສູ່ອາທິດທີສາມຂອງເດືອນສິງຫາແລ້ວ; ມື້ນີ້ຜູ້ຂຽນຈະມາອັບເດດດວງຊາຕາຂອງທຸກທ່ານເຊັ່ນເຄີຍ ເພາະເວລາປ່ຽນວັນປ່ຽນ ດວງຂອງທ່ານກໍປ່ຽນເຊັ່ນກັນ, ສະນັ້ນມື້ນີ້ມາເບິ່ງນໍາກັນວ່າລາສີໃດຈະມີໂຊກ ຫຼື ຕ້ອງລະວັງເລື່ອງຫຍັງແດ່ ແຕ່ມື້ນີ້ຜູ້ຂຽນຂໍຍົກມາພຽງ 6 ລາສີເກີດກ່ອນ.

May be an image of text that says 'Capricorn'

ລາສີມັງກອນ ( ຜູ້ທີ່ເກີດລະຫວ່າງວັນທີ 15 ມັງກອນ ຫາ 12 ກຸມພາ ) ໄລຍະນີ້ຂ້ອນຂ້າງຈະມີຄວາມໃຈຮ້ອນເປັນເຫດໃຫ້ມີການໃຊ້ເງິນ ຫຼື ເສຍເງິນຢູ່ຕະຫຼອດເວລາ ຈຶ່ງສົ່ງຜົນໃຫ້ຊາວລາສີນີ້ໃນໄລຍະນີ້ມີຄວາມຄິດຫຼາຍ ແລະ ກັງວົນໃນເລື່ອງຂອງການເງິນເປັນພິເສດ.

May be an image of text that says 'Aquarius'

ລາສີກຸມ ( ຜູ້ທີ່ເກີດລະ ຫວ່າງວັນທີ 13 ກຸມພາ ຫາ 14 ມີນາ ) ໃນໄລຍະນີ້ຈະມີຄວາມຄິດທີ່ຂັດແຍ່ງໃນຕົວເອງ ເອົາແນ່ເອົານອນບໍ່ໄດ້ ອາລົມແປປ່ວນງ່າຍ ແລະ ອອກແນວໃຈຮ້ອນໃຫ້ລະວັງເລື່ອງຄວາມຮັກຄົນຮອບຂ້າງ ອາລົມຂອງທ່ານຈະສົ່ງຜົນໃຫ້ເກີດການຂັດແຍ່ງ ຫຼື ການປະທະກັບຄົນຮັກຄູ່ຄອງ ຫຼື ຄົນໃນຄອບຄົວໄດ້.

May be an image of text

ລາສີເມກ ( ຜູ້ທີ່ເກີດລະຫວ່າງວັນທີ 13 ເມສາ ຫາ 14 ພຶດສະພາ ) ໃນໄລຍະນີ້ກໍາລັງແນມຫາ ຄວາມຮັກທີ່ໝັ້ນຄົງ ແຕ່ກໍຍັງບໍ່ພົບກັບຮັກທີ່ລົງຕົວເທື່ອ ຍັງເປັນຄວາມຮັກລວງຫຼອກຢູ່, ດັ່ງນັ້ນໃຫ້ ລະວັງເລື່ອງມີຄົນເຂົ້າຫາໃນໄລຍະກາງເດືອນ ຫາ ທ້າຍເດືອນນີ້.

May be an image of text that says 'Pisces'

ລາສີມີນ ( ຜູ້ທີ່ເກີດລະຫວ່າງວັນທີ 15 ມີນາ ຫາ 12 ເມສາ ) ຕ້ອງລະວັງເລື່ອງອຸບັດເຫດແບບກະທັນຫັນ ແຕ່ເປັນພຽງອັນເລັກໜ້ອຍເລືອດຕົກຢາງອອກເທົ່ານັ້ນ ແລະ ລະວັງເລື່ອງຄວາມຮັກຈະມີຄົນເຂົ້າມາເຮັດໃຫ້ຫວັ່ນໄຫວ.

May be an image of text that says 'Taurus'

ລາສີພຶດສົກ ( ຜູ້ທີ່ເກີດລະຫວ່າງວັນທີ 15 ພຶດສະພາ ຫາ 14 ມິຖຸນາ ) ໃນໄລຍະນີ້ຢາກຈະພັກຜ່ອນເບິ່ງແຍງຄອບຄົວ ແຕ່ຄືກັບຝັນສະຫຼາຍເພາະສຸດທ້າຍແລ້ວກໍຈະມີເລື່ອງລາວທີ່ຕ້ອງເຂົ້າໄປວຸ່ນວາຍ ຫຼື ມີເລື່ອງໃຫ້ເຈັບຫົວນໍາຕະຫຼອດ.

May be an image of 1 person

ລາສີເມຖຸນ ( ຜູ້ທີ່ເກີດລະຫວ່າງວັນທີ 15 ມິຖຸນາ ຫາ 15 ກໍລະກົດ ) ໃນໄລຍະນີ້ປານອອກສະໜາມຮົບ ເນື່ອງຈາກມີເລື່ອງໃຫ້ຕ້ອງຄິດໃນທຸກມື້ ແລະ ເລື່ອງເຫຼົ່ານັ້ນກໍລ້ວນແລ້ວແຕ່ມາຈາກຄົນອ້ອມຂ້າງທັງນັ້ນ ເອີ້ນໄດ້ວ່າເຈັບຫົວຍ້ອນເລື່ອງຄົນອື່ນ ແລະ ລະວັງການຖືກຍຸແຍ່ໃຫ້ແຕກແຍກກັບຄົນອ້ອມຂ້າງຍ້ອນບຸກຄົນໃດບຸກຄົນໜຶ່ງ.

ທີ່ມາ: https://web.facebook.com/Horo2day