ອ່ານເບິ່ງເລີຍ ວິທີເສີມໂຊກລາບຂອງຄົນເກີດທັງ 7 ວັນ

2142

ມື້ນີ້ຈະນໍາເອົາເລື່ອງຂອງໂຊກລາບມາຝາກທຸກຄົນ ໂດຍສະເພາະການເສີມດວງຂອງຄົນເກີດທັງ 7 ວັນ ອີງຕາມຂໍ້ມູນຈາກ Horoworld ໄດ້ບອກຂໍ້ມູນຄວາມເຊື່ອດີໆ ດັ່ງນີ້:

ວັນອາທິດ: ເສີມດວງຕາມວັນເກີດ ໃຫ້ທ່ານນຳສິ່ງຂອງທີ່ກ່ຽວຂ້ອງກັບຄວາມອົບອຸ່ນ ຫຼື ໃຫ້ຄວາມຮ້ອນ ເຊັ່ນ: ທຽນ, ຜ້າຫົ່ມ, ບໍລິຈາກຄ່າໄຟ ຫຼື ຖ້າມີຄຸດໃຫ້ນຳມາເກັບຕິດຕົວ ຫຼື ຫາເວລາໄປສັກກາລະບູຊາຄຸດ ຫຼື ສູດມົນບູຊາຄຸດ ຫຼື ເຮັດບຸນປ່ອຍນົກກໍໄດ້ ຈະເປັນການເປີດຮັບໂຊກລາບ ແລະ ມີສິ່ງດີໆເຂົ້າມາ.

May be an image of text

ວັນຈັນ: ເສີມດວງຕາມວັນເກີດ ແນະນຳໃຫ້ທ່ານເຮັດບຸນໂດຍການຖວາຍຜ້າໄຕ ບໍລິຈາກເສື້ອຜ້າ ຫຼື ນຳໝາກກ້ວຍໄປເຮັດອາຫານຖວາຍພະສົງ ຫຼື ເຮັດເຂົ້າໜົມໄປແຈກ ເພື່ອເປີດທາງໃຫ້ໂຊກລາບ ແລະ ຄວາມໂຊກດີເຂົ້າມາຫາທ່ານ.

ວັນອັງຄານ: ເສີມດວງຕາມວັນເກີດ ໃຫ້ທ່ານເຮັດບຸນທີ່ກ່ຽວຂ້ອງກັບການບໍລິຈາກຍານພາຫະນະ, ຄ່າເດີນທາງ ຫຼື ບໍລິຈາກຈຳພວກອາໄຫຼ່ສ້ອມແປງລົດໃຫຍ່, ລົດຈັກ ຫຼື ຢາງລົດ ເປັນອາສາສະໝັກຂົນສົ່ງຜູ້ທີ່ເຈັບປ່ວຍ ຫຼື ຕົກທຸກໄດ້ຍາກ ຊີວິດຈະຈະເລີນ ແລະ ມີແຕ່ໂຊກລາບ.

ວັນພຸດ: ເສີມດວງຕາມວັນເກີດ ໃຫ້ທ່ານເຮັດບຸນໂດຍການບໍລິຈາກກະລິ່ງ, ຄ້ອງ, ກອງ ຫຼື ບໍລິຈາກເຄື່ອງສຽງ, ຄ້ອນ, ອຸປະກອນເຮັດໃຫ້ເກີດສຽງ ຫຼື ສູດມົນໂດຍໃຊ້ເຄື່ອງນັບຈັງຫວະທີ່ມີສຽງ ຫຼື ສັ່ນກະລິ່ງເວລາສູດມົນສັນລະເສີນເທບ ຫຼື ສູດມົນແບບເຄາະເປັນຈັງຫວະບັກຮື້ແບບຈີນ ຫຼື ລະຄັງທິເບດ.

May be an image of text

ວັນພະຫັດ: ເສີມດວງຕາມວັນເກີດ ໃຫ້ທ່ານຫາເວລາສູດມົນນັ່ງສະມາທິ ຫຼື ໄປເຮັດບຸນຖວາຍເພນພະທີ່ວັດ ຫຼື ເປັນເຈົ້າພາບລ້ຽງອາຫານທ່ຽງວັນພະວັນສິນ ຊີວິດຈະຈະເລີນໄວ.

ວັນສຸກ: ເສີມດວງຕາມວັນເກີດ ໃຫ້ບໍລິຈາກເຂົ້າຂອງເຄື່ອງໃຊ້, ເສື້ອຜ້າທີ່ບໍ່ໄດ້ໃຊ້ ຫຼື ເຮັດບຸນກັບພະ ໂດຍຜ້າໄຕ ຫຼື ທຳບຸນໂດຍການບໍລິຈາກຄ່າໄຟ, ບໍລິຈາກກັບໄຟ, ທຽນ, ຫຼອດໄຟ, ອຸປະກອນໃຫ້ຄວາມອົບອຸ່ນ ແລະ ອຸປະກອນໃຫ້ຄວາມຮ້ອນທຸກປະເພດອັນໃດກໍໄດ້.

ວັນເສົາ: ເສີມດວງຕາມວັນເກີດ ໃຫ້ທ່ານທຳບຸນໂດຍການຖວາຍນໍ້າເຜິ້ງ ຫຼື ບໍລິຈາກເງິນ ເພື່ອໃຫ້ແກ່ການກຸສົນໃດໆກໍໄດ້ ຊີວິດຈະພົບແຕ່ຄວາມໂຊກດີ ແລະ ມີໂຊກລາບ.

ແນວໃດກໍຕາມ, ນີ້ເປັນຄວາມເຊື່ອສ່ວນບຸກຄົນ ຫາກທ່ານດຸໝັ່ນ, ຂະຫຍັນພຽນສ້າງ, ຈິງໃຈ, ຄິດດີ ແລະ ເຮັດດີ ທ່ານກໍຈະພົບກັບຄວາມສຸກຄວາມໂຊກດີໄດ້ເຊັ່ນດຽວກັນ.

ຈາກ: Horoworld; ຮູບ: khaosod