ມອບ-ຮັບ ແລະ ເປີດນຳໃຊ້ ຫໍສະພາແຫ່ງຊາດ ຫລັງໃໝ່ຢ່າງເປັນທາງການ

0
896

ໃນວັນທີ 10 ສິງຫາ 2021 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຮ່ວມກັບ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍການນຳ ພັກ-ລັດ ສອງປະເທດ ໄດ້ໃຫ້ກຽດເຂົ້າຮ່ວມພິທີມອບ-ຮັບ ແລະ ເປີດນຳໃຊ້ຫໍສະພາແຫ່ງຊາດລາວ ຢ່າງເປັນທາງການ.

ໃນພິທີ, ສະຫາຍ ຫງວຽນ ຊວນ ຟຸກ ໄດ້ຕາງຫນ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກ່າວມອບຕຶກສະພາແຫ່ງຊາດ ລາວຫຼັງໃຫມ່ພາຍຫຼັງ ທີ່ມີການສ້າງມາເປັນໄລຍະຫນຶ່ງ ເຊິ່ງເປັນຂອງຂວັນ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມອບໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ນໍາໃຊ້ ແລະ ທັງ ເປັນສັນຍາລັກແຫ່ງຄວາມສາມັກຄີພິເສດ ຫວຽດນາມ-ລາວ.

ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງຫນ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຢ່າງເລິກເຊິ່ງ ຕໍ່ຂອງຂວັນອັນປະເສີດ ດັ່ງກ່າວ ແລະ ຢືນຢັນວ່າຈະພ້ອມກັນປົກປັກຮັກສາຫໍສະພາ ແຫ່ງນີ້ ໃຫ້ຄົງຢູ່ຄູ່ກັບພະທາດຫຼວງ ທີ່ເປັນສະຖານທີ່ສັກກາລະບູຊາ ຂອງປະຊາຊົນລາວຕະຫຼອດ ໄປ.


ພາຍຫຼັງສໍາເລັດພິທີການເປີດນໍາໃຊ້ ແລະ ມອບ-ຮັບຫໍສະພາແຫ່ງຊາດລາວແລ້ວ, ສະຫາຍ ປະທານປະເທດ ທັງສອງ ກໍໄດ້ໃຫ້ກຽດປະດັບຫຼຽນໄຊອິດສະຫຼະຊັ້ນ 1 ແລະ ຊັ້ນ 2 ຂອງ ສປປ ລາວ ໃຫ້ 3 ກົມກອງຂອງຝ່າຍຫວຽດນາມ ແລະ ປະດັບຫຼຽນໄຊແຮງງານ ຊັ້ນ 1 ແລະ ຊັ້ນ 2 ຂອງ ສສ ຫວຽດນາມ ໃຫ້ບຸກຄົນຂອງຝ່າຍລາວຈໍານວນ 3 ສະຫາຍ.


ຕໍ່ມາ ສະຫາຍ ຫງວຽນ ຊວນ ຟຸກ, ສະຫາຍ ທອງລຸນ ສີ ສຸລິດ ໄດ້ພ້ອມກັນເປີດແຖບຜ້າຫີນສີລາຈາລຶກ ທີ່ມີເນື້ອໃນ “ຫໍສະພາແຫ່ງຊາດ ຂອງຂວັນຈາກ ພັກ, ລັດ ແລະ ປະຊາຊົນຫວຽດນາມ” ແລະ ຮ່ວມກັນໄປປູກຕົ້ນໄມ້ ທີ່ລະນຶກເພື່ອເປັນສິລິມົງຄຸນ ແກ່ສະພາແຫ່ງຊາດລາວ.

.

LEAVE A REPLY

Please enter your comment!
Please enter your name here