ສະພາປິດກອງປະຊຸມສະໄໝວິສາມັນ ໂດຍມີມະຕິຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ

1279

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນມາເປັນເວລາ 5 ວັນ ປິດລົງດ້ວຍຜົນສຳເລັດຕາມຈຸດ ປະສົງລະດັບຄາດໝາຍທີ່ກໍານົດໄວ້ໃນຕອນບ່າຍວັນທີ10 ສິງຫາ 2021 ໂດຍໄດ້ມີມະຕິຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ.

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດໄດ້ກ່າວໃນບົດສູນທອນພົດປິດກອງປະຊຸມບາງຕອນວ່າ: ກອງປະຊຸມສະໄໝວິສາມັນເທື່ອນີ້ ໄດ້ສຸມໃສ່ ຄົ້ນຄວ້າ ແລະ ພິຈາລະນາ ເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແລະ ມີການປຶກສາຫາລື ປັບປຸງກົດໝາຍທີ່ກ່ຽວຂ້ອງ ດ້ວຍຈິດໃຈເຄັ່ງຮ້ອນ, ເຕັມໄປດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຮອງເອົາດ້ວຍຄະແນນສຽງສ່ວນຫຼາຍ.


ກອງປະຊຸມສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ລັດຖະບານທີ່ໄດ້ມີຄວາມພະຍາຍາມສູ້ຊົນກະກຽມ ວາລະແຫ່ງຊາດ ທັງສອງສະບັບ ແລະ ສາມາດນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດເທື່ອນີ້. ກອງປະຊຸມ ສະເໜີ ລັດຖະບານສືບຕໍ່ນໍາເອົາຄວາມຄິດເຫັນຂອງກອງປະຊຸມ ໄປປັບປຸງເຂົ້າໃສ່ວາລະແຫ່ງຊາດໃຫ້ມີເນື້ອໃນຮັດກຸມ, ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້, ຮີບຮ້ອນສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ທີ່ພົວພັນກັບວາລະແຫ່ງຊາດ ໃຫ້ເປັນລະບົບໂດຍໄວ ແນໃສ່ຜ່ອນຄາຍສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ, ສືບຕໍ່ສ້າງໃຫ້ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາການປັບປຸງເນື້ອໃນບາງມາດຕາ ຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ກົດໝາຍວ່າດ້ວຍຢາເສບຕິດ ເພື່ອສ້າງເງື່ອນໄຂ ແລະ ເປັນເຄື່ອງມືສໍາຄັນໃນການປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ເປັນຮູບປະທໍາ. ພ້ອມສະເໜີໃຫ້ຄະນະຮັບຜິດຊອບ ນໍາເອົາຄວາມຄິດເຫັນຂອງສະມາຊິກສະພາແຫ່ງຊາດ ໄປສືບຕໍ່ປັບປຸງໃສ່ບັນດາຮ່າງເນື້ອໃນປັບປຸງບາງມາດຕາຂອງບັນດາກົດໝາຍດັ່ງກ່າວ ໃຫ້ຄົບຖ້ວນສົມບູນ ເພື່ອນໍາໄປສູ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ມີຜົນສໍາເລັດເປັນຢ່າງດີ.


ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ. ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ທຸກຄວາມພະຍາຍາມຂອງລັດຖະບານໃນການນໍາພາ-ຊີ້ນໍາ ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ ກໍານົດນະໂຍບາຍ, ມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຕ່ຫົວທີ, ພ້ອມທັງເປັນເຈົ້າການ ແລະ ຊຸກຍູ້ສັງຄົມເຂົ້າຮ່ວມຈັດຕັ້ງປະບັດບັນດາມາດຕະການຢ່າງເຂັ້ມງວດ ອັນໄດ້ປະກອບສ່ວນເຮັດໃຫ້ປະເທດລາວຂອງພວກເຮົາສາມາດຄວບຄຸມການລະບາດ ແລະ ຜ່ອນຜັນມາດຕະການຕ່າງໆລົງໄດ້ເທື່ອລະກ້າວ.

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການຊີ້ແຈງອະທິບາຍ ຈາກທ່ານນາຍົກລັດຖະມົນຕີ ແລະ ບັນດາລັດຖະມົນຕີ ທີ່ກ່ຽວຂ້ອງ ກ່ຽວກັບ ບັນຫາທີ່ກອງປະຊຸມມີຄວາມສົນໃຈ.


ທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຖະແຫຼງຂ່າວກ່ຽວກັບຜົນສຳເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ດັ່ງນີ້:
1. ມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;
2. ມະຕິຂອງກອງປະຊູມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;
3. ມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການປັບປຸງບາງມາດຕາຂອງກົດໝາຍຄື: ມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດວ້ຍການຄຸ້ມຄອງສວ່ຍສາອາກອນ, ກົດໝາຍວ່າດວ້ຍອາກອນມູນຄ່າເພີ່ມ, ກົດໝາວ່າດວ້ຍອາກອນລາຍໄດ້ ມີທັງໝົດ 21 ມາດຕາ; ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍ ຢາເສບຕິດ ມີທັງໝົດ 17 ມາດຕາ, ໃນນີ້ ເພີ່ມເຂົ້າໃໝ່ 6 ມາດຕາ.