ພົບກໍລະນີຕິດເຊື້ອໃໝ່ 315 ຄົນ ໃນນີ້ຈາກຊຸມຊົນ 14 ຄົນ

614

ສປປລາວ ພົບກໍລະນີຕິດເຊື້ອໂຄວິດ-19ຈາກແຮງງານເດີນທາງກັບປະເທດຫຼາຍເຖິງ301 ຄົນ ແລະ ຈາກຊຸມຊົນພາຍໃນ 14 ຄົນເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມ ມີ8.876 ຄົນ.


ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວປະຈຳວັນ10ສິງຫາວ່າ: ວັນທີ 9 ສິງຫາທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 3.345 ຕົວຢ່າງ ກວດພົບຜູ້ຕິດເຊື້ອໃໝ່ 315 ຄົນ; ໃນນີ້ການຕິດເຊື້ອພາຍໃນແຂວງ ຈຳນວນ 14 ຄົນ (ນະຄອນຫຼວງ 3 ຄົນ, ບໍ່ແກ້ວ 8 ຄົນ ແລະ ຄຳມ່ວນ 3 ຄົນ).


ການຕິດເຊື້ອໃນແຮງງານ ແລະ ຜູ້ທີ່ເດີນທາງເຂົ້າປະເທດ ຈຳນວນ 301 ຄົນຄື: ຈາກ ສະຫວັນນະເຂດ 77 ຄົນ, ນະຄອນຫຼວງ 39 ຄົນ, ຈຳປາສັກ 43 ຄົນ, ສາລະວັນ 64 ຄົນ, ຄຳມ່ວນ 69 ຄົນ, ແຂວງວຽງຈັນ 7 ຄົນ ແລະ ຫຼວງພະບາງ 2 ຄົນ.


ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນ ສປປລາວ ຮອດປັດຈຸບັນ ແມ່ນ 8.876 ຄົນ, ເສຍຊີວິດສະສົມ 8 ຍັງສືບຕໍ່ປິ່ນປົວ 4.240 ຄົນ.ຮອດປັດຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 100 ສູນ ແລະ 48 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 14.509 ຄົນ.