ແຂວງສາລະວັນ ຫາລືເພີ່ມທະວີຮັບມືແຮງງານລາວກັບຄືນ ພ້ອມເຂັ້ມງວດທຸກດ້ານ

260

ເນື່ອງຈາກແຮງງານລາວ ຍັງສືບຕໍ່ເດີນທາງກັບບ້ານ ຢ່າງຕໍ່ເນື່ອງ ເປັນຈຳນວນຫຼວງຫຼາຍໃນແຕ່ລະມື້ ໂດຍສະເພາະແຂວງສາລະວັນ ມີຈຳນວນເພີ່ມຂຶ້ນເລື້ອຍໆ ນັບແຕ່ວັນທີ 13 ກໍລະກົດ 2021 ຈົນເຖີງປັດຈຸບັນມີທັງໝົດ 1.700 ກວ່າຄົນ, ຍິງ 800 ກວ່າຄົນຊື່ງເຂົ້າໃນສູນຈໍາກັດບໍລິເວນທີ່ອົງການປົກຄອງແຂວງ ກະກຽມຮອງຮັບເຕັມແລ້ວ 4 ສູນ ແລະ ຈະສືບຕໍ່ຂະຫຍາຍຕື່ມອີກ ເພື່ອຮອງຮັບໃຫ້ພຽງພໍ, ທ່ວງທັນກັບສະພາບການດັ່ງກ່າວ.


ທ່ານສົມໃຈອຸ່ນຈິດຮອງເຈົ້າແຂວງຫົວໜ້າຄະນະສະເພາະໂຄວິດ-19ແຂວງສາລະວັນໄດ້ເນັ້ນໜັກ ແລະ ຊີ້ນຳໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີຄວາມຮັດກຸມ, ທ່ວງທັນ ແລະ ແທດເໝາະກັບສະພາບຄວາມເປັນຈິງ ສືບຕໍ່ເພີ່ມທະວີ, ເອົາໃຈໃສ່ດ້ານການກະກຽມຄວາມພ້ອມຮອບດ້ານ ແລະ ມີຕ້ອງແຜນສຳຮອງໃນແຕ່ລະໄລຍະໄວ້ຕະຫຼອດ ເປັນຕົ້ນ:ດ້ານສະຖານທີ່ຈໍາກັດບໍລິເວນ,ບຸກຄະລາກອນການແພດ, ເຈົ້າໜ້າທີ່ໜ່ວຍງານຕ່າງໆ, ອຸປະກອນການແພດ ແລະ ຂອດກົນໄກການປະສານງານລະຫວ່າງຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ແລະ ໂຮງໝໍພາກສະໜາມ ຕະຫຼອດຮອດການເອົາໃຈໃສ່ປີ່ນປົວ, ດູແລເບີ່ງແຍງ ທັງຜູ້ທີ່ຖືກຈຳກັດບໍລິເວນ ແລະ ຜູ້ຕິດເຊື້ອພະຍາດໂຄວິດ-19.

ຄຽງຄູ່ກັນນັ້ນ ຕ້ອງໄດ້ລະບາຍແຮງງານ ທີ່ໄດ້ກັກບໍລິເວນຄົບ 14 ວັນແລ້ວ ເພື່ອຈັດສົ່ງໃຫ້ບັນດາເມືອງຂອງເຂົາເຈົ້າ ສືບຕໍ່ຈຳກັດບໍລິເວນ ຢູ່ຂັ້ນເມືອງຕື່ມອີກ 14 ວັນ ຮັບປະກັນຄວາມປອດໄພຕໍ່ເຊື້ອພະຍາດ, ຖືກຕ້ອງຕາມມາດຕະການ ແລະ ບັນດາຜູ້ທີ່ໄດ້ຮັບການປີ່ນປົວຫາຍດີແລ້ວ ຈັດສົ່ງກັບບ້ານ ພ້ອມທັງປະຕິບັດມາດຕະການ ຫຼັງການປີ່ນປົວໃຫ້ເຂັ້ມງວດ ຕື່ມອີກ. ກອງປະຊຸມກໍໄດ້ມີການແລກປ່ຽນປະກອບຄໍາຄິດເຫັນ, ສຸມໃສ່ຄົ້ນຄວ້າ ກຽມຄວາມພ້ອມຮັບມືຕໍ່ກັບວຽກງານດັ່ງກ່າວຢ່າງຮີບດ່ວນ, ໂດຍສະເພາະອາດຈະມີການຈຳກັດບໍລິເວນຢູ່ຂັ້ນເມືອງ ຂອງແຮງງານທີ່ກັບຄືນ ເພື່ອຊ່ວຍແບ່ງເບົາການປະຕິບັດໜ້າທີ່ຢູ່ຂັ້ນແຂວງ ແລະ ເປັນການລະບາຍແຮງງານ ທີ່ຈຳກັດບໍລິເວນ ບໍ່ໃຫ້ແອອັດ ແລະ ເໝາະສົມ. ປັດຈຸບັນໄດ້ມີແຮງງານທີ່ເດີນທາງມາຈາກເທດໃກ້ຄຽງເຂົ້າມາແຂວງສາລະວັນ ພົບຜູ້ຕິດເຊື້ອສະສົມທັງໝົດ 500ກວ່າຄົນ.


ກອງປະຊຸມປຶກສາຫາລືໃນຄັ້ງນີ້, ຈັດຂຶ້ນໃນວັນທີ 5 ສິງຫາ 2021ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງທ່ານສົມໃຈອຸ່ນຈິດຮອງເຈົ້າແຂວງໆສາລະວັນ ຫົວໜ້າຄະນະສະເພາະກິດໂຄວິດ-19, ມີຫົວໜ້າພະແນກສາທາລະນະສຸກແຂວງ, ຮອງຄະນະສະເພາະກິດໂຄວິດ-19 ແຂວງ, ຄະນະສະເພາະກິດຂັ້ນແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ 8 ເມືອງ, ຫົວໜ້າຫ້ອງການສາທາລະນະສຸກ 8 ຕົວເມືອງ ແລະຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບ-ຂ່າວ: ທິດລານີ ໂຄດໂຍທາ.