ປູກທຸລຽນ ກັບໂອກາດແຫ່ງຄວາມສຳເລັດ

659

ທຸລຽນເປັນໝາກໄມ້ທີ່ຄົນນິຍົມເປັນອັນດັບຕົ້ນໆດ້ວຍລົດຊາດທີ່ຫວານ, ມັນ, ແຊບ ຈົນໄດ້ຮັບຕຳແໜ່ງເປັນເຖິງລາຊາດ້ານໝາກໄມ້ໃນປັດຈຸບັນ ແລະ ເຊື່ອວ່າຫຼາຍຄົນຕ້ອງໃຫ້ຄວາມສົນໃຈໃນຫຼາຍໆດ້ານກ່ຽວກັບໝາກໄມ້ຊະນິດດັ່ງກ່າວນີ້.

ກ່ອນຈະລົງມືປູກທຸລຽນ ເຮົາຄວນເລືອກພື້ນທີ່ທີ່ເໝາະສົມໃນອຸນຫະພູມຢູ່ທີ່ 25 – 30 ອົງສາ ແລະ ຄວາມຊຸ່ມປະມານ 75 – 85 ສ່ວນດິນທີ່ປູກຄວນເລືອກເປັນດິນໜຽວປົນຊາຍທີ່ມີໜ້າດິນເລິກ ເຊິ່ງຕ້ອງມີແຫຼ່ງນ້ຳທີ່ພຽງພໍ, ສຳລັບການປູກທຸລຽນແມ່ນຄວນປູກໃນໄລຍະເດືອນມີນາ – ເມສາ ໂດຍເລີ່ມຈາກການປັບໜ້າດິນໃຫ້ພຽງ ໂດຍໄລຍະຫ່າງຂອງລະຫວ່າງຕົ້ນແມ່ນຢູ່ທີ່ 9 ແມັດ ໂດຍສາມາດປູກໄດ້ 2 ວິທີ ຄື:

May be an image of 1 person and outdoors

1. ວິທີຂຸດຂຸມປູກທຸລຽນ: ຫຼັງຈາກຂຸດຂຸມສຳເລັດແລ້ວນຳເບ້ຍທຸລຽນທີ່ກ້າໄວ້ ( ເລືອກຕົ້ນທີ່ສົມບູນ ) ວາງລົງກາງຂຸມ ໂດຍຕ້ອງເອົາຖົງຢາງດຳອອກ ແລ້ວຖົມດິນລົງພໍປະມານ, ຈາກນັ້ນນຳເອົາໄມ້ມາປັກລົງຂ້າງໆລຳຕົ້ນ ພ້ອມທັງຜູກເຊືອກ ເພື່ອກັນລົມພັດຕົ້ນອາດເກີດໃຫ້ຫັກເສຍຫາຍ.

May be an image of outdoors and tree

2. ວິທີປູກທຸລຽນແບບບໍ່ຂຸດຂຸມ: ໂຮມປຸ໋ຍຮອບໆບໍລິເວນທີ່ຈະປູກ, ຈາກນັ້ນນຳເບ້ຍທຸລຽນມາລົງໄດ້ເລີຍໂດຍຕ້ອງນຳເອົາຖົງຢາງດຳອອກແລ້ວຂຸດດິນຂ້າງໆ ຂຶ້ນມາປົກບໍລິເວນຂ້າງຕົ້ນ.

May be an image of outdoors and tree
ທຸລຽນເປັນຕົ້ນໄມ້ທີ່ຕ້ອງເບິ່ງແຍງ ແລະ ໃສ່ໃຈຢ່າງດີ ເຊິ່ງເຮົາຕ້ອງໝັ່ນໃນການກວດກາ ເພື່ອມີສັດຕູພືດ ຫຼື ໃບເຫຼືອງ ໂດຍສ່ວນຫຼາຍຈະພົບເຫັນໃນລຳຕົ້ນທຸລຽນ ໄດ້ແກ່: ຕົ້ນທຸລຽນມີເພ້ຍຂຶ້ນ, ໄຮແດງນ້ອຍ, ໜອນເຈາະລຳຕົ້ນ ແລະ ອື່ນໆ.

ທຸລຽນອຸດົມສົມບູນໄປດ້ວຍສານອາຫານທີ່ຈຳເປັນຕໍ່ຮ່າງກາຍ ເຊັ່ນ: ຄາໂບໄຮເດຣດ, ໂປຣຕິນ ແລະ ແຮ່ທາດຫຼາຍຊະນິດ ເຊິ່ງມີປະໂຫຍດຕໍ່ສຸຂະພາບ ແລະ ເປັນທີ່ນິຍົມຫຼາຍໃນທ້ອງຕະຫຼາດ ກໍຄືສັງຄົມໃນປັດຈຸບັນຈົນໄດ້ສາຍາວ່າເປັນລາຊາດ້ານໝາກໄມ້.