ກຣີລິຊ ຂຶ້ນເປັນນັກເຕະຄ່າຕົວແພງທີ່ສຸດໃນລີກບານເຕະ ອັງກິດ

386
MANCHESTER, ENGLAND - AUGUST 05: Manchester City unveil new signing Jack Grealish at Manchester City Football Academy on August 05, 2021 in Manchester, England. (Photo by Matt McNulty - Manchester City/Manchester City FC via Getty Images)

ແມນເຊັສເຕີ ຊິຕີ້ ເປີດຕົວນັກເຕະໃໝ່ຢ່າງ ແຈັກ ກຣີລິຊ ກອງໜ້າທີມຊາດອັງກິດ ຈາກສະໂມສອນແອັສຕັນ ວິລລາ ມາຮ່ວມທີມຢ່າງເປັນທາງການ ດ້ວຍຄ່າຕົວເປັນສະຖິຕິໃໝ່ຂອງລີກບານເຕະປະເທດອັງກິດ 100 ລ້ານປອນ ພ້ອມເຊັນສັນຍາຍາວ 6 ປີເຕັມ.

ກຣີລິຊ ແຈ້ງເກີດຢ່າງຍິ່ງໃຫຍ່ກັບທີມຊາດອັງກິດ ໂດຍເປັນສ່ວນສໍາຄັນພາ ທີມຊາດອັງກິດ ຄວ້າຮອງແຊັມບານເຕະ ຢູໂຣ 2020 ໃນເດືອນທີ່ຜ່ານມາ ກ່ອນຈະຕົກເປັນຂ່າວກັບ ແມນເຊັສເຕີ ຊິຕີ້ ດົນພໍສົມຄວນ ຈົນຫຼ້າສຸດ ແມນເຊັສເຕີ ຊິຕີ້ ໄດ້ບັນລຸຂໍ້ຕົກລົງກັບ ແອນຕັສ ວິລລາ ດຶງຕົວມາຮ່ວມທີມໄດ້ສໍາເລັດ ແລະ ຈະຢູ່ກັບ ແມນເຊັນເຕີ ຊິຕີ້ ໄປຈົນເຖິງປີ 2027 ແລະ ໃສ່ເສື້ອເບີ 10 ແທນ ເຊຄິໂອ ອິເກວໂໜ ທີ່ຍ້າຍໄປຢູ່ກັບ ບາເຊໂລນາ.

ນອກນັ້ນ, ການຍ້າຍທີມຄັ້ງນີ້ເຮັດໃຫ້ ແຈັກ ກຣີລິຊ ກາຍເປັນນັກເຕະທີ່ມີຄ່າຕົວເປັນສະຖິຕິໃໝ່ຂອງປະເທດອັງກິດ 100 ລ້ານປອນ ທໍາລາຍສະຖິຕິຂອງ ພອລ ປ໊ອກບາ ທີ່ເຄີຍເຮັດໄວ້ ຫຼັງຍ້າຍຈາກ ຢູເວນຕຸສ ໄປຢູ່ກັບ ແມນເຊັສເຕີ ຢູໄນເຕັດ 93,25 ລ້ານປອນ.