ສະຖານະການພິກຜັນ! ບາເຊໂລນາ ຢືນຢັນແຍກທາງກັບ ເມສຊີ ຮຽບຮ້ອຍ

360

ກາຍເປັນສະຖານະການພິກຜັນທັນທີ ຫຼັງຈາກທີ່ ບາເຊໂລນາ ສະໂມສອນຍັກໃຫຍ່ໃນລາລີກາ ແອັດສະປາຍ ຖະແຫຼງການຢືນຢັນ ເມື່ອວັນທີ 5 ສິງຫາ 2021 ແຍກທາງກັບ ລິໂອເນລ ເມສຊີ ກອງໜ້າຄົນສໍາຄັນຂອງທີມເປັນທີ່ຮຽບຮ້ອຍ ທັງທີ່ກ່ອນໜ້ານີ້ມີຂ່າວວ່າ ເມສຊີ ຍອມຕົກລົງເຊັນສັນຍາສະບັບໃໝ່.

ດັ່ງທີ່ຮູ້ ເມສຊີ ໝົດສັນຍາກັບ ບາເຊໂລນາ ໃນເດືອນມິຖຸນາ 2021 ມີຂ່າວຢ່າງຕໍ່ເນື່ອງວ່າຈະຍ້າຍໃນທີມ ແຕ່ກ່ອນໜ້ານີ້ຂ່າວການຍ້າຍທີມສະຫງົບລົງ ຫຼັງຈາກທີ່ ບາເຊໂລນາ ແຕ່ງຕັ້ງປະທານຄົນໃໝ່ ແລະ ເຮັດໃຫ້ ເມສຊີ ຍອມຕໍ່ສັນຍາກັບທີມ.

ແຕ່ຫຼ້າສຸດສະຖານະການພິກຜັນເມື່ອ ບາເຊໂລນາ ຖະແຫຼງການທາງການວ່າ: ທັງສະໂມສອນ ແລະ ເມສຊີ ຕ່າງຮູ້ສຶກເສຍໃຈທີ່ບໍ່ສາມາດຮ່ວມງານກັນໄດ້ຕໍ່ ພ້ອມຂອບໃຈ ແລະ ອວຍພອນໃຫ້ນັກເຕະປະສົບຜົນສໍາເລັດໃນອະນາຄົດ.

ສໍາລັບ ເມສຊີ ອາຍຸ 35 ປີຢູ່ກັບ ບາເຊໂລນາ ຕັ້ງແຕ່ເປັນນັກເຕະເຍົາວະຊົນ ກ່ອນກ້າວຂຶ້ນໄປຫຼິ້ນໃນຊຸດໃຫຍ່ ລົງສະໜາມໄປທັງໝົດ 778 ນັດຍິງໄດ້ 672 ປະຕູ ພາ ບາເຊໂລນາ ຄວ້າແຊັມ ລາລີກາ ສະເປນ 10 ສະໄໝ, ໂກປາ ເດລ ເຣ 7 ສະໄໝ, ຊູເປີ ໂກປາ ເດ ເອັສປັລຢາ 7 ສະໄໝ, ຢູຟາ ແຊ້ມປ້ຽນລີກ 4 ສະໄໝ, ຢູຟາ ຊູເປີ ຄັບ 3 ສະໄໝ ແລະ ຟີຟາ ຄລັບ ເວິລ ຄັບ 3 ສະໄໝ.