ສູ້ເດີ້ແພດໝໍ ແລະຊາວສະຫວັນນະເຂດ ຜູ້ຕິດເຊື້ອສູງເຖິງ 2.500 ກໍລະນີ

328

ການລະບາດຂອງພະບາດໂຄວິດ-19 ທຸກແຂວງແມ່ນມີຄວາມສ່ຽງ ແຕ່ສະຫວັນນະເຂດຍັງຄົງເປັນແຂວງທີ່ໜ້າເປັນຫ່ວງເນື່ອງຈາກ ຄອງຕົວເລກຜູ້ທີ່ຕິດເຊື້ອຫຼາຍເຖິງ 2.500 ກວ່າຄົນແລ້ວ ແລະຍັງມີແຮງງານທີ່ກັບມາໃນແຕ່ລະວັນ ນັ້ນໝາຍເຖິງຈຳນວນຜູ້ຕິດເຊື້ອຍັງຈະເພີ່ມຂຶ້ນຕໍ່ເນື່ອງ ເຖິງແມ່ນວ່າແພດໝໍຈະເອົາໃຈໃສ່ປິ່ນປົວຢ່າງສຸດຄວາມສາມາດ ແລະມີຈຳນວນອອກໂຮງໝໍເປັນລາຍວັນກໍ່ຕາມ.

ຕາມການລາຍງານຈາກພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ປັດຈຸບັນທາງແຂວງ ກໍ່ຍັງຈະສືບຕໍ່ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນທຸກດ້ານ ເຊັ່ນ: ສະຖານທີ່ຮອງຮັບແຮງງານທີ່ກັບມາ, ການປິ່ນປົວເບິ່ງແຍງດູແລຂອງຜູ້ຕິດເຊື້ອ ແລະ ລວມທັງເຂັ້ມງວດທີ່ຈະນຳໃຊ້ມາດຕະການຕ່າງໆພາຍໃນແຂວງ.

ແນວໃດກໍ່ຕາມຕົວເລກລາຍງານພົບວ່າ ແຂວງ ສະຫວັນນະເຂດມາຮອດມື້ນີ້ ພົບຜູ້ຕິດເຊື້ອສະສົມທັງໝົດຢູ່ທີ່ 2.542 ຄົນ (ຕິດເພີ່ມລ່າສຸດ 94 ຄົນ 4/8/2021), ປິ່ນປົວຫາຍດີແມ່ນ 661 ຄົນ, ກຳລັງໄດ້ຮັບການປິ່ນປົວແມ່ນ 1.787 ເຊິ່ງຖືວ່າເປັນຕົວເລກທີ່ສູງສົມຄວນ.

ເຖິງຢ່າງໃດກໍ່ຕາມ ຂ່າວຮ້າຍກໍ່ຍັງມີຂ່າວດີ ຕາມມາເຊັ່ນກັນໃນວັນທີ 3 ສິງຫາຜ່ານມາແພດໝໍສະຫວັນນະເຂດແມ່ນໄດ້ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວຈຳນວນ 61 ຄົນ ແລະ ໄດ້ສົ່ງກັບໄປກັກຕົວເພີ່ມອີກ 14 ວັນ ເພື່ອໃຫ້ໝັ້ນໃຈວ່າເຂົາເຈົ້າເຫຼົ່ານັ້ນໄດ້ຫາຍຈາດແທ້ຈິ່ງສາມາດໄປໃຊ້ຊີວິດຕາມປົກກະຕິໄດ້.