ບາເຊໂລນາ ເປີດຕົວ ເອແມຊອນ ຢ່າງເປັນທາງການ

330
Barcelona's newly signed Brazilian defender Emerson Royal poses during his official presentation by the Spanish football club at the Camp Nou stadium in Barcelona on August 2, 2021. (Photo by Josep LAGO / AFP) (Photo by JOSEP LAGO/AFP via Getty Images)

ບາເຊໂລນາ ສະໂມສອນຍັກໃຫຍ່ໃນ ລາລີກາ ສະເປນ ເປີດຕົວ ເອແມຊອນ ກອງຫຼັງຊາວບຣາຊິນ ຢ່າງເປັນທາງການ ທີ່ສະໜາມຄໍານູ ສະໜາມໃນບ້ານຂອງ ບາເຊໂລນາ ເມື່ອວັນທີ 2 ສິງຫາ 2021 ທີ່ຜ່ານມາ.

ຕາມການລາຍງານຂອງສື່ຕ່າງປະເທດລະບຸວ່າ: ບາເຊໂລນາ ໃຊ້ສິດຈ່າຍເງິນ 9 ລ້ານເອີໂຣໃຫ້ກັບ ຣີລ ເບຕິສ ເພື່ອເປັນການຊື້ຂາດ ເອແມຊອນ ຫຼັງຈາກທີ່ມີສິດຄອງນັກເຕະຄົນດັ່ງກ່າວ ຮ່ວມກັບ ເບຕິສ ຕັ້ງແຕ່ປີ 2019 ຕອນທີ່ ເອແມຊອນ ນັກເຕະອາຍຸ 22 ປີຍ້າຍຈາກ ແອັດເລຕິໂກ ມິໄນໂຣ ສະໂມສອນໃນລີກບ້ານເກີດ.

ຫຼ້າສຸດ ເອແມຊອນ ເປີດຕົວກັບ ບາເຊໂລນາ ຢ່າງເປັນທາງການ ພ້ອມທັງເຊັນສັນຍາຈົນເຖິງປີ 2024 ເຊິ່ງໃນ 2 ລະດູການທີ່ຜ່ານມາ ເອແມຊອນ ລົງຫຼິ້ນໃຫ້ກັບ ເບຕິສ ໄປທັງໝົດ 72 ນັດ ແລະ ຍິງໄດ້ 5 ປະຕູ.
ຮູບຈາກ: AP