ລາວ-ສະວິດ ສືບຕໍ່ເພີ່ມທະວີການຮ່ວມມື ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ

402

ຂປລ. ໃນວັນທີ 3 ສິງຫາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບ ປະປຶກສາຫາລື ກັບ ທ່ານ ອິກນາຊີໂອ ກາດສີດສ (Ignazio Cassis), ຮອງປະທານາທິບໍດີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດສະວິດ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 3-4 ສິງຫາ 2021.


ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ທົບທວນຄືນ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ ໂດຍໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ການຊ່ວຍເຫລືອຊຶ່ງກັນ ແລະ ກັນ, ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1963.


ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນສະວິດ ທີ່ມີຕໍ່ ສປປ ລາວ ຕະຫລອດໄລຍະຜ່ານມາ, ໂດຍສະເພາະແມ່ນໃນລະຫວ່າງປີ 2006-2021 ທີ່ ສະວິດ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ, ລວມມູນຄ່າທັງໝົດປະມານ 224 ລ້ານສະວິດຝຣັ່ງ, ຊຶ່ງກວມເອົາຫລາຍຂະແໜງການ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເຊັ່ນ: ຂະແໜງກະສິກຳ, ສາທາລະນະສຸກ, ການສຶກສາ, ການຄ້າ-ການລົງທຶນ, ການທ່ອງທ່ຽວ, ສະຖິຕິ, ພະລັງງານໄຟຟ້າ, ການປົກຄອງ, ການເກັບກູ້ລະເບີດ UXO, ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ການປ່ຽນແປງຂອງດິນຟ້າອາກາດ), ໂຍທາທິການ ແລະ ມະນຸດສະທຳ.

ປັດຈຸບັນ, ສະວິດ ໄດ້ສຸມໃສ່ການຊ່ວຍເຫລືອໃນຂະແໜງການບູລິມະສິດຂອງການພັດທະນາຢູ່ ສປປ ລາວ ເຊັ່ນ: ຂົງເຂດກະສິກຳ ແລະ ຄ້ຳປະກັນສະບຽງອາຫານ; ການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ; ອາຊີວະສຶກສາ, ການຈ້າງງານ ແລະ ການພັດທະນາສີມືແຮງງານ. ນອກນັ້ນ, ສະວິດ ຍັງໄດ້ປະກອບສ່ວນການຊ່ວຍເຫລືອດ້ານສະບຽງອາຫານໃຫ້ ແຮງງານລາວ ທີ່ສູນຈຳກັດບໍລິເວນພະຍາດໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ແລະ ແຂວງອື່ນໆ, ວັກຊິນຕ້ານໂຄວິດ-19 ຜ່ານໂຄງການ Covax Facility Programme ແລະ ຫລາຍໆໂຄງການທີ່ສະໜັບສະໜູນວຽກງານການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19. ພິເສດ, ໃນໂອກາດຢ້ຽມຢາມຄັ້ງນີ້ ຈະມີພິທີລົງນາມໃນຂອບການຊ່ວຍເຫລືອໃໝ່ແກ່ ສປປ ລາວ ໃນສັນຍາວ່າດ້ວຍການຊ່ວຍເຫລືອດ້ານວິຊາການ, ວັດທະນະທໍາ, ການເງິນ, ເສດຖະກິດ ແລະ ການຊ່ວຍເຫລືອດ້ານມະນຸດສະທໍາ.


ໃນໂອກາດດັ່ງກ່າວ, ສອງຝ່າຍຍັງໄດ້ພ້ອມກັນຕີລາຄາສູງ ຕໍ່ການຮ່ວມມືໃນຂອບອາຊຽນ, ຊຶ່ງໃນໄລຍະຜ່ານມາ ສະວິດ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ໃນການເສີມຂະຫຍາຍການພົວພັນກັບບັນດາປະເທດລຸ່ມແມ່ນໍ້າຂອງ ແລະ ພາກພື້ນແມ່ນໍ້າຂອງ ແລະ ອາຊຽນ ໃນຖານະເປັນຄູ່ຮ່ວມມືພັດ ທະນາ, ອັນພົ້ນເດັ່ນແມ່ນການຄ້າອາຊຽນ-ສະວິດ ໃນປີ 2020 ມີມູນຄ່າລວມ 25,86 ຕື້ໂດລາສະ ຫະລັດ, ການລົງທຶນຈາກ ສະວິດ ຢູ່ອາຊຽນ ມີທ່າອ່ຽງເພີ່ມຂຶ້ນ ຈາກປີ 2018 ມີມູນຄ່າ 0,71 ຕື້ໂດລາສະຫະລັດ ແລະ ໃນປີ 2019 ແມ່ນມີມູນຄ່າເພີ່ມຂຶ້ນເປັນ 3,53 ຕື້ໂດລາສະຫະລັດ.