ບຣາຊິນ ດວນຈຸດໂທດຊະນະ ແມັກຊິກ ເຂົ້າຮອບຊີງບານເຕະຊາຍ ໂອແລມປິກ ລຸ້ນປ້ອງກັນແຊັມ

491
Brazil's players celebrate after defeating Mexico in a penalty shootout in a men's soccer semifinal match at the 2020 Summer Olympics, Tuesday, Aug. 3, 2021, in Kashima, Japan. (AP Photo/Fernando Vergara)

ທີມຊາດບຣາຊິນ ແຊັມເກົ່າ ໄປຕາມນັດສໍາລັບ ການແຂ່ງຂັນບານເຕະຊາຍ ໃນໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຫຼັງຈາກທີ່ຮອບຮອງຊະນະເລີດ ປະຈໍາວັນທີ 3 ສິງຫາ 2021 ລົງແຂ່ງຂັນເປັນຄູ່ທໍາອິດສາມາດດວນຈຸດໂທດເອົາຊະນະ ທີມຊາດແມັກຊິກ 4-1.

ນັດດັ່ງກ່າວ ຈົບ 90 ນາທີສະເໝີກັນ 0-0 ກ່ອນຕໍ່ເວລາພິເສດອີກ 30 ນາທີກໍຍັງສະເໝີກັນ 0-0 ເຮັດໃຫ້ຕ້ອງໄປຕັດສິນກັນໃນການດວນຈຸດໂທດ ເຊິ່ງ ບຣາຊິນ ເດັດຂາດກວ່າ ເອົາຊະນະໄປ 4-1 ຜ່ານເຂົ້າຮອບຊິງຊະນະເລີດ ຫຼື ຮອບຊິງຫຼຽນຄໍາໄປລໍຖ້າພົບ ທີມຊະນະລະຫວ່າງ ຍີ່ປຸ່ນ ຫຼື ສະເປນ ທີ່ກໍາລັງແຂ່ງຂັນຢູ່ ເລີ່ມເວລາ 18:00 ໂມງ