ໄດ້ແລ້ວຜູ້ຊະນະເລີດການແຂ່ງຂັນເດາະບານຊີງເງິນລ້ານ 2021, ສ່ວນ ອ໊ອບ R9 ຈົບອັນດັບ 4

771

ການແຂ່ງຂັນເດາະບານຊີງເງິນລ້ານໃນຫົວຂໍ້ທີ່ວ່າ “ຢຸດເຊື້ອ ເພື່ອຊາດ ເດາະບານຢູ່ບ້ານ ລຸ້ນເງິນລ້ານ ກັບ  ສຸກອາພອນ ວົງຈຽນຄຳ” ສໍາເລັດຢ່າງເປັນທາງການເມື່ອທ້າຍອາທິດທີ່ຜ່ານມາ. ຂະນະທີ່ ທ້າວ ອິນທະວົງ ອິນສີຊຽງໃໝ່ ຫຼື ນ້ອງ ອ໊ອບ R9 ( ໂຣນັລໂດ ປະເທດລາວ ) ຮອບ 2 ນີ້ສ້າງສະຖິຕິເດາະບານໄດ້ 3.600 ຄັ້ງ ແຕ່ຮອບສຸດທ້າຍຈົບອັນດັບທີ 4.

ການແຂ່ງຂັນເດາະບານຊີງເງິນລ້ານ ມີນັກກີລາເຂົ້າຮ່ວມທັງໝົດ 50 ຄົນ ກ່ອນຄັດເອົາ 25 ຄົນເຂົ້າຮອບ 2 ແລະ ຄັດເອົາ 10 ຄົນສຸດທ້າຍເຂົ້າຮອບສຸດທ້າຍ, ເຊິ່ງຮອບສຸດທ້າຍແຂ່ງຂັນໃນວັນທີ 30 ກໍລະກົດ 2021 ເຊິ່ງໂຈດຮອບສຸດທ້າຍຍາກພໍສົມຄວນຄື: ເດາະບານໂຊລີລາ ໂດຍບານຕ້ອງບໍ່ຕົກ ໃຜມີທ່າຫຼາຍສຸດແມ່ນຈະເປັນແຊ້ມດາະບານເງິນລ້ານ; ໃນຮອບນີ້ແມ່ນຈະໃຫ້ຜູ້ເເຂ່ງຂັນສົ່ງຄລິບເດາະໂຊລີລາຂອງໂຕເອງໃຫ້ທີມງານ ໂດຍບໍ່ໃຫ້ກາຍມື້ທີທີມງານກຳນົດໄວ້ ແລະ ຄລິບຕ້ອງບໍ່ຜ່ານການຕັດຕໍ່ ຫຼື ແກ້ໄຂເດັດຂາດ; ຕ້ອງໃຊ້ໝາກບານທີ່ສູບຕຶງທີ່ໃຊ້ສຳລັບແຂ່ງຂັນເຕະບານຫ້າມໃຊ້ບານແວບ ຫຼື ລັກສະນະທີ່ບໍ່ໄດ້ໃຊ້ສຳລັບການແຂ່ງຂັນເຕະບານ ແລະ ເກີບທີ່ໃຊ້ເດາະໃຊ້ເກີບຫຍັງກໍໄດ້ທີ່ນັກກີລາຖະໜັດທີ່ສຸດ
ຜ່ານການແຂ່ງຂັນປາກົດວ່າ:
ສຳພະສິດ ຫຼວງອາໄພ ຕົວແທນຈາກນະຄອນຫຼວງ ຄືຜູ້ຊະນະເລີດອັນດັບ1 ແຊັມເດາະບານເງິນລ້ານຄົນທຳອິດຂອງປະເທດລາວ ຮັບລາງວັນລວມມູນຄ່າ 6.200.000 ກີບ ( ເງິນສົດ 2.000.000 ກີບ ພ້ອມບັດ ແທນເງິນສົດຈາກ Evo 1.000.000 ກີບ, ບັດສັ່ງອາຫານຈາກ Food panda 1.800.000 ກີບ ແລະ ດື່ມໂຄກຟຣີ 1 ປີ ).
ສອນເພັດ ຮຸ່ງມີໄຊ ຕົວແທນຈາກແຂວງ ຫຼວງພະບາງຄືຮອງຊະນະເລີດອັນດັບ 2, ຮັບລາງວັນລວມ ມູນຄ່າ 3.400.000 ກີບ ( ເງິນສົດ 1.000.000 ກີບ ພ້ອມບັດແທນເງິນສົດຈາກ Evo 500.000 ກີບ. ບັດສັ່ງອາຫານຈາກ Food panda 1.200.000ກີບ ແລະ ດື່ມໂຄກຟຣີ 6 ເດືອນ ).
ວິລະກອນ ວິໄລທອງ (ບຣູໂນ້) ຕົວແທນຈາກ ນະຄອນຫຼວງວຽງຈັນ ຮອງຊະນະເລີດອັນດັບ 3, ຮັບລາງວັນລວມ ມູນຄ່າ 1.700.000 ກີບ ເງິນສົດ 500.000 ກີບ ພ້ອມບັດແທນເງິນສົດຈາກ Evo 300.000 ກີບ, ບັດສັ່ງອາຫານຈາກ Food panda 600.000 ກີບ ແລະ ດື່ມໂຄກຟຣີ 3ເດືອນ.

ຂະນະທີ່ ນ້ອງ ອ໊ອບ R9 ນັກເຕະດາວເດັ່ນ ຈົບອັນດັບທີ 4 ໄປຢ່າງໜ້າເສຍດາຍຕາມຫຼັງອັນດັບ 3 ພຽງ 3 ຄະແນນ. ຢ່າງໃດກໍຕາມ ພໍ່ຂອງທ້າວອ໊ອບ ບອກວ່າ: ຮອບສຸດທ້າຍແມ່ນຍາກພໍສົມຄວນ ເພາະເປັນການເດາະບານແບບຟຣີສະໄຕ ແລະ ນ້ອງອ໊ອບ ກໍບໍ່ເຄີຍແຂ່ງຂັນມາກ່ອນແບບນີ້. ຢ່າງໃດກໍຕາມ ຈະກັບໄປຝຶກຊ້ອມ ແລະ ເພີ່ມທ່າໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອກັບມາແຂ່ງຂັນອີກຄັ້ງໃນຄັ້ງຕໍ່ໆໄປ.
ຂ່າວ: ຫຼ້າ MKP; ຮູບ: ເດາະບານເງິນລ້ານ