ຫົວເຫວີຍ ກັບ ການເລັ່ງເສດຖະກິດດີຈິຕອລເປັນກະແຈສຳຄັນ ໃນການເຊື່ອມໂຍງພາກພື້ນອາຊີປາຊີຟິກ

358

ໃນວັນທີ 29 ກໍລະກົດ ຜ່ານມາ ທີ່ນະຄອນເຊີນເຈີ້ນ ປະເທດຈີນ ໄດ້ມີການສໍາມະນາອອນລາຍ ພາຍໃຕ້ຫົວຂໍ້:“ ການເລັ່ງເສດຖະກິດດີຈີຕອລ ເພື່ອການລວມຕົວຂົງເຂດຕ່າງໆຢູ່ໃນອາຊີປາຊີຟິກ – ເຊື່ອມຕໍ່ອຸດສາຫະກໍາດີຈີຕອລໃນໄລຍະການແຜ່ລະບາດ” ງານດັ່ງກ່າວໄດ້ຮຽກຮ້ອງໃຫ້ໃຊ້ໂອກາດທາງດ້ານດິຈິຕອລເພື່ອສ້າງລະບົບນິເວດໃຫ້ມີຄວາມກົມກືນ ແລະ ສົ່ງເສີມການເຊື່ອມໂຍງພາກພື້ນ, ສຳຄັນຫຼາຍໃນຂະນະທີ່ຍັງຕໍ່ສູ້ກັບໂລກລະບາດໂຄວິດ-19.

ປັດຈຸບັນເສດຖະກິດດິຈິຕອລໄດ້ຮັບການຍອມຮັບຫຼາຍຂຶ້ນ ວ່າເປັນວິທີທາງທີ່ດີໃນການຕໍ່ສູ້ກັບອຸປະສັກທີ່ເກີດຈາກ COVID-19. ຜູ້ຕາງໜ້າ ແລະ ຜູ້ນຳຈາກພາກສ່ວນລັດຖະບານ, ອຸດສາຫະກຳ ແລະ ວິຊາການທົ່ວອາຊີປາຊີຟິກໄດ້ເຂົ້າຮ່ວມການສົນທະນາແບບອອນລາຍ ທີ່ຈັດຂຶ້ນໂດຍ ຫົວເຫີຍ ເພື່ອຄົ້ນຄວ້າເສດຖະກິດດີຈີຕອລໃນຫຼາຍໆແງ່ມູມຈາກຕະຫຼາດເທັກໂນໂລຊີ, ການລວມໂຕເປັນໜຶ່ງ ແລະ ທັດສະນະຂອງຄວາມຍືນຍົງ.
ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ສປ ຈີນ ທ່ານ Djauhari Oratmangun ໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງເສດຖະກິດດີຈີຕອລໃນພາກພື້ນທີ່ກຳລັງເຕີບໂຕ; ເພິ່ນໄດ້ກ່າວວ່າ: “ ການຫັນປ່ຽນດິຈິຕອລ, ການປ່ຽນແປງທາງທຸລະກິດ ໄດ້ຖືກຍົກລະດັບຄວາມສຳຄັນຢ່າງຫຼວງຫຼາຍ ໃນລະຫວ່າງການແຜ່ລະບາດຂອງພະຍາດໂຄວິດ19. ອິນໂດເນເຊຍ ພະຍາຍາມຂະຫຍາຍເສດຖະກິດດີຈີຕອລເພື່ອບັນລຸການຟື້ນຕົວທາງສັງຄົມ ແລະ ການຫັນເປັນດິຈິຕອລ. ຂ້າພະເຈົ້າເປັນພະຍານໄດ້ວ່າ ຫົວເຫວີຍ ເພີ່ມຄຸນຄ່າໃນການປະເຊີນກັບການຫັນເປັນດິຈິຕອລທີ່ຂະຫຍາຍຕົວຢ່າງວ່ອງໄວ.”

ອີງຕາມຄວາມຮູ້ ແລະ ພື້ນຖານໂຄງລ່າງທາງດ້ານດິຈິຕອລ, ເສດຖະກິດດີຈີຕອລໄດ້ຂັບເຄື່ອນອັດຕາສ່ວນການຂະຫຍາຍຕົວຂອງ GDP ໃນພາກພື້ນ ແລະ ເພີ່ມຄວາມແຂງແກ່ນໃນການຕໍ່ຕ້ານກັບການແຜ່ລະບາດຂອງພະຍາດ. ອາຊຽນຄາດຄະເນວ່າເສດຖະກິດດີຈີຕອລຈະປະກອບສ່ວນ 1 ພັນຕື້ໂດລາສະຫະລັດເຂົ້າໃນ GDP ຂອງໂຄງລາງພາກພື້ນໃນແຕ່ລະປີ.

ເພື່ອອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດເສດຖະກິດດີຈີຕອລ ບັນດາປະເທດຈາກພາກພື້ນໄດ້ອອກແຜນເສັ້ນທາງທີ່ມຸ່ງໄປສູ່ອະນາຄົດ ກ່ຽວກັບການກໍາຈັດສິ່ງກີດຂວາງບັນຫາຕ່າງໆທາງການຄ້າ, ປັບປຸງການຄຸ້ມຄອງດິຈິຕອລ ແລະ ຮັບປະກັນການເຂົ້າເຖິງການບໍລິການດິຈິຕອລຢູ່ທົ່ວທຸກແຫ່ງ.

ທ່ານ ດຣ. Le Quang Lan, ຜູ້ຊ່ວຍຜູ້ອຳນວຍການຝ່າຍ ICT ແລະ ພະແນກທ່ອງທ່ຽວ, ກອງເລຂາອາຊຽນກ່າວເຖິງການເຮັດໃຫ້ລະບົບນິເວດເສດຖະກິດດີຈີຕອລ ເພື່ອເລັ່ງການຟື້ນຟູສັງຄົມ ແລະ ເຊື່ອມໂຍງພາກພື້ນ. ທ່ານກ່າວວ່າ: “ການພັດທະນາລະບົບນິເວດເສດຖະກິດດີຈີຕອລ ແມ່ນເປັນຂະບວນການທີ່ມີສ່ວນຮ່ວມຢ່າງຫ້າວຫັນຂອງຫຼາຍພາກສ່ວນ ລວມທັງພາກສ່ວນທີ່ມາຈາກພາກເອກະຊົນ. ພວກເຮົາຍິນດີຕໍ່ການລິເລີ່ມຂອງ ຫົວເຫວີຍ ໃນການຈັດການສົນທະນານີ້ເພື່ອສະໜັບສະໜູນຂະບວນການດັ່ງກ່າວ.”

ຫົວເຫວີຍມີຄວາມມຸ່ງຫມັ້ນທີ່ຈະເຮັດໃຫ້ແຜນແມ່ບົດດີຈີຕອລຂອງອາຊຽນ 2025 ເປັນສ່ວນໜຶ່ງຂອງລະບົບນິເວດ ຢູ່ໃນສາມຂົງເຂດທີ່ສໍາຄັນ, ຄືການເຊື່ອມຕໍ່ ICT, ການສ້າງຄວາມສາມາດ ແລະ ການສ້າງລະບົບນິເວດ. ອີງຕາມທ່ານ Jay Chen, ຮອງປະທານບໍລິສັດ ຫົວເຫວີຍ ອາຊີປາຊິຟິກ ການຂະຫຍາຍຕົວຂອງເສດຖະກິດດີຈີຕອລຢູ່ໃນພາກພື້ນແມ່ນເວົ້າເຖິງການເຂົ້າເຖິງການບໍລິການດິຈິຕອລລວມທັງໝົດ, ພູມສັນຖານທີ່ອຳນວຍຄວາມສະດວກໃນການຂະ ຫຍາຍການເລີ່ມຕົ້ນ ແລະ ເປັນເສດຖະກິດແບບຍືນຍົງ.

ທ່ານ ດຣ. Tan Khee Giap, ປະທານຄະນະກໍາມະການແຫ່ງຊາດສິງກະໂປ ເພື່ອການຮ່ວມມືດ້ານເສດຖະກິດເຂດປາຊີຟິກ (SINCPEC), ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການພິຈາລະ ນາຂອງສັງຄົມ ໃນການສ້າງເສດຖະກິດດີຈີຕອລໃນລະຫວ່າງການສົນທະນາ. “ການຫັນເປັນດິຈິຕອລບໍ່ພຽງແຕ່ເປັນຄວາມກ້າວໜ້າທາງດ້ານເຕັກໂນໂລຊີເທົ່ານັ້ນ, ແຕ່ເປັນການສ້າງຄວາມເຂັ້ມແຂງດ້ານຄຸນນະພາບຂອງການຫັນເປັນດິຈິຕອລໃຫ້ກັບປະຊາຊົນຢ່າງກວ້າງຂວາງ ແມ່ນສິ່ງສໍາຄັນທີ່ສຸດຖ້າຫາກວ່າຕ້ອງມີການເຊື່ອມໂຍງເຂົ້າກັນ. ບົດບາດຂອງລັດຖະບານແມ່ນສະໜອງຄວາມສາມາດດ້ານດິຈິຕອລໃຫ້ມີຄຸນນະພາບເປັນສິ່ງທີ່ດີຂອງສາທາລະນະ, ໃຫ້ສາມາດປະກອບເຂົ້າກັບບໍລິສັດ ICT ຂອງພາກເອກກະຊົນເຊັ່ນ: ຫົວເຫວີຍ ດ້ວຍການເຊື່ອມຕໍ່ທີ່ມີຄຸນນະພາບ.”

ທ່ານ ດຣ. Alvin P. Ang ຈາກມະຫາວິທະຍາໄລ Ateneo de Manila ໄດ້ຕົກລົງເຫັນດີກັບວິທີການທີ່ເປີດເຜີຍກ່ຽວກັບການຍົກລະດັບຄວາມຮູ້ໃຫ້ກັບປະຊາຊົນດ້ວຍຄວາມຮູ້ຈາກດີຈີຕອລ. ທ່ານກ່າວວ່າ: “ ລະບົບການສຶກສາຕ້ອງຢູ່ໃນສະພາບການທີ່ເປັນອົງປະກອບພື້ນຖານຂອງການຫັນເປັນດິຈິຕອລ ບໍ່ວ່າຈະຢູ່ໃນລະດັບການສຶກສາຂັ້ນພື້ນຖານ ຫຼື ໃນໄວກາງຄົນ ຫຼື ຜູ້ທີ່ເຮັດວຽກຢູ່ແລ້ວກໍພະຍາຍາມຮຽນຮູ້ ແລະ ຍົກລະດັບຕົນເອງ. ພວກເຮົາຕ້ອງລົງທຶນ ແລະ ໃຫ້ໂອກາດແກ່ປະຊາຊົນຜູ້ອາໄສຢູ່ຊົນນະບົດຂອງພວກເຮົາ ຢ່າງໜ້ອຍໃຫ້ເຂົາເຈົ້າມີທັກສະພື້ນຖານໃນການນໍາໃຊ້ທາງດ່ວນເຕັກໂນໂລຊີ.”

ຫົວເຫວີຍ ໄດ້ເຂົ້າໃຈເຖິງຄວາມສໍາຄັນຂອງການສະໜອງທັກສະດ້ານດິຈິຕອລໃຫ້ກັບທຸກຄົນ ແລະ ບໍ່ມີໃຜຢູ່ເບື້ອງຫຼັງ ເນື່ອງຈາກເສດຖະກິດຫັນເປັນດິຈິຕອລ. ຕະຫຼອດເວລາຫຼາຍປີທີ່ຜ່ານມາ, ຫົວເຫວີຍໄດ້ເປີດຫຼາຍໂຄງການເພື່ອຝຶກອົບຮົມຫຼາຍກວ່າ 100.000 ຄົນທີ່ມີຄວາມຮູ້ທາງດ້ານ ICT ໃນພາກພື້ນໂດຍການຮ່ວມມືກັບລັດຖະບານ, ມະຫາວິທະຍາໄລ ແລະ ອົງການ NGO.

ການຖ່າຍທອດທັດສະນະທາງທຸລະກິດ ຂອງສາດສະດາຈານ Jose Decolongon, COO ແລະ ເປັນຜູ້ຈັດການຝ່າຍບໍລິຫານການຄາດຄະເນຂອງບໍລິສັດ, Embiggen Consulting Philippines ກ່າວວ່າ: “ວິສາຫະກິດຂະໜາດນ້ອຍ, ຂະໜາດກາງຈໍາເປັນຕ້ອງມີຄວາມເຂົ້າໃຈກ່ຽວກັບການຫັນເປັນດິຈິຕອລ ເພື່ອຮັບຮູ້ໂອກາດໃນການສໍາຫຼວດດ້ານດິຈິຕອລຂອງທຸລະກິດ. ບັນດາວິສາຫະກິດຕ້ອງປະເຊີນໜ້າກັບສິ່ງທ້າທາຍຕ່າງ ລວມທັງອົງກອນໃຫຍ່. ມັນກ່ຽວຂ້ອງກັບການຄຸ້ມຄອງ ແລະ ຄວາມໄວຂອງພື້ນຖານໂຄງລ່າງດິຈິຕອລ. ນີ້ແມ່ນບ່ອນທີ່ບໍລິສັດໂທລະຄົມເຊັ່ນ ຫົວເຫວີຍ ແລະ ບໍລິສັດທຸລະກິດໃນທ້ອງຖິ່ນຂອງພວກເຮົາສາມາດມີບົດບາດສໍາຄັນ.”

ທ່ານ ດຣ Vo Tri Thanh, ຜູ້ອໍານວຍການສະຖາບັນຍຸດທະສາດ ແລະ ການແຂ່ງຂັນຍີ່ຫໍ້ ໄດ້ກ່າວວ່າ: ທ່າອ່ຽງນີ້ຈະເຫັນໄດ້ຢ່າງຊັດເຈນຢູ່ໃນຫວຽດນາມ. “ ຫວຽດນາມຢູ່ໃນຈຸດປ່ຽນແປງໃຫ້ທັນກັບການປະຕິວັດອຸດສາຫະກຳຄັ້ງທີສີ່ ແລະ ເສດຖະກິດຂອງພວກເຮົາແມ່ນເປີດກວ້າງຫຼາຍ, ອາໄສການປະດິດສ້າງ ແລະ ມີຄວາມຍືນຍົງຫຼາຍຂຶ້ນ. ການຫັນປ່ຽນດິຈິຕອນຢູ່ໃນຫວຽດນາມໄດ້ເຊື່ອມໂຍງເຂົ້າກັບການເຊື່ອມໂຍງເຂົ້າກັນຢູ່ໃນອາຊຽນ ແລະ ອາຊີປາຊີຟິກ ເຊິ່ງ ຫົວເຫີຍມີບົດບາດສໍາຄັນ,”

ທ່ານ Jay Chen ໄດ້ກ່າວວ່າ: “ຫ້າປີຂ້າງໜ້າສາມາດເຫັນພາກພື້ນອາຊຽນສ້າງຄວາມກ້າວໜ້າອັນໃຫຍ່ຫຼວງ ເພື່ອກາຍເປັນສັງຄົມດິຈິຕອລ ແລະ ການຫັນປ່ຽນຈະຊ່ວຍໃຫ້ປະເທດສະມາຊິກສາມາດຟື້ນຕົວໄວຂຶ້ນຈາກໂລກລະບາດ. ຫົວເຫວີຍຮ່ວມກັບບັນດາຄູ່ຮ່ວມອາຊຽນມຸ່ງຫມັ້ນທີ່ຈະເຮັດໃຫ້ແຜນແມ່ບົດດີຈີຕອລຂອງອາຊຽນ 2025 ບັນລຸ ແລະ ສ້າງມູນຄ່າໃຫ້ກັບຊຸມຊົນດິຈິຕອລ ແລະ ກຸ່ມເສດຖະກິດຊັ້ນນໍາ”