ທ່ານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ພ້ອມດ້ວຍຄະນະຢ້ຽມຢາມ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ

1093

ວັນທີ 29 ມິຖຸນາ 2021 ທີ່ສໍານັກງານໃຫຍ່ ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈໍາກັດ ໄດ້ມີພິທີຕ້ອນຮັບການມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ຂອງ ທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ນາກາເຊະ ໂທສິໂອະ ຫົວໜ້າຫ້ອງການອົງການຮ່ວມມືສາກົນຍີ່ປຸ່ນປະຈຳລາວ, ທ່ານ ອິວາກະມິ ຄາຊຶອິຈິ ຫົວໜ້າຫ້ອງການສົ່ງເສີມການຄ້າຍີ່ປຸ່ນປະຈຳລາວ ພ້ອມດ້ວຍຄະນະ ໂດຍເປັນກຽດໃຫ້ການຕ້ອນຮັບຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ມີ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການທ່າບົກທ່ານາແລ້ງ ພ້ອມດ້ວຍພະນັກງານ, ພາກສ່ວນກ່ຽວຂ້ອງ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

ໃນພິທີ ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ ທາເກວະກະ ເຄໂຊ, ທ່ານ ນາກາເຊະ ໂທສິໂອະ, ທ່ານ ອິວາກະມິ ຄາຊຶອິຈິ ພ້ອມດ້ວຍຄະນະທີ່ມາຢ້ຽມຢາມ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນຄັ້ງນີ້ ແລະ ທາງຄະນະທີ່ເຂົ້າຮ່ວມ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບໂຄງການພັດທະນາ Laos Logistics Link ( LLL ) ເຊິ່ງລວມມີ: 1 ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ 2 ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ 3 ເສັ້ນທາງລົດໄຟ ລາວ – ຫວຽດນາມ 4 ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2000MV ທີ່ແຂວງຄຳມ່ວນ ໂດຍ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການ ທ່າບົກທ່ານາແລ້ງ.

ທ່ານ ສາຄອນ ພິລາງາມ ໄດ້ກ່າວເຖິງຄວາມສຳຄັນຂອງແຕ່ລະໂຄງການ ໂດຍສະເພາະໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດວຽງຈັນ ໂລຊິດສະຕິກນະຄອນຫຼວງວຽງຈັນ ໄດ້ແນໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນແມ່ນໍ້າຂອງ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງຍຸດທະສາດດັ່ງກ່າວຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະ ຫວ່າງອາຊຽນ – ສປ ຈີນ – ເອີຮົບ ພາຍຫຼັງການເປີດນໍາໃຊ້ໂຄງການເສັ້ນທາງລົດໄຟ ລາວ – ຈີນ ຢ່າງເປັນທາງການໃນທ້າຍປີ 2021. ຈຸດປະສົງຫຼັກຂອງໂຄງການທ່າບົກທ່ານາແລ້ງ ແມ່ນເພື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງສິນຄ້ານໍາເຂົ້າ – ສົ່ງອອກຜ່ານດ່ານຂົວມິດຕະພາບແຫ່ງທີ 1 ວຽງຈັນ – ໜອງຄາຍ ຈາກທີ່ມີຢູ່ປັດຈຸບັນລົງ 40% ຮອດປີ 2025, ເຮັດໃຫ້ ສປປ ລາວ ບໍ່ພຽງແຕ່ເປັນທາງຜ່ານເທົ່ານັ້ນ ແຕ່ເປັນສູນກາງເຊື່ອມໂຍງການຄ້າລະ ຫວ່າງປະເທດ, ໄດ້ຮັບການຍອມຮັບ ຈາກເຄືອຂ່າຍຂົນສົ່ງ ລະຫວ່າງປະເທດໃຫ້ເປັນຈຸດໝາຍປາຍທາງ ແລະ ເປັນພື້ນຖານຈຸດຜ່ານທີ່ສຳຄັນ, ຕອບສະໜອງຍຸດທະສາດການເຊື່ອມໂຍງຂອງລັດຖະບານແຫ່ງ ສປປ ລາວ ແລະ ການເຕີບໂຕແບບຍືນຍົງຂອງເສດຖະກິດແຫ່ງຊາດ.

ຫຼັງຈາກນັ້ນ, ທ່ານ ນາງ ວິພາລັດ ຈິນນະລາດ ຫົວໜ້າໜ່ວຍງານສົ່ງເສີມການລົງທຶນ ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈໍາກັດ ໄດ້ລາຍງານຫຍໍ້ກ່ຽວກັບຄວາມໝາຍຄວາມສໍາຄັນຂອງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ແລະ ຄວາມຄືບໜ້າຂອງການກໍ່ສ້າງໂຄງການດັ່ງກ່າວ. ໂດຍບາງຕອນທ່ານໄດ້ກ່າວວ່າ “ ໂຄງການວຽງຈັນ ໂລຊິດສະຕິກ ພາກ ( VLP ) ແມ່ນໜຶ່ງໃນໂຄງການບຸລິມະສິດຂອງຍຸດທະສາດການພັດທະນາ ໂລຊິດສະຕິກແຫ່ງຊາດ ( ແຕ່ປີ 2016 – 2030 ).

ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ຕັ້ງຢູ່ເຂດທໍາເລທີ່ສໍາຄັນ ແລະ ມີພື້ນທີ່ກວ້າງຂວາງຈໍານວນທັງໝົດ 382 ເຮັກຕາ ພ້ອມດ້ວຍສິດທິພິເສດສະເພາະຈາກລັດຖະບານ ສປປ ລາວ ”. ໃນຖານະໂຄງການ ບຸລິມະສິດໃນການຜັນຂະຫຍາຍຍຸດທະສາດການພັດທະນາໂລຈິສຕິກແຫ່ງຊາດ ແລະ ການຫັນປະເທດລາວ ຈາກປະເທດບໍ່ມີຊາຍແດນຕິດກັບທະເລ ສູ່ປະເທດແຫ່ງການເຊື່ອມຈອດອະນຸພາກພື້ນ ແລະ ສາກົນ, ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນ ເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງ ທີ່ອຳນວຍຄວາມສະດວກ ບໍ່ວ່າທາງດ້ານໂຄງຮ່າງພື້ນຖານດ້ານການຄົມມະນາຄົມທີ່ມີການເຊື່ອມຕໍ່ກັບທ່າບົກ, ເສັ້ນທາງລົດໄຟ ລາວ – ໄທ ແລະ ລາວ – ຈີນ, ທາງຫຼວງແຫ່ງຊາດ, ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ໃນອະນາຄົດ.

ພາຍຫຼັງທີ່ໄດ້ຮັບຟັງລາຍງານ ຄວາມເປັນມາຂອງໂຄງການດັ່ງກ່າວແລ້ວ ທ່ານ ທາເກວະກະ ເຄໂຊ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມສະຖານທີ່ກໍ່ສ້າງໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ຕົວຈິງຕື່ມອີກ. ໃນໂອກາດດັ່ງກ່າວ ທ່ານໄດ້ສະແດງຄວາມຊົມເຊີຍມາຍັງນັກທຸລະກິດລາວ ກໍຄືບໍລິສັດ ວຽງຈັນໂລຊິດສະຕິກ ພາກ ທີ່ມີຄວາມຕັດສິນໃຈສູງ ແລະ ມີວິໄສທັດອັນກວ້າງໄກເຫັນໄດ້ອະນາຄົດໃນການພັດທະນາປະເທດຂອງຕົນໃຫ້ຈະເລີນຮຸ່ງເຮືອງ ແລະ ສະຖານທູດຍີ່ປຸ່ນພ້ອມແລ້ວທີ່ຈະສະໜັບສະໜູນໂຄງການດັ່ງກ່າວນີ້ ດ້ວຍການອຳນວຍຄວາມສະດວກ, ສ້າງເງື່ອນໄຂໃຫ້ນັກທຸລະກິດຍີ່ປຸ່ນ ໄດ້ມາຮູ້ໂຄງການນີ້.

ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ເປັນເຂດໂລຈິສຕິກ ຄົບວົງຈອນ ຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 5 ເຂດສໍາຄັນໄວ້ໃນຈຸດດຽວກັນ ຄື: 1. ສາງເກັບນໍ້າມັນ ເຊິ່ງເປັນພື້ນທີ່ສຳລັບຈັດເກັບສິນຄ້ານຳເຂົ້າ ປະເພດທາດແຫຼວຈຳນວນຫຼາຍ ຫຼື ນໍ້າມັນເຊື້ອໄຟຊະນິດຕ່າງໆ; 2. ບໍລິການສາງເກັບຮັກສາສິນຄ້າ ແລະ ສູນແຈກຢາຍສິນຄ້າ; 3. ເປັນເຂດຮາລາຮັບ ແລະ ເຂດຜະລິດຕະພັນອຸດສາຫະກຳ, ເຕັກໂນໂລຊີ, ສຳນັກງານຫ້ອງການ, ພື້ນທີ່ຕຶກອາຄານສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ເຂດການຄ້າ ແລະ ສຳນັກງານໃຫຍ່ ຂອງບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ; 4. ເປັນສູນກາງຄ່ຽນຖ່າຍສິນຄ້າ, ເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າເຂົ້າ – ອອກ, ຜ່ານແດນ, ໂດຍມີບັນດາອົງປະກອບຂອງລະບົບສາງພາສີປະເພດຕ່າງໆຄົບວົງຈອນ ແລະ 5. ເປັນເຂດຜະລິດ ແລະ ປຸງແຕ່ງສິນຄ້າ ເພື່ອສົ່ງອອກ ເປັນເຂດທີ່ທັນສະໄໝ ແລະ ວ່ອງໄວທີ່ສຸດໃນພາກພື້ນ, ມີສະພາບແວດລ້ອມໃນການດຳເນີນທຸລະກິດທີ່ສາມາດແຂ່ງຂັນໄດ້ ແລະ ສາມາດກາຍເປັນສູນກາງການສົ່ງອອກສິນຄ້າໄປສູ່ຕະຫຼາດອາຊຽນ ແລະ ທົ່ວໂລກ.