ຮຽນຮູ້ການປູກເຫັດນາງຟ້າແບບງ່າຍໆ ຕາມນີ້ເລີຍ

630

ເຫັດນາງຟ້າ ຫຼື ເຫັດນາງລົມ ແມ່ນອາຫານທີ່ຊອກໄດ້ງ່າຍ ແລະ ເຫັນເປັນປະຈຳໃນທ້ອງຕະຫຼາດທົ່ວໄປ ເຊິ່ງລັກສະນະຂອງເຫັດນາງຟ້າຈະມີຂາທີ່ຍາວ ແລະ ມີດອກເຫັດທີ່ຢູ່ຕິດກັນເປັນຈຸ້ມ ມີລັກສະນະທີ່ສວຍງາມ ແລະ ເປັນທີ່ນິຍົມກັນພໍສົມຄວນ ວິທີການປູກເຫັດນາງຟ້າ ປະກອບມີ:

1. ການກະກຽມບ່ອນເກັບມ້ຽນ ຫຼື ໂຮງເກັບ ສຳລັບການປູກເຫັດ: ສຳລັບໂຮງເກັບນັ້ນແມ່ນຄວນມີຂະໜາດປະມານ 2x15x2 ( ລວງກວ້າງ x ຍາວ x ສູງ ) ແມັດ ເຊິ່ງຈະສາມາດເກັບກ້ອນເຊື້ອເຫັດໄດ້ທີ່ 4.000 ກ້ອນ, ໂຮງເກັບຄວນເປັນແບບທີ່ສ້າງງ່າຍ, ໃຊ້ງົບໜ້ອຍ ແລະ ວັດຖຸທີ່ຈະນຳມາສ້າງແມ່ນສາມາດຊອກໄດ້ງ່າຍ ແລະ ມາຈາກທຳມະຊາດ ເຊັ່ນ: ໄມ້ໄຜ່, ເຟືອງ ຫຼື ຫຍ້າແຝກ ແລະ ຫຍ້າຄາ ຄວນສ້າງໃນທີ່ສະອາດ ແລະ ອຸນຫະພູມທີ່ເໝາະສົມບໍ່ຮ້ອນເກີນໄປ.

No photo description available.

2. ວິທີການເຮັດກ້ອນປູກ ຫຼື ຖົງໃສ່ເຊື້ອເຫັດ: ຂີ້ເລື່ອຍຢາງພາລາແຫ້ງ 100 ກິໂລ, ຮຳລະອຽດ 6 – 8 ກິໂລ, ສາລີບົດ 3 – 5 ກິໂລ, ປູນຂາວ 1 ກິໂລ, ເກືອ 0,2 ກິໂລ, ນ້ຳ 80 ກິໂລ ແລະ EM 1ລິດ.

3. ການຢອດເຊື້ອເຫັດລົງໃສ່ຖົງ: ນຳເອົາກ້ອນຖົງທີ່ຈະໃສ່ເຊື້ອມາໜຶ້ງເພື່ອຂ້າເຊື້ອ 1 – 2 ຊົ່ວໂມງ ເປັນເວລາ 3 ຄັ້ງ ດ້ວຍອຸນຫະພູມ 100 ອົງສາ ຫຼັງຈາກສຳເລັດແລ້ວກໍປະໄວ້ໃຫ້ເຢັນແລ້ວສາມາດຢອດເຊື້ອລົງໄດ້ເລີຍ, ປິດປາກຖົງແລ້ວຈັດເກັບໄວ້ເປັນລະບຽບບໍ່ໃຫ້ຖືກແດດ.

No photo description available.

4. ບັນຫາທີ່ມັກເກີດໃນການປູກເຫັດນາງຟ້າ: ເຊື້ອເຫັດບໍ່ເກີດ, ມີກິ່ນບູດ ແລະ ມີນ້ຳເມືອກເຮັດໃຫ້ເຊື້ອເຫັດຕາຍ, ເກີດໜໍ່ຫຼາຍແຕ່ດອກເຫັດຊ້ຳຜັດນ້ອຍ, ເກີດພຽງຄັ້ງດຽວ ຄັ້ງຕໍ່ໄປບໍ່ເກີດ ແລະ ເຊື້ອເຫັດບໍ່ເກີດດອກ ເຊື້ອເປັນໝັນ ຫຼື ເຊື້ອບໍ່ດີ ແລະ ອື່ນໆ.