ເອົາໃຈໃສ່ ໃກ້ລະດູການເກັບກ່ຽວ ກ່ອນທີ່ຈະຖືກທຳລາຍຈາກສັດຕູ

908

ໃນການຕັດສິນໃຈລົງມືເຮັດສິ່ງໃດໜື່ງ ແນ່ນອນແລ້ວຕ້ອງຄາດຫວັງຕໍ່ກັບສິ່ງທີ່ຈະໄດ້ຮັບ ລວມເຖິງ ການເຮັດ ກະສິກຳປູກຝັງລ້ຽງສັດເຮັດໄຮ່ເຮັດສວນ ເປັນທຳມະດາທີ່ຈະຫວງແຫນເຄື່ອງປູກຂອງຝັງຕົນເອງ ໃຫ້ພົ້ນຈາກການຖືກສິ່ງຕ່າງໆທີ່ຈະເຂົ້າມາທຳລາຍ ອັນສ້າງຄວາມເສຍຫາຍໃນລະດັບນ້ອຍ ຫຼື ຫຼາຍກໍ່ຕາມ ຍິ່ງໃກ້ເຖິງລະດູການທີ່ຈະເກັບກ່ຽວ ຍິ່ງຕ້ອງຄວນຮັກສາ ແລະ ເອົາໃຈໃສ່ເປັນຢ່າງສູງ.


ຈາກການລາຍງານຂອງພໍ່ແມ່ນປະຊາຊົນ ແຂວງ ຊຽງຂວາງປະກົດວ່າ ປັດຈຸບັນ ມີຝູງໜູຈຳນວນຫຼາຍ ມາທຳລາຍ ໄຮ່ສາລີ ທີ່ກຳລັງອອກໝາກຈະໄດ້ເກັບກ່ຽວ ເຊິ່ງໄດ້ຮັບຄວາມເສຍຫາຍຈຳນວນຫຼາຍ ຈາກການສັງເກດ ຈະເຫັນວ່າ ໜູໄດ້ເຂົ້າມາກິນທັງສາລີອ່ອນ ແລະ ສາລີທີ່ໃກ້ເກັບກ່ຽວ ເຫຼືອແຕ່ລຳຕົ້ນ ຫຼື ສ່ວນທີ່ເຫຼືອໄວ້ຈາກການຖືກທຳລາຍ ແມ່ນບໍ່ສາມາດນຳໄປບໍລິໂພກ ຫຼື ຂາຍໄດ້ ເຊິ່ງຕ້ອງໄດ້ຕັດລຳຕົ້ນຖິ້ມເສຍລ້າ.


ນອກຈາກໄຮ່ສາລີ ປັດຈຸບັນແມ່ນຢູ່ໃນຊ່ວງຂອງລະດູການປູກເຂົ້າ ແລະ ບາງພື້ນທີ່ ໂດຍສະເພາະທາງພາກເໜືອທີ່ໄດ້ມີການປູກເຂົ້າ ຕາມໄຮ່ ຫຼື ສັນພູຕ່າງໆ ອາດຖືກໜູກັດກິນຕົ້ນເຂົ້າທີ່ກຳລັງຖືພາ ຫຼື ໃກ້ຖອກຮວງ ທີ່ຈະເປັນເຫດໃຫ້ເກີດຜົນເສຍຫາຍ ຍິ່ງປັດຈຸບັນ ແມ່ນໃນຊ່ວງຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລ້ວ ທຸກຜະລິດຕະພັນ ສິນຄ້າແມ່ນມີຄວາມສຳຄັນທີ່ສຸດໃນການຈັດເກັບ ເພື່ອຜ່ອນຄາຍ ແລະ ຮັບມືກັບສະຖານະການດັ່ງກ່າວ ເປັນຕົ້ນປ້ອງກັນບັນຫາຂາດແຄນອາຫານນັ້ນເອງ.


ນອກນີ້ກໍ່ຕ້ອງມີການກວດກາສະພາບໂດຍລວມຂອງພື້ນທີ່ໄຮ່ນາຮົ້ວສວນຂອງຕົນ ເພາະຖ້າຫາກວ່າມັກຮົກຕຶບເກີນໄປ ກໍ່ຈະເປັນຊ່ອງວ່າງຂອງຝູງໜູ ແລະ ສັດຕູອື່ນໆ ເຂົ້າມາທຳລາຍເຄື່ອງປູກຂອງຝັງໄດ້ ຄວນເອົາໃຈໃສ່ບົວລະບັດຮັກສາພືດພັນຂອງຕົນ ຫາກເກີນກຳລັງປາບບໍ່ໄດ້ຕ້ອງສະເໜີພາກສ່ວນກ່ຽວຂ້ອງຫາວິທີແກ້ໄຂຊ່ວຍ.