ເອົາໃຈຊ່ວຍ 3 ນັກກີລາລາວ ຈະລົງແຂ່ງຂັນໃນໂອແລມປິກ 30 ກໍລະກົດນີ້

667
Ahmed Hafnaoui, of Tunisia, celebrates after winning the final of the men's 400-meter freestyle at the 2020 Summer Olympics, Sunday, July 25, 2021, in Tokyo, Japan. (AP Photo/Petr David Josek)

ກີລາ ໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ, ສປປ ລາວ ໄດ້ສິດເຂົ້າຮ່ວມແຂ່ງຂັນຈໍານວນ 4 ຄົນ ເຊິ່ງກ່ອນໜ້ານີ້ ທ້າວ ສຸກພະໄຊ ສິດທິສານ ນັກກີລາຢູໂດທີມຊາດລາວ ມື 105 ຂອງໂລກ ລຸ້ນນໍ້າໜັກ 60 ກິໂລ ຮອບທໍາອິດ ເສຍໃກ້ກັບ Eric Takabatake ນັກກິລາຢູໂດ ອັນດັບທີ 14 ຂອງໂລກ ທີມຊາດບຣາຊິນ.

ສ່ວນອີກ 3 ນັກກີລາລາວ ຈະລົງແຂ່ງຂັນໃນວັນດຽວກັນວັນທີ 30 ກໍລະກົດ 2021 ປະກອບດ້ວຍ:
ນາງ ນາງສິລິນາ ພະອະໄພ ນັກກີລາແລ່ນ-ລານ 100 ແມັດຍິງ ຈະລົງແຂ່ງຂັນເວລາປະມານ 10 ໂມງຕາມເວລາໃນບ້ານເຮົາ ເຊິ່ງໃນຮອບຄັດເລືອກມີເຖິງ 10 ກຸ່ມ, ສ່ວນ ສິລິນາ ກ່າວກ່ອນລົງແຂ່ງຂັນວ່າ: ສະຖິຕິດີທີ່ສຸດຂອງຕົວເອງ 12,31 ວິນາທີໃນລາຍການທີ່ປະເທດໄທ ແລະ ເປົ້າໝາຍໂອແລມປິກ ກໍຈະພະຍາຍາມເຮັດໃຫ້ດີທີ່ສຸດ.

ທ້າວ ສັນຕິສຸກ ອິນທະວົງ ລອຍນໍ້າຟຣີສະຕາຍ 50 ແມັດຊາຍ ຈະລົງແຂ່ງຂັນເວລາປະມານ 19:00 ໂມງ ( ເວລາໃນບ້ານເຮົາປະມານ 18:00 ໂມງ ) ເຊິ່ງໃນປະເພດ 50 ແມັດຊາຍມີເຖິງ 10 ກຸ່ມ ໂດຍກຸ່ມຂອງ ສັນຕິສຸກ ຢູ່ໃນກຸ່ມທີິ 3 ມີນັກກີລາທັງໝົດ 8 ຄົນ, ສ່ວນເປົ້າໝາຍຂອງ ສັນຕິສຸກ ອິນທະວົງ ແມ່ນຫວັງທຳລາຍສະຖິຕິຂອງຕົວເອງ ແລະ ເອົາຊະນະນັກກີລາທີ່ມາຈາກທົ່ວໂລກໃຫ້ໄດ້ຫລາຍທີ່ສຸດ ເພື່ອຫວັງຕິດ 1 ໃນ 3 ຂອງຮອບຄັດເລືອກ.

ນາງ ສິຣິອາລຸນ ບຸດຈະເລີນ ນັກກີລາລອຍນໍາຟຣີສະຕາຍ 50 ແມັດຍິງ ຈະລົງແຂ່ງຂັນເວລາ 19:28 ໂມງ ( ເວລາປະມານໃນບ້ານເຮົາປະມານ 18:28 ໂມງ ) ເຊິ່ງປະເພດ 50 ແມັດຍິງມີເຖິງ 11 ກຸ່ມ ໂດຍ ສິຣິອາລຸນ ຢູ່ກຸ່ມທີ 3 ມີນັກກີລາທັງໝົດ 8 ຄົນ

ກ່ອນແຂ່ງຂັນ ສິຣິອາລຸນ ເປີດເຜີຍວ່າ: ຕອນນີ້ແມ່ນມີຄວາມພ້ອມພໍສົມຄວນ ແລະ ເປົ້າໝາຍຄືເຮັດເວລາໃຫ້ດີທີ່ສຸດ ເພື່ອທຳລາຍສະຖິຕິຂອງຕົນເອງໄດ້ໃນໂອແລມປິກ ແລະ ຫວັງວ່າຈະສາມາດເປັນໜຶ່ງໃນນັກກີລາທີ່ສາມາດຜ່ານເຂົ້າໄປໃນຮອບຊີງຊະນະເລີດໄດ້.

ຂ່າວ: ຫຼ້າ