ຮອດມື້ນີ້ຜູ້ຕິດເຊື້ອໃນແຂວງສະຫວັນນະເຂດ ເພີ່ມເປັນ 1800 ກວ່າຄົນແລ້ວ

409

ຖືເປັນພາລະໜ້າທີ່ທີ່ໜັກໜ່ວງສົມຄວນສຳລັບແພດໝໍໃນແຂວງສະຫວັນນະເຂດ ເນື່ອງຈາກມີຕົວເລກຜູ້ຕິດເຊື້ອໂຄວິດ-19ຈຳນວນຫຼາຍ ແລະເພີ່ມຂຶ້ນກໍ່ວັນກໍ່ຫຼາຍເປັນອັນດັບຕົ້ນໆມາເປັນເວລາຫຼາຍວັນ ຕາມຂໍ້ມູນຕົວເລກລາຍງານມື້ນີ້ສະຫວັນມີຜູ້ຕິດເຊື້ອໃໝ່ 143 ຄົນບວກໃສ່ຈຳນວນທີ່ຕິດກ່ອນໜ້ານີ້ ລວມຍອດສະສົມ 1.892 ຄົນ.

ແນວໃດກໍ່ຕາມ ບັນດາແພດໝໍແມ່ນໄດ້ເຮັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ໃນວັນທີ 28 ກໍລະກົດ 2021 ໄດ້ັດສົ່ງຜູ້ປ່ວຍທີ່ປິ່ນປົວຫາຍດີແລ້ວ 15 ຄົນກັບຄືນສູ່ບ້ານເຮືອນເພື່ອໄປກັກບໍລິເວນຕໍ່ ເຮັດໃຫ້ຍອດຜູ້ປົວຫາຍດີແລ້ວໃນແຂວງສະຫວັນນະເຂດເພີ່ມເປັນ 404 ຄົນ, ຍິງ 214 ຄົນ ແລະ ເສຍຊີວິດຈຳນວນ 2 ຄົນ.

ທິມແພດປິ່ນປົວທີ່ເຂົ້າຮ່ວມກັນສົ່ງຜູ້ປ່າຍທີ່ຫາຍດີແລ້ວກັບບ້ານມື້ວານນີໄດ້ກ່າວຕໍ່ຄົນເຈັ ແລະຄອບຄົວບວ່າ ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

ພ້ອມນີ້ຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານຈົ່ງອະທິບາຍຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.