ໄດ້ແລ້ວ 8 ທີມສຸດທ້າຍລຸ້ນແຊັມ ໂອແລມປິກ, ຂະນະທີ່ ຄຸໂບະ ສ້າງສະຖິຕິໃໝ່ໃນໂອແລມປິກ

1514
Japan's Takefusa Kubo, left, celebrates scoring his side's opening goal against France during a men's soccer match at the 2020 Summer Olympics, Wednesday, July 28, 2021, in Yokohama. (AP Photo/Kiichiro Sato)

ທາເຄຟູສະ ຄູໂບະ ກອງໜ້າດາວເດັ່ນທີມຊາດຍີ່ປຸ່ນ ອາຍຸ 20 ປີ ແລະ ດາວເດັ່ນຂອງສະໂມສອນ ຣີລ ມາດຣິດ ສ້າງສະຖິຕິໃໝ່ໃຫ້ກັບທີມຊາດຍີ່ປຸ່ນ ດ້ວຍການເປັນນັກເຕະຍີ່ປຸ່ນ ທີ່ຍິງປະຕູໃນການແຂ່ງຂັນບານເຕະຊາຍ ໂອແລມປິກ ໄດ້ຫຼາຍນັດຕິດຕໍ່ກັນທີ່ສຸດ ຫຼັງຈາກທີ່ຍິງປະຕູໃສ່ ທີມຊາດຝຣັ່ງ ຊ່ວຍໃຫ້ ຍີ່ປຸ່ນ ເອົາຊະນະໄປ 4-0 ພ້ອມເຂ່ຍ ຝຣັ່ງ ຕົກຮອບໃນໂອແລມປິກ 2020 ເມື່ອວັນທີ 28 ກໍລະກົດ 2021.

ກ່ອນໜ້ານີ້ ທາເຄຟຸສະ ຄຸໂບະ ກອງໜ້າດາວເດັ່ນຈາກສະໂມສອນ ຣີລ ມາດຣິດ ລົງສະໜາມນັດທໍາອິດຍິງປະຕູໄຊໃຫ້ ຍີ່ປຸ່ນ ບຽດເອົາຊະນະ ອາຝຣິກາໃຕ້ 1-0 ແລະ ນັດທີ 2 ຍິງໄດ້ 1 ປະຕູຊ່ວຍທີມຊາດຍີ່ປຸ່ນ ເອົາຊະນະ ແມັກຊິກ 2-1 ໃນຮອບແບ່ງກຸ່ມໆ A ນັດທີ 2 ເມື່ອວັນທີ 25 ກໍລະກົດ ທີ່ຜ່ານມາ ກາຍເປັນນັກເຕະຄົນທີ 3 ໃນປະຫວັດສາດຂອງທີມຊາດຍີ່ປຸ່ນ ທີ່ຍິງປະຕູໃນການແຂ່ງຂັນບານເຕະຊາຍ ໂອແລມປິກ ເກມສ໌ ໄດ້ 2 ນັດຕິດຕໍ່ກັນ ຕໍ່ຈາກ ຣິວອິຊິ ຊຸງິຍາມາ ເຮັດໄດ້ໃນປີ 1964 ແລະ ທາຄຸມະ ອາຊາໂນະ ທີ່ເຮັດໄດ້ໃນປີ 2016.
ຫຼ້າສຸດ ນັດສຸດທ້າຍຂອງຮອບແບ່ງກຸ່ມໆ A ບານເຕະຊາຍ ໂອແລມປິກ 2020 ເມື່ອວັນທີ 28 ກໍລະກົດ ທີ່ຜ່ານມາ ຄູໂບະ ຍິງປະຕູໃຫ້ກັບ ຍີ່ປຸ່ນ ຂຶ້ນນໍາ ຝຣັ່ງ 1-0 ຕັ້ງແຕ່ນາທີ 27 ກ່ອນທີ່ຈະພາ ຍີ່ປຸ່ນ ເອົາຊະນະ ຝຣັ່ງ ໄປຂາດລອຍ 4-0 ເຮັດໃຫ້ ຄູໂບະ ກາຍເປັນນັກເຕະຄົນທໍາອິດຂອງຍີ່ປຸ່ນ ທີ່ຍິງປະຕູໄດ້ 3 ນັດຕິດຕໍ່ກັນໃນການແຂ່ງຂັນບານເຕະຊາຍ ໂອແລມປິີກ.

ສໍາລັບ ຮອບ 8 ທີມສຸດທ້າຍບານເຕະຊາຍ ໃນກີລາໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຈະແຂ່ງຂັນໃນວັນທີ 31 ກໍລະກົດ 2021 ດັ່ງນີ້:
-ແອັດສະປາຍ ແຊັມກຸ່ມ C ພົບ ກົດລິວົວ ອັນດັບ 2 ກຸ່ມ D ເວລາ 15:00 ໂມງ
-ຍີ່ປຸ່ນ ແຊັມກຸ່ມ A ພົບ ນູແວນຊີລັງ ອັນດັບ 2 ກຸ່ມ B ເວລາ 16:00 ໂມງ
-ບຣາຊິນ ແຊັມກຸ່ມ D ພົບ ເອຢິບ ອັນດັບ 2 ກຸ່ມ C ເວລາ 17:00 ໂມງ
-ສ ເກົາຫຼີ ແຊັມກຸ່ມ B ພົບ ແມັກຊິກ ອັນດັບ 2 ກຸ່ມ A ເວລາ 18:00 ໂມງ
ຮູບຈາກ: AP